2 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ສຶກສາ ສຳເລັດກອງປະຊຸມໃຫຍ່ຂອງຕົນ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກວິຊາການຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງການກິລາ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນມະນີ ສຸລິວົງ ວ່າການເລຂາໜ່ວຍພັກວິຊາການ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົບ ຈັນທະວົງ ຮອງຄະນະຈັດຕັ້ງແຂວງ ແລະ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍການເມືອງ ວ່າ: ໜ່ວຍພັກວິຊາການ ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ມີບົດບາດໃນການຊີ້ນຳ-ນຳພາ ດ້ານວິຊາການຂອງວຽກງານການສຶກສາ ແລະ ກິລາໃນທົ່ວແຂວງ ປະກອບມີ 5 ຂະແໜງ 2 ສູນ 1 ຫ້ອງການ ແລະ 1 ຫ້ອງຮຽນ, ມີພະນັກງານທັງໝົດ 61 ສະຫາຍ ຍິງ 35, ເປັນສະມາຊິກພັກ 34 ສະຫາຍ ຍິງ 17 ສະຫາຍ ສໍາຮອງ 3 ສະຫາຍ ຍິງ 2.

ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກ ໄດ້ເປັນເຈົ້າການນຳເອົາແນວທາງ, ນະໂຍບາຍ, ຄຳສັ່ງ, ກົດລະບຽບພັກ-ລັດ ມາເຊື່ອມຊຶມ ໃຫ້ແກ່ສະມາຊິກພັກ, ພະນັກງານ ໄດ້ທັງໝົດ 34 ຄັ້ງ, ເຂົ້າຮ່ວມຟັງປາຖະກະຖາໃນວັນສຳຄັນຕ່າງໆຂອງພັກ ຂອງຊາດ ທີ່ແຂວງຈັດຂຶ້ນ ໄດ້ 28 ຄັ້ງ.

ວຽກງານສຶກສາກ່ອນໄວຮຽນ ເຮັດໃຫ້ເດັກໃນເກນອາຍຸ 3-5 ປີ ເຂົ້າຮຽນບັນລຸ 52,1%, ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 85,6%, ອັດຕາການເຂົ້າຮຽນຊັ້ນປະຖົມ ບັນລຸສູງກວ່າ 99,7%, ອັດຕາປະລະການຮຽນຫຼຸດລົງ 2,6% ມາເປັນ 2,4%, ອັດຕາການເຂົ້າຮຽນຊັ້ນມັດທະຍົມ ເພີ່ມຂຶ້ນ ຈາກ 46,8% ມາເປັນ 53% ອັດຕາຄ້າງຫ້ອງຫຼຸດລົງ.

ຝຶກອົບຮົມໃຫ້ຄູສອນຊັ້ນປະຖົມ ປ.1 ໄດ້ 620 ຄົນ, ປ.2 ໄດ້ 600 ຄົນ, ຄູສອນຄະນິດສາດ ປ.3 ໄດ້ 320 ຄົນ, ເຂົ້າຮ່ວມຂະບວນຄູຝຶກຫັດວິຊາຊີບຄູ ໄດ້ 5 ຄັ້ງ, ສ້ອມແປງຄອມພິວເຕີ້ ແລະ ເຄື່ອງໃຊ້ເອເລັກໂຕນິກໄດ້ 63 ເຄື່ອງ, ສ້າງໄດ້ນັກຮຽນເກັ່ງຈົບຊັ້ນ ມ.7 ໄດ້ໃບປະກາດແດງ 1 ຄົນ. ໜ່ວຍພັກສາມາດຮັກສາໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 4 ປີຊ້ອນ.

ຈາກນັ້ນ ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກສະຫາຍ ບຸນມະນີ ສຸລິວົງ ເປັນເລຂາໜ່ວຍພັກ ຊຸດທີ VI, ສະຫາຍ ນາງ ຈັນພີ ແກ້ວມີນາວົງ ເປັນຮອງເລຂາ ແລະ ສະຫາຍ ພູວົງ ປະກົດຜົນ ເປັນຜູ້ກວດກາ.

ໃນຕອນບ່າຍຂອງວັນດຽວກັນ ສູນສຶກສານິເທດມັດທະຍົມ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ຢູ່ຫ້ອງປະຊຸມຫ້ອງການກິລາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມບັດ ທຸມມະເກສອນ ເລຂາໜ່ວຍພັກສູນສຶກສານິເທດມັດທະຍົມ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງຜ່ານການປ່ອນບັດລົງຄະແນນສຽງ ໄດ້ເປັນເອກະສັນກັນເລືອກສະຫາຍ ສົມບັດ ທຸມມະເກສອນ ເປັນເລຂາໜ່ວຍພັກສູນສຶກສານິເທດມັດທະຍົມ ຊຸດທີ III, ສະຫາຍ ຄຳພົ້ວ ວໍລະວົງ ເປັນຮອງເລຂາ ແລະ ສະຫາຍ ນາງ ບຸນຍົກ ແກ້ວວົງວິຈິດ ເປັນຜູ້ກວດກາ.

About admins16