ປາກກະດິງ – ໄຊຈຳພອນ ເຊື່ອມຊືມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່

ໃນຕອນເຊົ້າວັນທີ 25 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ໃຫ້ການນຳຫຼັກແຫຼ່ງຂັ້ນເມືອງ. ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 25/ກມສພ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່ ທີ່ໄດ້ຍົກໃຫ້ເຫັນສະພາບວຽກງານວັດທະນະທໍາໃນໄລຍະຜ່ານມາ ຍາມໃດພັກເຮົາກໍ່ໄດ້ຕັ້ງໜ້ານໍາພາ-ຊີ້ນໍາ ປັບປຸງວຽກງານວັດທະນະທໍາ ຢ່າງຕໍ່ເນື່ອງ, ທັດສະນະ ແລະ ຄວາມຮັບຮູ້ ກ່ຽວກັບວັດທະນະທໍາ ໄດ້ຮັບການປັບປຸງ, ພັດທະນາ ແລະ ຍົກລະດັບຂຶ້ນ, ການກໍ່ສ້າງຊີວິດວັດທະນະທໍາໃໝ່, ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໄດ້ດໍາເນີນໄປດ້ວຍຖ່ວງທ່າຂະຫຍາຍຕົວ ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ກວ້າງຂວງ, ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ ໄດ້ຮັບການປົກປັກຮັກສາ, ເຜີຍແຜ່, ໂຄສະນາ, ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສະຕິຊາດເປັນເອກະພາບ, ຄວາມສາມັກຄີເປັນປຶກແຜ່ນຂອງຊາດເຮົາ ສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ໜັກແໜ້ນ, ພື້ນຖານວັດທະນະທໍາຈໍານວນໜຶ່ງ ໄດ້ຮັບການຟື້ນຟູ, ປົກປັກຮັກສາ, ບູລະນະປະຕິສັງຂອນ ເປັນຕົ້ນວັດວາອາຣາມ, ໄດ້ສໍາຫຼວດ ແລະ ກອບກູ້ວັດຖຸບູຮານ.

ສະຖານບູຮານ ທີ່ເປັນມໍລະດົກທາງດ້ານວັດທະນະທໍາ ແລະ ປະຫວັດສາດຂອງຊາດ, ໄດ້ປັບປຸງ, ກໍ່ສ້າງຫໍພິພິທະພັນ, ຫໍສະຫມຸດ, ຫໍຫຼັກເມືອງແຫ່ງຕ່າງໆ, ບັນດີອະນຸສອນສະຖານ, ບັນຫູ ແລະ ປະດິດສະຖານ ອະນຸສາວະລີບັນພະບູລຸດ ແລະ ຜູ້ນໍາການປະຕິວັດແຕ່ລະຮຸ່ນ, ວຽກງານສິລະປະ-ຫັດຖະກໍາ, ຄວາມສາມາດດ້ານການປະດິດຄິດແຕ່ງ ທາງດ້ານສິລະປະ, ວັນນະຄະດີ, ການສະແດງ, ວັນນະກໍາ ໄດ້ຮັບການສົ່ງເສີມໃຫ້ນັບມື້ນັບອຸດົມຮັ່ງມີຂຶ້ນເລື້ອຍໆ, ອັນພົ້ນເດັ່ນແມ່ນ ມໍລະດົກທາງດ້ານວັດທະນະທໍາຂອງຊາດເຮົາ ເຊັ່ນ: ນະຄອນຫຼວງພະບາງ, ວັດພູຈໍາປາສັກ, ໄຫຫີນ ຊຽງຂວາງ, ສຽງແຄນລາວ ໄດ້ຖືກອົງການຢູເນສ໌ໂກ່ (UNESCO) ຮັບຮອງ ແລະ ຂຶ້ນທະບຽນ ເປັນມໍລະດົກໂລກ.

ນອກນັ້ນ ວັດຖຸບູຮານ, ປູສະນີຍະສະຖານອື່ນໆ ກໍ່ຄືຄຸນຄ່າທີ່ເປັນເອກະລັກດ້ານວັດທະນະທໍາ ໄດ້ຖືກປົກປັກຮັກສາ, ເສີມຂະຫຍາຍເປັນຢາງດີ, ກົດໝາຍ ແລະ ນິຕິກໍາຕ່າງໆ ຮັບໃຊ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃນຂົງເຂດວັດທະນະທໍາ ໄດ້ຮັບການຄົ້ນຄວ້າສ້າງຂຶ້ນ ເປັນຈໍານວນຫຼວງຫຼາຍ ແລະ ຖືກຈັດຕັ້ງປະຕິບັດເຂັ້ມງວດຫຼາຍຂຶ້ນ.

ມະຕິສະບັບນີ້ຍັງຍົກໃຫ້ເຫັນ ທັດສະນະພື້ນຖານຂອງພັກ, ທິດທາງລວມ, ຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍ ຂອງວຽກງານວັດທະນະທຳ ໃນຊຸ່ມປີຕໍ່ໜ້າ ແລະ ມາດຕະການຈັດຕັ້ງປະຕິບັດ.

ສຳລັບທິດທາງລວມ ຂອງວຽກງານວັດທະນະທໍາໃນຊຸມປີຕໍ່ໜ້າ ມີຄື: ຢືດໝັ້ນແນວທາງການພັດທະນາແບບຍືນຍົງ, ຖືເອົາຄົນເປັນເປົ້າໝາຍບູລິມະສິດ ແລະ ກໍາລັງດັນຂອງການພັດທະນາ, ເສີມຂະຫຍາຍ ແລະ ສາງອະລິຍະທໍາ, ຄວາມສີວິໄລທາງດ້ານຈິດໃຈ, ຄວາມຢູ່ດີກິນດີທາງດ້ານວັດຖຸ, ສົ່ງເສີມຄ່ານິຍົມທີ່ຖືກຕ້ອງຂອງສັງຄົມ ໃຫ້ສອດຄ່ອງກັບທິດສັງຄົມນິຍົມ ຢ່າງໜັກແໜ່ນ, ສືບຕໍ່ສ້າງຄົນລາວ ໃຫ້ເປັນພົນລະເມືອງດີ, ມີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກ ແລະ ດູໝັ່ນອອກແຮງງານ ເພື່ອເປັນເຈົ້າຕົນເອງໃນການພັດທະນາປະເທດຊາດ, ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ຕໍ່ພັນທະພົນລະເມືອງ, ມີສະຕິເຄົາລົບ ແລະ ສະເໝີພາບຕໍ່ກົດໝາຍ, ໃນຕໍ່ໜ້ານີ້ຕ້ອງເຮັດໃຫ້ໂລກະທັດ ແລະ ຊີວະທັດ ຂອງລັດທິສັງຄົມນິຍົມ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອຂອງຊາດລາວ ແລະ ອຸດົມການສັງຄົມນິຍົມ ຊຶມເລິກເຂົ້າສູ່ຊີວິດສັງຄົມ, ກາຍເປັນຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຕົ້ນຕໍຂອງ ສັງຄົມ, ສ້າງເງື່ອນໄຂໃຫ້ພົນລະເມືອງລາວ ໄດ້ປະກອບສ່ວນໂດຍກົງ ເຂົ້າໃນການປະດິດສ້າງຄຸນຄາວັດທະນະທໍາໃໝ່, ສ້າງການພົວພັນສັງຄົມ ທີ່ສະແດງອອກເຖິງຄຸນຄ່າວັດທະນະທໍາອັນດີງາມ, ມາລະຍາດການດໍາລົງຊີວິດ, ອາລິຍະທໍາທາງດ້ານຈິດໃຈຂອງສັງຄົມ ທີ່ເອື້ອເຟື້ອເພື່ອແຜ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວປວງຊົນລາວ.

ເດັດດ່ຽວຈໍາກັດ, ຕີຖອຍບັນດາຜົນສະທ້ອນຂອງລະບົບແນວຄິດ-ວັດທະນະທໍາ ຝືນປະຕິວັດ, ຕ້ານສິ່ງຫຍໍ້ທໍ້, ຫຼ້າຫຼັງ, ງົມງວຍ ຝືນວິທະຍາສາດ ແລະ ທັດສະນະຜິດເຂວຕ່າງໆ, ຊຸກຍູ້, ສົ່ງເສີມ, ຟື້ນຟູ, ອະນຸລັກ, ພັດທະນາ, ສືບທອດ ແລະ ເສີມຂະຫຍາມູນເຊື້ອ ແລະ ຄຸນຄ່າມໍລະດົກວັດທະນະທໍາທີ່ເປັນເອກະລັກຂອງຊາດໃຫ້ຍືນຍົງ, ສ້າງແບບແຜນດໍາລົງຊີວິດ ຕາມວິຖີຊີວິດແບບໃຫມ່ (New Normal), ລຶບລ້າງຮອງຮອຍ ແລະ ຕ້ານກະແສວັດທະນະທໍາທີ່ເປັນພິດໄພ, ລາມົກອະນາຈານ, ການເຊື່ອຖືງົມງວາຍ ແລະ ຫຼ້າຫຼັງ, ຂີ້ຄ້ານມັກງ່າຍ, ທັດສະນະແນວຄິດແບບແຜນຂຸນນາງ, ອາດຍາສິດຂຸນເສິກ, ແບບສັກດີນາຫຼ້າຫຼັງ, ຄອຍຖ້າໂຊກລາບວາດສະໜາທີ່ບໍ່ມີຈິງ, ຍູ້ແຮງຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳ ໃຫ້ກາຍເປັນຂອງທົ່ວປວງຊົນ, ຕັ້ງໜ້າແກ້ໄຂຄວາມຫຼຸດໂຕນ ແລະ ແຕກຕ່າງກັນ ກ່ຽວກັບການຊົມໃຊ້ວັດທະນະທໍາ ລະຫວ່າງ ຕົວເມືອງ ກັບ ຊົນນະບົດ, ສົ່ງເສີມການປະດິດສ້າງດ້ານວັດທະນະທໍາ ແນໃສ່ພັດທະນາຜະລິດຕະພັນວັດທະນະທໍາ ໃຫ້ມີຄວາມອຸດົມສົມບູນ, ຫຼາກຫຼາຍຮູບແບບ ແລະ ສາມາດຕອບສະໜອງການໃຫ້ຄວາມສຸກແກ່ສັງຄົມ.

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2021 ຢູ່ທີ່ສະໂມສອນຂອງຫ້ອງວ່າການເມືອງໄຊຈຳພອນ ກໍ່ໄດ້ຈັດກອງປະຊຸມເຊື່ອມຊຶມຜັນຂະຫຍາຍ ມະຕິວ່າການການເພີ່ມທະວີ ການນຳພາຂອງພັກ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່ ຊຸດທີ I ໂດຍການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ມີພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມ.

 

 

About admin11