ບໍລິຄຳໄຊ ເປີດອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ-ສະມາຊິກພັກ

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 47 ໄດ້ໄຂຂຶ້ນໃນວັນທີ 3 ມິຖຸນາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ເຂົ້າຮ່ວມເປີດໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງ ການລາຍງານຫຍໍ້ກ່ຽວກັບການກະກຽມຊຸດຝຶກອົບຮົມວ່າ ມີຈຳນວນບຸກຄະລາກອນເຂົ້າຮ່ວມຝຶກອົບຮົມທັງໝົດ 48 ສະຫາຍ, ຍິງ 22 ສະຫາຍ ທີ່ມາຈາກຂົງເຂດການເມືອງ, ຂົງເຂດເສດຖະກິດ, ລັດວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ທະນາຄານ, ຂົງເຂດຕຸລາການ, ຂົງເຂດ ປກສ-ປກຊ ແລະ ຂົງເຂດວັດທະນະທຳ-ສັງຄົມ.

ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນການຮຽນ-ການສອນໃນ 5 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 8 ບົດ, ເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ 11 ບົດ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 9 ບົດ ແລະ ກຸ່ມວິຊາກໍ່ສ້າງພັກ 5 ບົດ, ລວມມີ 41 ບົດ ແລະ ຈະມີຊົ່ວໂມງບັນຍາຍ 155 ຊົ່ວໂມງ, ສຳມະນາໜ່ວຍ ແລະ ສຳມະນາຫ້ອງ 15 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງປາກເປົ່າ 35 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 35 ຊົ່ວໂມງ ແລະ ລົງພຶດຕິກຳຕົວຈິງ 7 ຊົ່ວໂມງ ໂດຍຈະໄດ້ໃຊ້ເວລາທັງໝົດ 247 ຊົ່ວໂມງຈຶ່ງສຳເລັດ.

About admins14