ຈະເລີນເຊກອງ ໃຈປ້ຳ ຊ່ວຍສ້າງ ຮຮ ປະຖົມໂພນດູ່ 700 ກ່ວາລ້ານກີບ

ໃນວັນທີ 16 ມີຖຸນາ 2021 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາການກໍ່ສ້າງໂຮງຮຽນປະຖົມ ບ້ານ ໂພນດູ່ ຂຶ້ນຢູ່ຫ້ອງປະຊຸມ ຊັ້ນ II ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ມີການເຊັນສັນຍາ ລະຫວ່າງ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງວຽງທອງ ( ເຈົ້າຂອງໂຄງການ) ກັບ ທ່ານ ຊຽງເພັດ ອິນທໍາມະວົງ ຮອງຜູ້ອໍານວຍການ ບໍລິສັດວັນດີ ຈະເລີນຄົບວົງຈອນ ໂດຍຊ້ອງໜ້າເປັນສັກຂີພິຍານຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານໂພນດູ່ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ທ່ານ ຈັນສະໝອນ ພົມມະນີ ຜູ້ອໍານວຍການ ບໍລິສັດ ຈະເລີນເຊກອງ ພ້ອມດ້ວຍຄອບຄົວ ໃນມູນຄ່າທັງໝົດ 703,167,130 ກີບ.

ໂຮງຮຽນຫຼັງນີ້ ມີຂະໜາດ 9X40 ແມັດ, ປະກອບດ້ວຍເຟີນີເຈີ, ໄຟຟ້າ ຄົບຊຸດເປັນອາຄານເ[ຕົງເສີມເຫຼັກ, ມຸ້ງດ້ວຍກະເບື້ອງ, ກໍ່ດ້ວຍດີນຈີ່, ປູກະໂລ ແລະ ໂບກ 2 ໜ້າ, ການລົງມືກໍ່ສ້າງເລີ່ມແຕ່ກາງເດືອນ ມີຖຸນາ ຫາ ເດືອນ ຕຸລາ ປີ 2021 ນີ້ໃຫ້ສໍາເລັດ.

About admin11