ກອງປະຊຸມກຳມາທິການວຽກງານ ສພຊ ແລະ ສພຂ ປະຈຳເຂດເລືອກຕັ້ງ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງກຳມາທິການວຽງານສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ຈັດຂຶ້ນໃນວັນທີ 01 ມິຖຸນາ 2021 ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີປະທານ, ຮອງປະທານສະພາປະຊາຊົນແຂວງ ທົ່ວປະເທດເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.

ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ມີທັງໝົດ 7 ໝວດ 21 ມາດຕາ ເຊິ່ງເນື້ອໃນເວົ້າເຖິງສິດ ແລະ ໜ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໃນການເປັນເຈົ້າການປະສານສົມທົບຄະນະປະຈຳສະພາປະຊາຊົນແຂວງ ຈັດຕັ້ງການທາບທາມຮ່າງ ລັດຖະທຳມະນູນ ແລະ ກົດໝາຍ ຕາມແຜນການທີ່ຄະນະປະຈຳສະພາແຫ່ງຊາດວາງອອກ ໂດຍກຳນົດແຜນການ, ເປົ້າໝາຍເຂົ້າຮ່ວມ, ຄສສຊ ປະຈຳເຂດເລືອກຕັ້ງ ເຄື່ອນໄຫວວຽກງານດ້ວຍລະບົບກອງປະຊຸມ ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ໂດຍຫັນແຜນການຂອງສະພາແຫ່ງຊາດ ເປັນແຜນງານ, ໂຄງການ, ກິດຈະກຳ ແລະ ສູ້ຊົນປະຕິບັດໃຫ້ສຳເລັດ, ມີການກວດກາ, ສະຫຼຸບ, ຖອດຖອນບົດຮຽນ ແລະ ປະຕິບັດລະບອບການລາຍງານ, ຂໍຄຳເຫັນຊີ້ນຳຈາກຂັ້ນເທິງຂອງຕົນ ແລະ ປະສານສົມທົບກັບການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ.

ຈາກນັ້ນ ທ່ານ ປອ ສຸວັນນີ ໄຊຊະນະ ຍັງໄດ້ປະກອບຄຳເຫັນຕໍ່ຮ່າງມະຕິດັ່ງກ່າວຢູ່ 3 ມາດຕາ ຄື: ມາດຕາ 2 ກ່ຽວກັບທີ່ຕັ້ງ, ມາດ 10 ຂະແໜງຊ່ວຍວຽກ ມາດຕາ 11 ປະເພດກອງປະຊຸມ, ພ້ອມນີ້ ກ່ຽວກັບຂະແໜງການ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ອາດປ່ຽນຊື່ມາເປັນ ຂະແໜງຍຸຕິທຳ ແລະ ກົດໝາຍ, ຂະແໜງເສດຖະກິດ ແຜນການ ແລະ ການເງິນ ມີ 2 ຂະແໜງຂຶ້ນກັບຄື ຂະແໜງເສດຖະກິດ ມາເປັນ ຂະແໜງເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສ່ວນຂະແໜງການເງິນ ມາເປັນຂະແໜງແຜນການ ການເງິນ ຫຼື ກວດສອບ, ຂະແໜງຈັດຕັ້ງ-ບໍລິຫານ ມາເປັນຂະແໜງ ຈັດຕັ້ງ ແລະ ກວດກາ, ຂະແໜງການເງິນ ມາເປັນ ຂະແໜງບໍລິຫານ ແລະ ການເງິນ, ຂະແໜງຄົ້ນຄວ້າ-ສັງລວມ, ຂໍ້ມູນຂ່າວສານ ແລະ ໄອທີ ມາເປັນ ຂະແໜງຄົ້ນຄວ້າສັງລວມ, ຂະແໜງວຽກງານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ມາເປັນຂະແໜງວຽກງານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງ.

ທັງນີ້ ກໍ່ເພື່ອຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ມີປະສິດທິພາບ ແລະ ປະສິດທິຜົນ.

About admins16