ເຜີຍແຜ່ ເຊື່ອມຊືມ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຢູ່ເມືອງປາກກະດິງ

ໃນຕອນເຊົ້າວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊືມ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງບໍລິຄຳໄຊ ຄັ້ງທີ VII ພາຍໃຕ້ການເປັນປະທານຂອງ ທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ, ມີພະນັກງານການນຳ, ພະນັກງານລັດຖະກອນຂັ້ນເມືອງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ສະໃໝທີ VII ເຊີ່ງໄດ້ຈັດຂື້ນ ແລະ ສຳເລັດລົງໃນວັນທີ 05 ກຸມພາ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົ່ງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີຜູ້ແທນ ແລະ ແຂກເຂົ້າຮ່ວມທັງໝົດ 165 ທ່ານ, ພຣະສົງ 7 ອົງ, ຍິງ 26 ທ່ານ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ແລະ ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດແຂວງ ຊຸດທີ VII ຈຳນວນ 75 ທ່ານ, ຍິງ 17 ທ່ານ, ພະສົງ 7 ອົງ. ໂດຍມີທ່ານ ບຸນຄຳ ໄຊເຍ່ຍລໍວື່ ເປັນປະທານ ແລະ ມີຮອງປະທານ 3 ທ່ານ, ຍິງ 1 ທ່ານ.

ທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດ ແຂວງ ຍັງໄດ້ເຜີຍແຜ່ບົດຕີລາຄາການນຳພາຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ VI ເຊີ່ງໄດ້ຍົກໃຫ້ເຫັນຜົນງານການຊີ້ນຳ-ນຳພາວຽກງານຫຼາຍດ້ານ ຄຽງຄູ່ກັບການສູ້ຊົນປະຕິບັດ 4 ແຜນງານ 7 ໂຄງການ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ສ້າງຄອບຄົວ ແລະ ບ້ານ ໃຫ້ກາຍເປັນເມືອງສາມັກຄີປອງດອງແບບຢ່າງ.

ມາຮອດປະຈຸບັນ ທົ່ວແຂວງ ສາມາດປະກາດຮັບຮອງເປັນຄອບຄົວສາມັກຄີປອງດອງໄດ້ 48.331 ຄອບຄົວ ເທົ່າກັບ 98,54%, ມີ 263 ບ້ານ ເທົ່າກັບ 92,60% ແລະ ປະກາດຮັບຮອງເປັນເມືອງສາມັກຄີປອງດອງແບບຢ່າງໄດ້ 4 ເມືອງ ຄື: ເມືອງທ່າພະບາດ, ເມືອງປາກຊັນ, ເມືອງປາກກະດິງ ແລະ ເມືອງຄຳເກີດ ກວມ 57,14%.

About admin11