5 ປີ ບໍລິຄຳໄຊ ເສຍຫາຍຈາກໄພພິບັດ 200 ຕື້ກວ່າກີບ

ກອງປະຊຸມສະຫຼຸບການຈັດຕັ້ງວຽກງານຄຸ້ມຄອງໄພພິບັດ 5 ປີ (2016-2020), ທິດທາງແຜນການ 2021-2025, ແຜນວຽກຈຸດສຸມ ແລະ ການກຽມພ້ອມຕອບໂຕ້ໄພພິບັດປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມີຄະນະກຳມະການ, ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮຜ່ານຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນໄລຍະ 5 ປີຜ່ານມາ ເຫັນວ່າມີໄພພິບັດເກີດຂຶ້ນທັງໝົດ 65 ຄັ້ງ ໃນນັ້ນ ໄຟໄໝ້ 41 ຄັ້ງ, ລົມພະຍຸພັດ 13 ຄັ້ງ, ນ້ຳຖ້ວມ 10 ຄັ້ງ ແລະ ໄພແລ້ງ 1 ຄັ້ງ, ສົ່ງຜົນເສຍຫາຍຕໍ່ປະຊາຊົນ ຈຳນວນ 51.938 ຄົນ, ມູນຄ່າເສຍຫາຍ 188 ກວ່າຕື້ກີບ, ເສຍຫາຍຕໍ່ໂຄງຮ່າງພື້ນຖານ 74 ກວ່າຕືກີບ ແລະ ເສຍຫາຍຕໍ່ຂົງເຂດກະສິກຳ 6 ຕື້ກວ່າກີບ, ລວມມູນຄ່າເສຍຫາຍທັງໝົດ 269.375.645.794 ກີບ.

ຕໍ່ຜົນກະທົບດັ່ງກ່າວ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຫຼາຍວຽກງານສຳຄັນປ້ອງກັນ, ການກຽມພ້ອມຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດ ຢ່າງແຂງແຮງ ເປັນຕົ້ນແມ່ນ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ມອບເຮືອກູ້ໄພພ້ອມຈັກ 4 ລຳ ໃຫ້ແກ່ເມືອງປາກຊັນ, ປາກກະດິງ, ທ່າພະບາດ ແລະ ບໍລິຄັນ, ມອບອຸປະກອນກໍ່ສ້າງ, ເຄື່ອງນຸ່ງຫົ່ມ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ ຊ່ວຍເຫຼືອຟື້ນຟູຜູ້ໄດ້ຮັບຜົນກະທົບ ລວມມູນຄ່າ 313 ລ້ານກວ່າກີບ.

ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງກຳລັງຊ່ວຍປະຊາຊົນທີ່ຖືກຜົນກະທົບ 27 ຄັ້ງ, ນຳໃຊ້ກຳລັງ 406 ສະຫາຍ ແລະ ນຳໃຊ້ພາຫະນະ 16 ຄັນ, ພະແນກສຶກສາທິການ ແລະ ກິລາ ໄດ້ຮັບການຊ່ວຍເຫຼືອຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ສ້ອມແປງໂຮງຮຽນທີ່ຖືກຜົນກະທົບ 8 ຫຼັງ ມູນຄ່າ 470 ລ້ານກວ່າກີບ, ໄດ້ຮັບການຈັດສັນງົບປະມານລັດຂອງແຂວງ ເພື່ອຊື້ອຸປະກອນການຮຽນ-ການສອນ 252 ລ້ານກວ່າກີບ, ໄດ້ຮັບເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຫົມ ຈາກກະຊວງສຶກສາທິການ ແລະ ກິລາ 3 ລ້ານກີບ, ພະແນກສາທາລະນະສຸກ ໄດ້ສະໜອງໃນການຕ້ອບໂຕ້ໄພພິບັດໃຫ້ຂັ້ນເມືອງ ແລະ ບ້ານເປົ້າໝາຍ 4 ເມືອງ, 14 ບ້ານ ລວມ 115 ລ້ານກວ່າກີບ, ພະແນກກະສຳກຳແລະ ປ່າໄມ້ ໄດ້ຮັບງົບປະມານຕອບສະໜອງຟື້ນຟູໄພພິບັດ 16 ໂຄງການ ມູນຄ່າ 13 ຕື້ກວ່າກີບ, ສະໜອງແນວພັນປາໃຫ້ເມືອງ 715 ລ້ານກວ່າກີບ, ສັກຢາປ້ອງກັນພະຍາດສັດໃຫ້ບັນດາເມືອງ 152 ລ້ານກວ່າກີບ, ສຳເລັດວຽກສຳ-ຫຼວດອອກແບບໂຄງການຊົນລະປະທານຝານນ້ຳລົ້ນ 5 ໂຄງການ, ວຽກພັດທະນາກຸ່ມຜູ້ຊົມໃຊ້ນ້ຳ ພ້ອມທັງຈັດຕັ້ງກອງທຶນພັດທະນາຊົນລະປະທານ 3 ໂຄງການ, ຟື້ນຟູ-ສ້ອມແປງຊົນລະປະທານຝາຍນ້ຳລົ້ນ ແລະ ຈັກສູບນ້ຳ ໄດ້ 100 ໂຄງການ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບທຶນໂຄງການບ້ວງຟື້ນຟູໄພພິບັດ ທີ່ໄດ້ກະທົບໃສ່ວຽກງານ ຖວທ ໃນປີ 2019 ຈຳນວນ 8 ໂຄງການ ຮອດປັດຈຸບັນແມ່ນຖືກຈັດຕັ້ງປະຕິບັດສຳເລັດແລ້ວ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປັບປຸງເຄື່ອງວັດແທກລະດັບນ້ຳໄດ້ 2 ຈຸດ ແລະ ຕິດຕັ້ງເຄື່ອງວັດແທກນ້ຳໃໝ່ແບບໂອໂຕມາຕິກ 1 ຈຸດ,ຕິດຕັ້ງເຄື່ອງວັດແທກນ້ຳຝົນ 2 ຈຸດ, ສະຖານີວັດແທກແຜ່ນດິນໄຫວ, ປັບປຸງສະຖານີອຸຕຸນິຍົມ 2 ສະຖານີ, ຄຸ້ມຄອງ, ຕິດຕາມກວດກາ, ເກັບຂໍ້ມູນ ແລະ ເຝົ້າລະວັງການປ່ຽນແປງຂອງດິນຟ້າອາກາດ ໃນແຕ່ລະໄລຍະ ຂອງ 7 ເມືອງ ທົ່ວແຂວງ.

ສຳລັບທິດແຜນຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ 5 ປີຕໍ່ໜ້າ ຈະໄດ້ສຸມໃຫ້ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການປັບປຸງຂໍ້ມູນຂອງບັນດາບ້ານ ແລະ ເມືອງ ທີ່ມີຄວາມສ່ຽງຕໍ່ໄພພິບັດ, ສ້າງແຜນຍຸດທະສາດຫຼຸດຜ່ອນຄວາມສ່ຽງ, ຈັດຝຶກອົບຮົມໃຫ້ຄວາມຮູ້ ດ້ານວຽກງານຄຸ້ມຄອງໄພພິບັດ, ປັບປຸງຍົກລະດັບການແຈ້ງເຕືອນ, ຈັດຕັ້ງຫັດແອບວິທີປ້ອງກັນ ແລະ ຄວບຄຸມໄພພິບັດ, ວິທີການຊອກຄົ້ນ ແລະ ກູ້ໄພຜູ້ທີ່ຖືກຜົນກະທົບ, ແຜນການຟື້ນຟູຊີວີດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ໂຄງຮ່າງພື້ນຖານ ຫຼັງເກີດໄພພິບັດ ແລະ ວຽກງານອື່ນໆ.

ຫຼັງຈາກນັ້ນ ໃນກອງປະຊຸມຍັງຮັບຟັງແຜນວຽກຈຸດສຸມ ແລະ ການກຽມພ້ອມຕອບໂຕ້ໄພພິບັດປະຈຳປີ 2021 ແລະ ໄດ້ມີການສະເໜີ, ປະກອບຄວາມເຫັນ, ແລກປ່ຽນບົດຮຽນເຊິ່ງກັນແລ້ວກັນໃນຫຼາຍບັນຫາສຳຄັນ ເຊັ່ນ: ການຍົກລະດັບການແຈ້ງເຕືອນໄພພິບັດໃຫ້ທັນເວລາ, ປັບປຸງຂອດປະສານງານຕອບໂຕ້ໄພພິບັດ ໃຫ້ເປັນລະບົບ ແລະ ມີປະສິດທິພາບສູງ, ການກະກຽມເຄື່ອງມື, ອຸປະກອນ, ພາຫະນະ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນຸ, ການກຳນົດຈຸດທີ່ມີຄວາມສ່ຽງ-ຈຸດປອດໄພ ໃຫ້ຈະແຈ້ງ, ມາດຕະການປ້ອງກັນ, ຄວບຄຸມ, ແກ້ໄຂ ໄພພິບັດດ້ານພະຍາດລະບາດ ແລະ ວຽກງານອື່ນໆ.

About admins14