ເຈົ້າແຂວງຊີ້ນຳ 8 ບັນຫາ ຕໍ່ກອງບັນຊາການ ປກສ ແຂວງ

ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ມີປະສິດທິຜົນສູງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ຕໍ່ກອງປະຊຸມເປີດກວ້າງຄົບຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ຄັ້ງທີ 4 ສະໄໝທີ III ທີ່ໄດ້ຈັດຂຶ້ນໃນວັນທີ 8 ມີຖຸນາ 2021 ຢູ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ.

ຜ່ານການຮັບຟັງການຜ່ານບົດສະຫຼຸບລາຍງານ ແລະ ບົດສຳຫຼວດການນຳພາໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງ ຄັ້ງທີ 3 ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ເຫັນວ່າ ຫຼາຍດ້ານໄດ້ຜົນຮັບຜົນສຳເລັດ ແລະ ຍັງມີບາງດ້ານທີ່ຍັງຄົງຄ້າງ ຕໍ່ກັບວຽກງານດັ່ງກ່າວ ທ່ານເຈົ້າແຂວງໄດ້ເນັ້ນໜັກບາງໜ້າທີ່ ທີ່ມີລັກສະນະຮີບດ່ວນ ເປັນຕົ້ນແມ່ນ: ເພີ່ມທະວີເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊີ່ງ ແລະ ຮອບດ້ານ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບັນດາບົດບາດການນຳພາຂອງພັກ ແລະ ສ້າງໄດ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກຳລັງ ປກສ ແຂວງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນໃຫ້ໜັກແໜ້ນ ແລະ ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີໃນຄະນະພັກ ບົນພື້ນຖານແນວທາງ ແລະ ຫຼັກການນຳພາຂອງພັກ.

ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວ ນາຍ ແລະ ພົນຕຳຫຼວດທຸກຂັ້ນຂອງກຳລັງ ປກສ ແຂວງ ໃຫ້ໄປທ່ວງທັນກັບສະພາບການເລັ່ງທວງປະຈຸບັນ, ທັງຕ້ອງຄາດຄະເນໃຫ້ຖືກຕ້ອງ, ຊັດເຈນສະຖານະການທີ່ເກີດຂື້ນ ແລະ ທີ່ຈະເກີດຂື້ນ ເພື່ອກະກຽມຄວາມພ້ອມທຸກດ້ານຮັບມືໃຫ້ທັນການ, ຮັບປະກັນດ້ານການເມືອງ-ວິຊາສະເພາະ ແລະ ກົດໝາຍ, ວິໃຈໃຫ້ຖືກຕ້ອງ ແລະ ວາງແຜນໃຫ້ຫັດກຸມ, ຈັດລຽງບູລິມະສິດຂອງສະພາບການທີ່ເກີດຂື້ນ ແລະ ມີຢູ່ພາຍໃນແຂວງເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດ ຕາມແຜນບູລິມະສິດໃຫ້ເກີດເປັນຮູບປະທຳ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ກຳລັງປະກອບອາວຸດ ປກສ ລົງສ້າງຮາກຖານ, ດຶງເອົາປະຊາຊົນເຂົາຮ່ວມດ້ວຍຄວາມຈິງໃຈ ແລະ ຈິງຈັງ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ, ເປັນທີ່ເພິ່ງຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາຊົນ, ປະຕິບັດຄຳຂວັນທີ່ວ່າ: “ ຕຳຫຼວດ ແລະ ປະຊາຊົນໃຫ້ເປັນຄືປາກັບນ້ຳ ” ແລະ “ ຫຼີກທີ່ສຸດການກະທຳໃດໆ ທີ່ເຮັດໃຫ້ປະຊາຊົນຢ້ານ, ປະຊາຊົນບໍ່ກ້າເວົ້າ, ປະຊາຊົນບໍ່ກ້າລາຍງານ ແລະ ບໍ່ກ້າເຂົ້າເຖິງເຈົ້າໜ້າທີ່.

ຕ້ອງມີຕາໜ່າງເກັບກຳຂ່າວ ແລະ ຕາໜ່າງຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນໃຫ້ທັນການ ແລະ ໄດ້ຜົນ, ບໍ່ປ່ອຍໃຫ້ສື່ອອນລາຍກາຍເປັນອາຊະຍາກຳ ທະລຸເຂົ້າທຳລາຍແຂວງຂອງພວກເຮົາ ຫຼືການໃຊ້ສື່ອອນລາຍສ້າງຄວາມອົນລະວົນໃນສັງຄົມ ດ້ວຍການມ້າງຄວາມສາມັກຄີ, ສ້າງຄວາມເຂົ້າໃຈຜິດ ແລະ ສ້າງຄວາມເປັນປໍລະປັກຕໍ່ກັນໃນສັງຄົມພາຍໃນແຂວງ.

ພາຍຫຼັງປັບປຸງມະຕິກອງປະຊຸມເປີດກວ້າງ ຄັ້ງທີ 4 ສະໄໝທີ III ນີ້ແລ້ວ ໃຫ້ຮີບຮ້ອນສົ່ງໃຫ້ແຕ່ລະກົມກອງ ນຳໄປຈັດຕັ້ງຜັນຂະຫຍາຍເປັນອັນລະອຽດເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບ ໂດຍສ້າງເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດໃນແຕ່ລະໄລຍະໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະກົມກອງ ແລະ ຜັນຂະຫຍາຍ ມະຕິ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານ ປກສ ໃນສະພາບການໃໝ່ຢ່າງແຂງແຮງ ແລະ ເລີກເຊິ່ງ ກະກຽມເຂົ້າຮ່ວມການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢເສບຕິດ ( 2021-2023 ) ເພື່ອປະກອບສ່ວນເຮັດໃຫ້ປະກົດການຫຍໍ້ທໍ້ດັ່ງກ່າວພາຍໃນແຂວງເຮົາ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

About admins16