ເຈົ້າແຂວງຊີ້ນຳ 9 ວຽກງານສຳຄັນ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງ

ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ດ້ວຍປະສິດທິຜົນສູງສຸດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລີຄຳໄຊ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ໃນກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນພຶດສະພາ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ.

ຜ່ານການສະເໜີລາຍງານ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຫັນວ່າ ຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນການຈັດຫາ ແລະ ການໃຫ້ວັກຊີນປ້ອງກັນພະຍາດລ ໂຄວິດ-19, ການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ, ການປ້ອງກັນ, ຕອບຕ້ານຂ່າວລວງ-ຂ່າວປອມ ທີ່ເຮັດໃຫ້ສັງຄົມເຂົ້າໃຈຜິດ ແລະ ສັບສົນວຸ້ນວາຍ ຂອງກຸ່ມຄົນບໍ່ດີ, ການຄຸ້ມຄອງ, ແກ້ໄຂ ແລະ ປັບປຸງ ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກບັນດາໂຄງການການລົງທຶນ, ການບຸກລຸກພື້ນທີ່ປ່າໄມ້, ການຈັບຈອງ ແລະ ນຳໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງ, ການຍົກສູງຄວາມຮັບຜິດຊອບຂອງພະນັກງານ, ການອຳນວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ວຽກງານອື່ນໆ.

ເພື່ອສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາສຳຄັນໃນຕໍ່ໜ້ານີ້ ເປັນຕົ້ນແມ່ນ: ສືບຕໍ່ເພີ່ມທະວີການຊີ້ນໍາວຽກງານ ປກຊ-ປກສ ເຄື່ອນໄຫວວຽກງານວິຊາສະເພາະ, ຕິດຕາມ ແລະ ແກ້ໄຂ ສະພາບການທັງພາຍໃນ ແລະ ພາຍນອກ ໃຫ້ຮັບປະກັນຄວາມສະຫງົບປອດໄພສູງສຸດ ໂດຍເອົາໃຈໃສ່ສະກັດກັ້ນບັນຫາຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ເພື່ອເຮັດໃຫ້ແຂວງສືບຕໍ່ມີສະຖຽນລະພາບທາງດ້ານດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ສືບຕໍ່ກວດກາລາດຕະເວນຕາມຊາຍແດນຢ່າງເຂັ້ມງວດ.

ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ, ໃຫ້ພຽງພໍກັບຄວາມຕ້ອງການ, ມີຄວາມເປັນທໍາທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ເຮັດໃຫ້ສິນຄ້າຂາດຕະຫຼາດເພື່ອປັ່ນປ່ວນລາຄາ ໂດຍສະເພາະແມ່ນສິນຄ້າຍຸດທະສາດທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ເຂົ້າກິນ, ຊີ້ນ, ໄຂ່,ປາ, ພືດຜັກຕ່າງໆ ແລະ ອຸປະກອນການແພດ ທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19.

ສ້າງເງື່ອນໄຂອໍານວຍ ເຮັດໃຫ້ບັນຍາກາດການລົງທຶນດີຂຶ້ນ ຍາດແຍ່ງການຊ່ວຍເຫຼືອທຶນດ້ານການພັດທະນາຈາກພາກສ່ວນຕ່າງໆ , ດືງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ໃຫ້ໄດ້ດໍາເນີນກິດຈະການປົກກະຕິ, ແກ້ໄຂຂັ້ນຂອດທີ່ກີດຂວາງການລົງທຶນ, ຍົກລະດັບການບໍລິການຜ່ານຫ້ອງການບໍລິການຜ່ານປະຕູດຽວ ໃຫ້ມີຄວາມແຂງແຮງ.

ເອົາໃຈໃສ່ ຊີ້ນໍາບັນດາຂະແໜງການ, ຫົວໜ່ວຍເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງຄົບຖ້ວນຕາມທ່າແຮງຖານລາຍຮັບ ໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນຍິ່ງເປັນການດີ ພ້ອມທັງຄຸ້ມຄອງລາຍຈ່າຍໃຫ້ຮັດກຸມກວ່າເກົ່າ, ເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ໃຫ້ໄດ້ເປັນປົກກະຕິ ແລະ ເຂັ້ມງວດອັດການຮົ່ວໄຫຼຂອງງົບປະມານ.

ຊຸກຍູ້ສົ່ງເສີມ ແນວພັນພືດ ແລະ ສັດ ເຂົ້າໃນການຜະລິດໃນລະດູຝົນນີ້ໃຫ້ແຂງແຮງ, ກະກຽມຮັບມືການຕ້ານແລ້ງ-ຕ້ານຖ້ວມ ແລະ ເອົາໃຈໃສ່ເຝົ້າລະວັງພະຍາດລະບາດຂອງສັດ ແລະ ພືດ ເພື່ອສະກັດກັ້ນໃຫ້ທັນເວລາ, ທັນສະພາບຂອງດິນ, ຟ້າ, ອາກາດ, ມີການກະກຽມແນວພັນທົດແທນ ຖ້າເກີດຄວາມເສຍຫາຍ.

ເປັນເຈົ້າການໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ແລະ ຕິດຕາມ ລາຍງານສະພາບການເຄື່ອນໄຫວປ້ອງກັນ ການລະບາດພະຍາດດັ່ງກ່າວໃຫ້ເປັນປົກກະຕິ, ເອົາໃຈໃສ່ສືບຕໍ່ສັກວັກຊີນກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປໃຫ້ໄດ້ຕາມກຳນົດ, ຕິດຕາມກວດກາພະນັກງານຂອງບັນດາພະແນກການ ໃຫ້ໄດ້ສັກຢາວັກຊີນຢ່າງທົ່ວເຖິງ, ໃນກໍລະນີທີ່ມີວັກຊີນກັນພະຍາດໂຄວິດ-19 ແລ້ວ ຖ້າພະນັກງານຜູ້ໃດບໍ່ໄດ້ສັກ ແມ່ນເດັດຂາດບໍ່ໃຫ້ເຂົ້າມາສຳນັກງານອົງການ, ຍົກເວັ້ນຜູ້ທີ່ບໍ່ສາມາດສັກວັກຊີນໄດ້ ແຕ່ຕ້ອງມີໃບຢັ້ງຢືນຈາກແພດ-ໝໍ.

ສືບຕໍ່ປົກປັກຮັກສາ, ສ້ອມແປງເສັ້ນທາງຕ່າງໆພາຍໃນແຂວງ ໃຫ້ມີຄວາມສະດວກ ໃນການສັນຈອນໄປມາ.

ມອບໃຫ້ຄະນະຮັບພິດຊອບປັບປຸງກົງຈັກການຈັດຕັ້ງແຂວງ ຮ່າງໃບສະເໜີຫາຄະນະປະຈຳສະພາປະຊາຊົນແຂວງ ເພື່ອຮັບຮອງການຍຸບເລີກພະແນກວິທະຍາສາດເຕັກໂນໂລຊີ ແລະ ມອບໂອນວຽກງານ, ພະນັກງານລັດຖະກອນ ໃຫ້ບັນດາພະແນກການທີ່ໄດ້ກຳນົດໄວ້.

ໃຫ້ບັນດາພະແນກການ, ເມືອງ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ໃນການເຮັດວຽກງານສຶກສາອົບຮົມວຽກງານແນວຄິດ ເຮັດໃຫ້ທົ່ວສັງຄົມປະຕິບັດມາດຕະການທີ່ລັດຖະບານ ກໍ່ຄືແຂວງວາງອອກ ໂດຍສະເພາະມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19, ຄຽງຄູກັນນັ້ນໃຫ້ກວດຄືນມາດຕະການຜ່ອນຜັ້ນ ໃຫ້ມີຄວາມເໝາະສົມ ແລະ ມີປະສິດທິພາບສູງ.

About admins14