ໄພພິບັດ 18 ຄັ້ງ ເຮັດໃຫ້ເມືອງວຽງທອງ ເສຍຫາຍມູນຄ່າກ່ວາ 5 ຕື້ກີບ

ໃນວັນທີ 21 ມີຖຸນາ 2021 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025), ແຜນວຽກຈຸດສຸມ ແລະ ການກຽມພ້ອມຕອບໂຕ້ໄພພິບັດປະຈຳປີ 2021 ຂື້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ມີຄະນະກຳມະການ, ກອງເລຂາຄຸ້ມຄອງໄພພິພັດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະ 5 ປີຜ່ານມາ ຢູ່ເມືອງວຽງທອງໄດ້ມີເຫດການໄພພິບັດຕ່າງໆ ເປັນຕົ້ນ ນ້ຳຖ້ວມ, ອັກຄີໄພ, ລົມພາຍຸ, ແຫ້ງແລ້ງ ເກີດຂື້ນທັງໝົດ 18 ຄັ້ງ ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊິວິດຂອງພໍ່, ແມ່ ປະຊາຊົນ ເປັນມູນຄ່າເສຍຫາຍທັງໝົດປະມານ 5.038.243.000 ກີບ.

ເຫດການໄພພິບັດ ທີ່ພົ້ນເດັ່ນເກີດຂື້ນ ໃນຊ່ວງໄລຍະປີ 2016-2020 ແມ່ນເຫດການໄພພິພັດນ້ຳຖ້ວມທີ່ເກີດຈາກພາຍຸຊັນຕິນ, ພະຍຸເບບິນກາ ແລະ ໄພນ້ຳຖ້ວມຢ່າງໜັກໜ່ວງ ໃນປີ 2018 ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍໃຫ້ແກ່ພໍ່ ແມ່ປະຊາຊົນຈຳນວນ 15 ບ້ານ 468 ຄອບຄົວ, ປະຊາຊົນ ຈຳນວນ 3.105 ຄົນ ໄດ້ຮັບຜົນກະທົບ ເຮັດໃຫ້ການດໍາລົງຊິວິດພົບກັບຄວາມຫຍຸ້ງຍາກ.

ຜ່ານມາ ຄະນະກຳມະການຄຸ້ມຄອງໄພພິພັດຂັ້ນເມືອງ ໄດ້ສົມທົບກັບບັນດາຫ້ອງການທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອສຸກເສີນ ແກ່ຜູ້ໄດ້ຮັບຜົນກະທົບ ໂດຍໄດ້ລະດົມກຳລັງເຂົ້າຊ່ວຍກອບກູ້ວັດຖຸ ຊັບສິນ ແລະ ຊ່ວຍສ້າງຄືນ ຈຳນວນໜຶ່ງ.

About admin11