ເມືອງ ວຽງທອງເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5

ໃນຕອນບ່າຍວັນທີ 28 ມີຖຸນາ 2021 ນີ້ຢູ່ໂຮງຮຽນປະຖົມສົມບູນ ນໍ້າຢ້າງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5 ປະຈໍາສົກຮຽນ 2020-2021 ທົ່ວເມືອງ ວຽງທອງ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ, ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະບ້ານ, ຄະນະກໍາມະການຮັບຜິດຊອບບັ້ນສອບເສັງ, ຄູ-ອາຈານ ຕະຫຼອດຮອດ ນັກສອບເສັງ ເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບບັ້ນສອບເສັງ, ຜ່ານລະບຽບການສອບເສັງ. ການສອບເສັງຄັ້ງນີ້ຈະເລີ່ມແຕ່ວັນທີ 29 – 30 ມີຖຸນາ 2021. ທົ່ວເມືອງມີ 10 ສູນສອບເສັງ, ມີນັກຮຽນ ປໍ 5 ເຂົ້າສອບເສັງຈໍານວນທັງໝົດ 853 ຄົນ, ຍີງ 411, ໃນນັ້ນ ສູນສອບເສັງປະຖົມສົມບູນນ້ຳຢ້າງ ປະກອບມີ 6 ໂຮງຮຽນ, ມີນັກສອບເສັງທັງໝົດ 204 ຄົນ, ຍິງ 99 ຄົນ, ແບ່ງອອກເປັນ 10 ຫ້ອງສອບເສັງ, ແຕ່ລະຫ້ອງບັນຈຸນັກສອບເສັງ 20-21 ຄົນ. ວິຊາທີ່ນໍາເຂົ້າສອບເສັງມີ: ວິຊາຫັດແຕ່ງ, ຂຽນທວາຍ, ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ.

About admin11