ການຄ້າແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄລຍະປີ 2021 – 2025 ໄດ້ຈັດຂຶ້ນໃນວັນທີ 28 ມີຖຸນາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ເປັນປະທານໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເຂົ້າຮ່ວມໂດຍທ່ານ ວັນໄຊ ແກ້ວຄໍາພັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ອຄ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ທີ່ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ໂດຍສະເພາະໄດ້ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ເປົ້າໝາຍຕໍາແໜ່ງຫົວໜ້າພະແນກ ບໍ່ບັນລຸຕາມແຜນທີ່ວາງໄວ້, ຕຳແໜ່ງຮອງຫົວໜ້າພະແນກ ປະຕິບັດໄດ້ 1 ຕຳແໜ່ງ, ຕຳແໜ່ງຫົວໜ້າຫ້ອງການ 1 ຕຳແໜ່ງ ບໍ່ບັນລຸຕາມແຜນທີ່ວາງໄວ້, ຫົວໜ້າຂະແໜງ 7 ຕໍາແໜ່ງ ບັນລຸໄດ້ 1 ຕຳແໜ່ງ, ຕຳແໜ່ງຮອງຫົວໜ້າຫ້ອງການ ບັນລຸໄດ້ຕາມແຜນ ແລະ ຕໍາແໜ່ງຮອງຂະແໜງ ບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້, ພ້ອມດຽວກັນຍັງໄດ້ບໍາລຸງຍົກລະດັບ ພະນັກງານນໍາພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ ແລະ ນິຕິກຳອື່ນໆ.

ນອກນັ້ນ ຍັ້ງໄດ້ຮັບຟັງການແນະນໍາ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ ແລະ ໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14