ຄະນະພັກຮາກຖານ ບໍລິສັລັດ ພັດທະນາຊົນນະບົດ ເປີດບັ້ນແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021 ນີ້, ທີ່ຫ້ອງປະຊຸມ ບໍລິສັດລັດ ພັດທະນາຊົນນະບົດ ໄດ້ຈັດຕັ້ງກອງປະຊຸມເປີດບັ້ນແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ເລຂາຄະນະພັກຮາກຖານ – ອໍານວຍການບໍລິສັດລັດ ພັດທະນາຊົນນະບົດ ພ້ອມດ້ວຍຄະນະພັກຮາກຖານ, ມີຄະນະໜ່ວຍພັກ ຂອງບັນດາພະແນກການ-ກົມກອງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນໂທ ຄໍາອ້ວນ ດວງບຸນມາ ຮອງເລຂາຄະນະພັກ – ຮອງອໍານວຍການ ບໍລິສັດລັດ ພັດທະນາຊົນນະບົດ ໄດ້ຂຶ້ນຜ່ານຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການຈັດຕັ້ງເປີດຂະບວນການແຂ່ງຂັນປະຈຳປີ 2021 ແລະ ຜ່ານແຜນການແຂ່ງຂັນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ.

ຈາກນັ້ນ, ໃນກອງປະຊຸມກໍ່ໄດ້ຜ່ານແຜນການການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ບໍລິສັດລັດ ພັດທະນາຊົນນະບົດ ປະຈຳປີ 2021 ເຊິ່ງໄດ້ຊີ້ໃຫ້ເຫັນ ແຜນການສູ້ຊົນທີ່ຈະຕ້ອງໄດ້ເພີ່ມທະວີການນຳພາ, ມີຄວາມເປັນເອກະພາບຢ່າງຕັ້ງໜ້າ, ເດັັດດ່ຽວປັບປຸງດ້ານປະກົດການຫຍໍ້ທໍ້, ເຊີດຊູບົດບາດການນຳພາຂອງພັກ ຮັບປະກັນໃຫ້ບັນດາໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາການປັບປຸງກໍ່ສ້າງພັກຕາມ 3 ຫຼັກການ 5 ທິດນຳຂອງຄະນະບໍລິຫານງານສູນກາງພັກ ແລະ ອີງໃສ່ 5 ເນື້ອໃນ, 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຂໍ້ແຂ່ງຂັນໃຫ້ບັນດາໜ່ວຍພັກໄດ້ຈັດຕັ້ງປະຕິບັດ.

ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດເຫັນ ຢ່າງພາວະວິໃສ ໃສ່ທິດທາງແຜນການດັ່ງກ່າວ ເຮັດໃຫ້ເນື້ອໃນມີຄວາມສົມບູນ ແລະ ເປັນອັນລະອຽດ.

About admin11