ສຶກສາແຂວງ ຈັດອົບຮົມວິຊາຊີບປຸງແຕ່ງອາຫານ ໃຫ້ປະຊາຊົນ ບ້ານຫ້ວຍຫອຍ

ໃນຕອນເຊົ້າວັນທີ 24 ມິຖຸນາ 2021 ຢູ່ສະໂມສອນໂຮງຮຽນປະຖົມບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ພະແນກສືກສາທິການ ແລະ ກິລາແຂວງ ສົມທົບກັບຫ້ອງການສືກສາທິການ ແລະ ກິລາເມືອງວຽງທອງ ໄດ້ລົງຝືກອົບຮົມວິຊາຊີບຂັ້ນພື້ນຖານວິຊາປຸງແຕ່ງອາຫານຫວານ-ຄາວ ໃຫ້ປະຊາຊົນຜູ້ທີ່ສົນໃຈຢູ່ບ້ານຫ້ວຍຫອຍ ແລະ ບ້ານໄກ້ຄຽງ ໂດຍການເຂົ້າຮ່ວມຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ ໂດຍມີປະຊາຊົນ ແລະ ທີມງານຄູຝືກ ເຂົ້າຮ່ວມ.

ຈຸດປະສົງໃນການຝືກອົບຮົມຄັ້ງນີ້ ກໍ່ເພື່ອເສີມສ້າງທັກສະໃຫ້ປະຊາຊົນ ໃນການປູງແຕ່ງອາຫານຫວານ-ຄາວ, ເຂົ້າໄປໝູນໃຊ້ໃນການດໍາລົງຊີວິດປະຈໍາວັນ ເພື່ອຫາລາຍໄດ້ເສີມເຂົ້າຄອບຄົວ.

ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ວິທີເຮັດປາໜຶ້ງໝາກນາວ, ເຂົ້າໜົມອື່ງ, ນ້ຳໝາກອຶ, ນ້ຳສາລີ, ເຂົ້າໜົມມັນຕົ້ນ ແລະ ການເຮັດເສັ້ນເຂົ້າປຽກ.

About admins16