ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈັບກຸ່ມແກ້ງຄ້າ-ຂາຍຢາບ້າ ພ້ອມຂອງກາງ ແສນຫ້າໝື່ນກ່ວາເມັດ

ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ມ້າງລາຍຄະດີ ເສບ ແລະ ຄ້າ-ຂາຍ ຢາເສບຕິດ, ສາມາດກັກຕົວຜູ້ຖືກຫາໄດ້ 04 ຄົນ ພ້ອມຂອງກາງຢາບ້າ 156.479 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າ: ມີການມົ້ວສຸມເສບ ແລະ ຄ້າ-ຂາຍຢາເສບຕິດ ( ປະເພດຢາບ້າ ) ຢູ່ເຂດເຂື່ອນນໍ້າກະດິງ, ເຈົ້າໜ້າທີ່ ຈື່ງໄດ້ລົງກວດກາແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງ ແລະ ສາມາດກັກຕົວ ທ້າວ ພຸດ ມະນີຄໍາ, ອາຍຸ 27 ປີ, ອາຊີບ ກໍາມະກອນ ຢູ່ບ້ານ ນໍ້າສະນາມ ເມືອງຄູນຄໍາ ແຂວງຄໍາມ່ວນ ທີ່ເປັນກໍາມະກອນຢູ່ເຂື່ອນດັ່ງກ່າວ ພ້ອມຂອງກາງຢາບ້າ 688 ເມັດ, ມາດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຈື່ງສາມາດຈັບກຸ່ມແກ້ງພັກພວກຮ່ວມຂະບວນການໄດ້ອີກ 03 ຄົນ, ພ້ອມຂອງກາງຢາບ້າ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງປາກກະດິງ ໃຫ້ຮູ້ວ່າ: ເວລາປະມານ 20 ໂມງ ຂອງວັນທີ 02 ມິຖຸນາ 2021 ເຈົ້າໜ້າທີ່ໄດ້ຈັບຕົວ ທ້າວ ພຸດ ມະນີຄໍາ ຢູ່ເຂດກໍ່ສ້າງເຂື່ອນນໍ້າກະດິງ ມາສືບສວນ-ສອບສວນ, ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການຊັດທອດຫາຜູ້ຮ່ວມຂະບວນການ, ຕົກມາຮອດ ວັນທີ 04 ມິຖຸນາ 2021 ເຈົ້າໜ້າທີ່ຈື່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງຕິດຕາມ ແລະ ສາມາດກັກຕົວ ທ້າວ ໂຮມ ອາຍຸ 19 ປີ, ອາຊີບ ເຮັດນາ ບ້ານ ນາຫຼວງໃຕ້ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ພ້ອມຂອງກາງຢາບ້າ 01 ຖົງ ເທົ່າກັບ 200 ເມັດ ໄດ້ຢູ່ເຂດ ບ້ານ ວຽງຄໍາ ເມືອງ ປາກກະດິງ, ທ້າວ ພຸດ ເລື່ອງວັນລຸນ ອາຍຸ 23 ປີ, ອາຊີບເຮັດນາ ຢູ່ບ້ານທົ່ງນາມີ  ພ້ອມຂອງກາງຢາບ້າ ຈໍານວນ 1 ແພັກ, ກັບ 03 ຖົງ ເທົ່າກັບ 6.554 ເມັດ.

ຕົກມາຮອດວັນທີ 07 ມິຖຸນາ 2021 ເວລາປະມານ 12 ໂມງ 30 ນາທີ, ຈື່ງສາມາດກັກຕົວ ທ້າວ ສົມບຸນຊົ່ງ ອາຍຸ 25 ປີ, ອາຊີບເຮັດນາ ຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຄູ່ຮ່ວມຂະບວນການ ໃນຂະນະທີ່ຜູ້ກ່ຽວເຄື່ອນໄຫວສົ່ງຢາເສບຕິດ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ພ້ອມຂອງກາງຢາບ້າ ຈໍານວນ 74 ມັດ, ກັບ 06 ຖົງ ເທົ່າກັບ 149.037 ເມັດ, ພ້ອມປືນແກັບ 01 ກະບອກ, ປືນດັດແປງຍິງລູກ AK 01 ກະບອກ, ລູກກະສຸນ 15 ລູກ ຈື່ງໄດ້ກັກຕົວຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ເຫັນວ່າ ພວກກ່ຽວທັງ 04 ຄົນ, ແມ່ນມີເຈດຕະນາເຄື່ອນໄຫວຄ້າ-ຂາຍ ແລະ ເສບຢາເສບຕິດຢ່າງແທ້ຈີງ, ການກະທໍາດັ່ງກ່າວແມ່ນຜິດໃນມາດຕາ 315 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ ປີ 2017 ເຫັນສົມຄວນດໍາເນີນຄະດີຕໍ່ພວກກ່ຽວຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ປະຈຸບັນ ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກຮ່ວມຂະບວນການມາດໍາເນີນດີຕາມລະບຽບກົດໝາຍຢ່າງເຂັ້ມງວດໃນຂັ້ນຕໍ່ໄປ.

About admin11