ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ 2 ສະໄໝທີ VII

ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະມາຊິກແມ່ຍິງຈາກຮາກຖານອ້ອມຂ້າງແຂວງ ແລະ ສະມາຊິກແມ່ຍິງແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວຂອງ ສຍຂ 6 ເດືອນທ້າຍປີ 2020 ຫາ 6 ເດືອນຕົ້ນປີ 2021 ວ່າ: ສຍຂ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມ, ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ກົດໝາຍລັດ, ເອກະສານນິຕິກຳຕ່າງໆ ໄດ້ທັງໝົດ 256 ຄັ້ງ, ເປັນເຈົ້າການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ, ວັນແມ່ຍິງສາກົນ ຄົບຮອບ 111 ປີ, ຈັດກິດຈະກຳຮັບບໍລິຈາກເລືອດແບບເປີດກວ້າງ ເພື່ອຕ້ານພະຍາດໂຄວິດ 19, ໄຂ້ຍຸງລາຍ ໄດ້ຮັບເລືອດ 18 ຖົງ ມີແມ່ຍິງບໍລິຈາກເລືອດ 10 ທ່ານ, ຈັດສຳມະນາ ການເປັນຜູ້ນຳແມ່ຍິງຍຸກໃໝ່ ໄດ້ 53 ຄັ້ງ, ນະໂຍບາຍຕໍ່ສະມາຊິກແມ່ຍິງ, ພະນັກງານປະຕິວັດອາວຸໂສ-ບຳນານເພດຍິງ, ໃນເວລາເຈັບເປັນ ພົບຄວາມຫຍຸ້ງຍາກ ແລະ ດ້ານອື່ນໆ ຕາມເງື່ອນໄຂຕົວຈິງ ປະຕິບັດເປັນເງິນຈຳນວນ 68.290.000 ກີບ, ໃຫ້ຄຳປຶກສາ ແລະ ແກ້ໄຂບັນຫາໃນການຊ່ວຍເຫຼືອ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ 44 ຄັ້ງ, ປະສານສົມທົບ ແລະ ເກັບກຳຂໍ້ມູນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສົ່ງກັບຄືນສູ່ຄອບຄົວ ໄດ້ 7 ຄົນ.

ປັບປຸງກົງຈັກການຈັດຕັ້ງຄະນະກຳມະທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ຂັ້ນແຂວງ, ເມືອງ ສຳເລັດ 100%, ຝຶກອົບຮົມສິດສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ກຸ່ມແຮງງານນອກລະບົບ ທີ່ກຸ່ມຈັກສານບ້ານນາ ເມືອງທ່າພະບາດ, ປະຕິບັດກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ພາຍ ເປັນຮອບວຽນປີທີ 8 ປະຈຸບັນມີເງິນຝາກ 50.115.745 ກີບ.

ປຸກລະດົມແມ່ຍິງເຂົ້າຮ່ວມວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນ ເປັນຕົ້ນ ປະກອບສ່ວນທາງດ້ານວັດຖຸ, ປັດໃຈ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພທາງທຳມະຊາດ, ອັກຄີໄພ ແລະ ອື່ນໆ ຕາມຄວາມສາມາດ, ສົມທົບກັບສູນກາງສະຫະພັນແມ່ຍິງລາວ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA ເກັບກຳຂໍ້ມູນກ່ຽວກັບການສ້າງສູນເພື່ອຊ່ວຍເຫຼືອແມ່ຍິງທີ່ຖືກເຄາະຮ້າຍ, ຜ່ານການຈັດຕັ້ງປະຕິບັດ ສາມາດອອກຂໍ້ຕົກລົງມອບໃບຢັ້ງຢືນ 3 ດີ ປະຈຳປີ 2020 ໃຫ້ສະຫະພັນແມ່ຍິງເມືອງ, ບ້ານ, ຮາກຖານ ແລະ ໜ່ວຍອ້ອມຂ້າງແຂວງ ຈຳນວນ 275 ບ້ານ, 82 ຮາກຖານ, 228 ໜ່ວຍ ແລະ 6 ຈຸ, ສະມາຊິກແມ່ຍິງປະເພດ 1 ມີ 26,013 ຄົນ, ປະເພດ 2 ມີ 6.151 ຄົນ ພ້ອມທັງປະກາດນາມມະຍົດເປັນສະຫະພັນແມ່ຍິງແຂວງ 3 ດີ.

About admins16