ບໍລິສັດບີເອັມ ຊຸກຍູ້ວຽກງານອຸດສາຫະກຳ ແລະ ການຄ້າ

ເພື່ອເປັນການປະກອບສ່ວນຊຸກຍູ້ ວຽກງານອຸດສາຫະກຳ ແລະ ການຄ້າ ໃນວັນທີ 16 ມິຖຸນາ 2021 ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານບໍລິສັດບີເອັມ ຂາອອກ-ຂາເຂົ້າ ຈຳກັດ ໄດ້ມອບເງິນຈຳນວນ 5.000.000 ກີບ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ເພື່ອປະກອບສ່ວນຊື້ຄອມພີວເຕີ່ 1 ຊຸດ ນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນ ກ່າວຮັບໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີຄະນະພະແນກ ແລະ ຄະນະບໍລິສັດບີເອັມ ຂາອອກ-ຂາເຂົ້າ ຈຳກັດ ເຂົ້າຮ່ວມເປັນສັກຂີພິຍານ.

About admins14