ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງຂັນ ພີມວິໄລ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍຄະນະພະແນກພະລັງງານ ແລະ ບໍ່ແຮ່ ໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄຸ້ມຄອງຂັ້ນແຂວງ ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ.

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ຕໍາແໜ່ງຫົວໜ້າພະແນກ 1 ຕໍາແໜ່ງ ປະຕິບັດໄດ້ຕາມແຜນກຳນົດໄວ້, ຕຳແໜ່ງຮອງຫົວໜ້າພະແນກ ບັນລຸຕາມເປົ້າໝາຍຈຳນວນ 2 ຕຳແໜ່ງ, ຫົວໜ້າຂະແໜງ 5 ຕໍາແໜ່ງ ແລະ ຫົວໜ້າຫ້ອງການ 1 ຕຳແໜ່ງ ສາມາດບັນລຸຕາມແຜນ, ຕໍາແໜ່ງຮອງຂະແໜງ 5 ຕໍາແໜ່ງ ແລະ ຮອງຫົວໜ້າຫ້ອງການ 1 ຕຳແໜ່ງ ສາມາດບັນລຸໄດ້ຕາມເປົ້າໝາຍ, ພ້ອມດຽວກັນຍັງໄດ້ບຳລຸງຍົກລະດັບ ພະນັກງານນຳພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນ ຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14