ໜ່ວຍພັກຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2021 ຂອງໜ່ວຍພັກຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ເປັນປະທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີສະມາຊິກພັກ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາເພີ່ມເຕີມ ເລກທີ 326/ຄປພ.ຂບຊ, ລົງວັນທີ 14 ມິຖຸນາ 2021 ກ່ຽວກັບການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ນອກນັ້ນ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ພ້ອມທັງໄດ້ມີການແບ່ງຈຸແບ່ງໜ່ວຍສະມາຊິກພັກ ຜ່ານໃບສໍາຫຼວດຕີລາຄາຈັດແບ່ງປະເພດສະມາຊິກພັກ, ພະນັກງານມີຄໍາເຫັນກໍ່ສ້າງພັກ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ.

About admins14