ພະແນກ ອຄ ແຂວງ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2021 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຂຶ້ນ ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ, ມີຄະນະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າ ສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ.

ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນຫຼາຍວຽກງານສຳຄັນ ຂອງມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເປັນຕົ້ນແມ່ນສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ, ດ້ານດີ ແລະ ຜົນສຳເລັດ, ດ້ານອ່ອນ ແລະ ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທັດສະນະພື້ນຖານຂອງພັກ.

ທ່ານ ຄອນສະຫວັນ ສຸກກະເສີມ ຮອງຫົວໜ້າພະແນກ ອຄ ແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 232/ຄປພ.ຂບຊ ລົງວັນທີ 9 ມີນາ 2021 ວ່າດ້ວຍການຮັບຮອງເອົາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ອຄ ແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຈໍານວນ 4 ໜ່ວຍພັກ ຄື: ໜ່ວຍພັກ ຫ້ອງການບໍລິຫານ-ຂະແໜງອຸດສາຫະກຳ, ໜ່ວຍພັກ ກວດກາລັດ-ສົ່ງເສີມ ແລະ ພັດທະນາສິນຄ້າ, ໜ່ວຍພັກ ນຳເຂົ້າ-ສົ່ງອອກ-ສະຖິຕິແຜນການ ແລະ ໜ່ວຍພັກ ທະບຽນ ແລະ ຄຸ້ມຄອງວິສາຫະກິດ-ການຄ້າພາຍໃນ, ເປັນກຽດມອບໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.

ໂອກາດດຽວກັນນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 337/ຂບຊ ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການຊັບຊ້ອນ, ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າບັນດາຂະແໜງ ຂອງພະແນກ ອຄ ແຂວງ ຄື: ຊັບຊ້ອນ ທ່ານ ຄໍາແພງ ຫຼວງສຸວັນນະວົງ ຫົວໜ້າຂະແໜງການຄ້າພາຍໃນ ເປັນຫົວໜ້າຂະແໜງ ທະບຽນ ແລະ ຄຸ້ມຄອງວິສາຫະກິດ, ຊັບຊ້ອນ ທ່ານ ສອນໄຊ ດວງສົງຄາມ ຮອງຫົວໜ້າຂະແໜງການຄ້າພາຍໃນ ເປັນຮອງຫົວໜ້າຂະແໜງອຸດສາຫະກໍາ ແລະ ຫັດຖະກຳ, ແຕ່ງຕັ້ງ ທ່ານ ຕຸ້ຍ ຈັນທະມຸງຄຸນ ເປັນຫົວໜ້າຂະແໜງການຄ້າພາຍໃນ ແລະ ແຕ່ງຕັ້ງທ່ານ ຂັນຕິສັກ ໄຊຍະວົງ ເປັນຮອງຫົວໜ້າຂະແໜງແຜນການ ແລະ ການຮ່ວມມື.

About admins16