ເຈົ້າເມືອງ ທ່າພະບາດ ລົງຊຸກຍູ້ກຸ່ມຜະລິດກະສິກໍາເປັນສິນຄ້າ

ໃນວັນທີ 16 ມິຖຸນາ 2021 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ບ້ານທວາຍໃຫຍ່ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ເມືອງ ທ່າພະບາດ ເປັນເມືອງໜຶ່ງ ທີ່ນອນຢູ່ໃນໂຄງການຜະລິດກະສິກໍາເປັນສິນຄ້າປະຈໍາ ແຂວງ ບໍລິຄໍາໄຊ, ປະກອບມີ 9 ບ້ານ ແລະ ບ້ານ ທວາຍໃຫຍ່ ກໍ່ເປັນບ້ານໜຶ່ງຂອງເມືອງທ່າພະບາດ ທີ່ໄດ້ຮັບທຶນຈາກໂຄງການຜະລິດກະສິກໍາເປັນສິນຄ້າ.

ມາຮອດປະຈຸບັນ ບ້ານ ທວາຍໃຫຍ່ ໄດ້ມີຂະບວນການຈັດຕັ້ງກຸ່ມຜະລິດເຂົ້າເປັນສິນຄ້າ 1 ກຸ່ມ ມີ 50 ຄອບຄົວເຂົ້າຮ່ວມ ເນື້ອທີ່ທໍາການຜະລິດ 54.51 ເຮັກຕ່າ ແລະ ກຸ່ມຜະລິດແນວພັນເຂົ້າ 2 ກຸ່ມ, ກຸ່ມບ້ານ ທວາຍໃຫຍ່ 1 ມີ 20 ຄອບຄົວ ເນື້ອທີ່ທໍາ ການຜະລິດ 22.50 ເຮັກຕ່າ ແລະ ກຸ່ມບ້ານ ທວາຍໃຫຍ່ 2 ມີ 21 ຄອບຄົວ ເນື້ອທີທໍາການຜະລິດ 16.28 ເຮັກຕ່າ ເຊິ່ງໃນການຈັດຕັ້ງກຸ່ມທາງໂຄງການຜະລິດກະສິກໍາເປັນສິນຄ້າ ໄດ້ຕອບສະໜອງທຶນໃຫ້ກຸ່ມ ຈຳນວນເງິນ 16.000 ໂດລາ, ໂຄງການ ໄດ້ມອບວັດຖຸອຸປະກອນ ເພື່ອໃຫ້ໄດ້ມີຄຸ້ມຄອງ ແລະ ນໍາໃຊ້ເຂົ້າໃນການຜະລິດ ປະກອບມີ ລົດໄຖນາໃຫຍ່ L5018 ຈໍານວນ 1 ຄັນ ມູນຄ່າ 242.250.000 ກີບ, ລົດກ່ຽວເຂົ້າເດີນຕາມ k50 ຈໍານວນ 2 ຄັນ ມູນຄ່າ 80.160.000 ກີບ, ລົດ ດໍານາຄູໂບຕ່າ ລຸ້ນ SPW-48 C ຈໍານວນ 2 ຄັນ ມູ່ນຄ່າ 50.100.000 ກີບ/ຄັນ ເປັນເງິນ 100.200.000 ກີບ ແລະ ແຕະຕົກກ້າຈໍານວນ 3.200 ແຕະ.

ໂອກາດດັ່ງກ່າວ ທ່ານເຈົ້າເມືອງ ໄດ້ລົງໂອ້ລົມຢ້ຽມຢາມຄອບຄົວ ທ່ານ ພົມມາ ທີ່ນໍາໃຊ້ເທັກນິກວິທະຍາສາດເຂົ້າໃນຜະລິດກະສິກໍາແບບປະສົມປະສານ ໂດຍມີການຂະຫຍາຍພັນໄມ້ໃຫ້ໝາກ, ໄມ້ປະດັບ, ເພາະພັນປາ, ເພາະພັນກົບ ທີ່ສາມາດຈຳໜ່າຍ ແລະ ສວນຢາງພາລາ 600 ຕົ້ນ, ນອກນີ້ ຍັງໄດ້ມີຂະຫຍາຍພັນໄມ້ໃຫ້ໝາກ, ໄມ້ປະດັບ ເຊີ່ງປີນີ້ ລາຍໄດ້ຈາກການຂາຍເບ້ຍໄມ້ ທີ່ສ້າງລາຍຮັບເຂົ້າສູ່ຄອບຄົວ 7.000.000 ກີບ, ທ່ານ ພົມມາ ຍັງໃຫ້ຮູ້ອີກວ່າ ໃນການຜະລິດກະສິກຳແບບປະສົມປະສານນີ້ ສາມາດສ້າງລາຍໄດ້ໃຫ້ຄອບຄົວ ສາມາດເຮັດໃຫ້ຄອບຄົວມີຄວາມຢູ່ດີ, ກີນດີ ແລະ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

 

About admin11