ພະແນກ ສຶກສາ ແຂວງ ລົງຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ຫ້ອງການສຶກສາ 3 ເມືອງພູດອຍ

ໃນລະຫວ່າງວັນທີ 31 ພຶດສະພາ ຫາ 4 ມີຖຸນາ 2021 ທີ່ຜ່ານມາ ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ເມືອງວຽງທອງ, ເມືອງໄຊຈໍາພອນ ແລະ ເມືອງຄໍາເກີດ ເຊິ່ງນໍາພາໂດຍ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມພາທາງ.

ການລົງຊຸກຍູ້ວຽກງານໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ທີມ ແຕ່ລະທີມແມ່ນມີຫົວໜ້າ ແລະ ຄະນະພະແນກເປັນຜູ້ນໍາພາ, ແຕ່ລະທີມໄດ້ລົງເມືອງດຽວກັນແຕ່ແບ່ງເຂດຄວາມຮັບຜິດຊອບໃນການລົງພົບປະຢ້ຽມຢາມໂຮງຮຽນໃນແຕ່ລະເຂດຂອງແຕ່ລະເມືອງ ເພື່ອຮັບຟັງການລາຍງານບັນຫາຂໍ້ຫຍຸ້ງຍາກ ແລະ ການຈັດຕັ້ງການຮຽນ-ການສອນ ຫຼັງໂຈະຊ່ວງການລະບາດຂອງພະຍາດໂຄວິດ-19, ການປະຕິບັດນິຕິກໍາ 786 ຂໍ້ຕົກລົງຂອງທ່ານເຈົ້າແຂວງກ່ຽວກັບວຽກງານການສຶກສາ, ການບໍາລຸງນັກຮຽນອ່ອນ ຂອງແຕ່ລະໂຮງຮຽນ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານ ຈາກທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 3 ເມືອງ ຕໍ່ກັບຄວາມຈໍາເປັນ ແລະ ຂໍ້ຫຍຸ້ງຍາກວຽກງານຮອບດ້ານ, ສາມາດເຫັນໄດ້ສະພາບຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຂອງຄະນະບໍລິຫານການສຶກສາຂັ້ນເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຜູ້ອຳນວຍການໂຮງຮຽນ, ຄູສອນ ແລະ ນັກຮຽນ ເປັນຕົ້ນແມ່ນ ການປະຕິບັດມາດຕະການປ້ອງກັນພະຍາດລະບາດໂຄວິດ-19, ການບໍາລຸງນັກຮຽນອ່ອນ ແລະ ວຽກງານອຶ່ນໆທີ່ກ່ຽວພັນ.

ເນື່ອງໃນໂອກາດທີ່ລົງເຮັດວຽກໃນຄັ້ງນີ້ ພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ນໍາເອົາອຸປະກອນການຮຽນ-ການສອນ, ເຄື່ອງນຸ່ງຫົ່ມ, ອຸປະກອນກິລາ-ສິລະປະຈໍານວນໜຶ່ງມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ທັງ 3 ເມືອງ ເພື່ອຈະໄດ້ມອບຕໍ່ໃຫ້ໂຮງຮຽນທີ່ຂາດເຂີນ ແລະ ຈໍາເປັນພາຍໃນເມືອງຂອງຕົນ ແລະ ຍັງໄດ້ຖືໂອກາດນີ້ ມອບໃບປະກາສະນິຍາບັດ ຈົບຊັ້ນ ມໍຕົ້ນ ບໍາລຸງ ສໍາລັບປະຊາຊົນ ໃຫ້ເມືອງໄຊຈໍາພອນໃນສົກຮຽນ 2020 ທີ່ຜ່ານມາ.

ໂອກາດນີ້ ທ່ານຫົວໜ້າພະແນກ ກໍ່ໄດ້ຊີ້ນຳ ບັນດາການນຳຫ້ອງການສຶກສາເມືອງ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ປົກປັກຮັກສາອາຄານສະຖານທີ່, ການຮຽນອອນລາຍທາງໄກ, ການປະຕິບັດມາດຕະການປ້ອງກັນໂຄວິດ-19 ໃຫ້ນັກຮຽນຮັບຮູ້ ແລະ ເຂົ້າໃຈ, ເພີ່ມທະວີຄວາມສາມັກຄີ, ກໍາໄດ້ແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ ຕໍ່ກັບວຽກງານການສຶກສາ ຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານພາຍໃນເມືອງຂອງຕົນຢ່າງຕັ້ງໜ້າ.

About admins16