ທ່າພະບາດ ເຊື່ອມຊືມເອກະສານກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 27-31 ພຶດສະພາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ເຊື່ອມຊື່ມ ເອກະສານກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ.

ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ເລກທີ 123 /ຄປຈ.ມທບ, ລົງວັນທີ 11 ກຸມພາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງເມືອງ ທ່າພະບາດ ແລະ ມະຕິຂອງຄະນະປະຈຳພັກ ແຂວງບໍລິຄຳໄຊ ສະບັບເລກທີ 824/ຄປພ,ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸມຄ້ອງ ແລະ ຄຳເນະນຳຂອງຄະນະຈັດຕັ້ງ ແຂວງບໍລິຄຳໄຊ ສະບັບເລກທີ 0568 / ຄຈ,ຂບຊ, ລົງວັນທີ 7 ສິງຫາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍມາດຖານພະນັກງານນຳພາ-ຄຸ້ມຄ້ອງ, ວຽງານຄຸ້ມຄ້ອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານ-ນຳພາຄຸ້ມຄອງ ແລະ ດຳລັດຂອງລັດຖະບານ ສະບັບເລກທີ 461 /ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຖານຕຳແໜ່ງບໍລິຫານຂອງລັດຖະກອນແຫ່ງ ສສປ ລາວ.

ການເຊື່ອຊືມເອກະສານໃນຄັ້ງນີ້ ກໍ່ເພື່ອໃຫ້ການສ້າງແຜນກຳນົດພະນັກງານ ໄດ້ຕາມການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງ ນຳພາ – ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກ້ວາງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານ ນຳພາ – ຄຸ້ມຄອງຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜ່ງງານແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດ ເປັນອຸດສາຫະກຳ ທີ່ຫັນສະໄໝເທື່ອລະກ້າວ, ແນ່ໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ.

 

About admin11