ເມືອງວຽງທອງ ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບໍາລຸງ 45 ວັນ

ຕອນເຊົ້າຂອງວັນທີ 16 ມີຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບໍາລຸງ 45 ວັນ ຊຸດທີ III ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານ, ມີຄູອາຈານ, ນັກສໍາມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ທອງລິດ ສິດທິອຳພາ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງໄດ້ໃຫ້ກຽດຂື້ນຜ່ານບົດສະຫຼູບການຮຽນ – ການສອນໃນບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບ 45 ວັນ ເຊີ່ງໄດ້ເລີມຮຽນມາແຕ່ວັນທີ 16 ມີນາ 2021 ເປັນຕົ້ນມາ ໂດຍໃຊ້ເວລາຮຽນທັງໝົດ 45 ວັນເຕັມ, ມີຄູອາຈານຈາກພະນັກງານການນຳ – ພະນັກງານຫຼັກແຫຼ່ງຂັ້ນເມືອງຈຳນວນ 35 ທ່ານ, ມີນັກສຳມະນາກອນຈາກບັນດາຫ້ອງການ, ກົມກອງຂອງເມືອງເຂົ້າຮ່ວມທັງໝົດ 77 ທ່ານ, ຍີງ 15 ທ່ານ.

ໃນການຮຽນທິດສະດີການເມືອງ-ການປົກຄອງຄັ້ງນີ້  ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບຫຼັກສູດລະບົບບໍາລຸງ 45 ວັນມີ: 5 ກຸ່ມວິຊາຮຽນ, ມີ 41 ບົດ, ໃນນັ້ນ ມີຊົ່ວໂມງບັນຍາຍ 156 ຊົ່ວໂມງ, ຄົ້ນຄວ້າ-ສຳມະນາ 37 ຊົ່ວໂມງ, ບັນດານັກສຳມະນາກອນແຕ່ລະສະຫາຍລ້ວນແຕ່ມີຄວາມກະຕືລືລົ້ນຕໍ່ການຄົ້ນຄ້ວາຮໍ່າຮຽນດ້ວຍຄວາມເປັນເຈົ້າການ ເຊີ່ງສະແດງອອກໃນການປະເມີນຜົນລະດັບຄວາມຮູ້ໃນທຸກກຸ່ມວິຊາຮຽນ ຄື: ເກຼດ A 35,32 %, ເກຼດ B+ 47,27 %, ເກຼດ B 13,24 % , ເກຼດ C+ 4,15 %.

ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນ ໂດຍເປັນກຽດມອບຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ ພ້ອມທັງມອບໃບຍ້ອງຍໍ, ໃບຊົມເຊີຍໃຫ້ບັນດານັກສໍາມະນາກອນທີ່ດີເດັ່ນ.

About admin11