ພິທີເຊັນສັນຍາ ການຮ່ວມມືພັດທະນາສູນບໍລິການເຕັກນິກກະສິກໍາວັງຫີນ

ຕອນບ່າຍຂອງວັນທີ 17 ມີຖຸນາ 2021 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາການຮ່ວມມືພັດທະນາສູນບໍລິການເຕັກນິກກະສິກໍາວັງຫີນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງທອງ ກັບບໍລິສັດວຽງໄຊຈະເລີນຊັບ ພັດທະນາຄົບວົງຈອນຈຳກັດຜູ້ດຽວ ຂຶ້ນ ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການພັດທະນາສູນບໍລິການເຕັກນິກກະສິກໍາຢູ່ບ້ານວັງຫີນ ແມ່ນເພື່ອຈະສ້າງເປັນຍຸດທະສາດໃນການພັດທະນາຮ່ວມກັນ ໃນການຜະລິດກະສິກໍາແບບເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໃຫ້ຫຼຸດຕົ້ນທຶນ-ເພີ່ມຜົນຜະລິດ, ພັດທະນາການເຮັດກິດຈະກໍາອິນຊີ ທີ່ເປັນທ່າແຮງໃຫ້ຂະຫຍາຍຕົວກ້ວາງຂວາງ ແລະ ຍືນຍົງ ຊື່ງປະກອບມີ 11 ກິດຈະການດໍາເນີນ, ມີມູນຄ່າທັງໝົດ 3.951.000.000ກີບ, ສັນຍາໂຄງການຮ່ວມມືພັດທະນາສູນບໍລິການດ້ານເຕັກນິກກະສິກໍາສະບັບນີ້ ມີກໍານົດດໍາເນີນງານ 10 ປີ ນັບແຕ່ມື້ລົງລາຍເຊັນຈົນຮອດວັນທີ 30 ທັນວາ 2030, ສາມາດສືບຕໍ່ສັນຍາໄດ້ໂດຍພື້ນນຖານຄວາມເປັນເອກະພາບທັງ 2 ຝ່າຍ.

ຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເຊັນໂດຍ ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ແລະ ບໍລິສັດແມ່ນ ທ່ານ ວຽງໄຊ ຕ້ອງສົມພູ ຜູ້ອຳນວຍການບໍລິສັດວຽງໄຊຈະເລີນຊັບພັດທະນາຄົບວົງຈອນຈຳກັດຜູ້ດຽວ ໂດຍຊ້ອງໜ້າ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມ.

About admin11