ກອງປະຊຸມຄົບຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 1 ສະໄໝທີ III

ກອງປະຊຸມຄົບຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 1 ສະໄໝທີ III ໄດ້ໄຂຂື້ນໃນຕອນເຊົ້າ ວັນທີ 29 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະຫ້ອງ,ເລຂາໜ່ວຍພັກ,ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບ ການຊິ້ນໍາ-ນໍາພາຂອງຄະນະພັກຮາກຖານ ຫ້ອງການເມືອງ ປະຈໍາ 03 ເດືອນ ແລະ ທິດທາງແຜນການ 03 ເດືອນ ຕໍ່ໜ້າ, ພ້ອມທັງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ເຊີ່ງໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການ ທີ່ຄະນະພັກ, ຄະນະບັນຊາ ແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບ ທຸກສະຫາຍ ຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນສູງ.

ກອງປະຊຸມ ໄດ້ປະຊາມະຕິຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນ ຄື: ຄະນະພັກຕ້ອງໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຕື່ນຕົວ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດ, ເພີ່ມທະວີການຊີ້ນໍາ-ນໍາພາບັນດາວຽກງານວິຊາສະເພາະຢ່າງຕັ້ງໜ້າ ເພື່ອຮັບປະກັນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ເປັນເຈົ້າການໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີິ່ເກີດຂື້ນໃນສັງຄົມ, ຮັບປະກັນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ຊີ້ນໍາ-ນໍາພາ ແລະ ປັບປຸງອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ, ເອົາໃຈໃສ່ຈັດຕັ້ງປະຕິບັດ, ບັນດານະໂຍບາຍຕ່າງໆ ຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີ, ມີຄວາມກ້າວໜ້າໃນຂະບວນການວຽກງານຕົວຈິງ ເພ່ື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມລະບຽບການຂອງພັກວາງອອກ, ສືບຕໍ່ກໍານົດແຜນບໍາລຸງກໍ່ສ້າງພະນັກງານ-ນັກຮົບ ທຸກຂະແໜງເຫຼົ່າຮົບວິຊາສະເພາະ, ເພື່ີອສ້າງພະນັກງານສືບທອດປ່ຽນແທນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕອບສະໜອງໄດ້ກັບໜ້າທີ່ວຽກງານການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ໂອກາດດຽວກັນ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຮ່ວມກອງປະຊຸມ ແລະ ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະຫ້ອງ, ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ທີ່ສາມາດເຮັດສໍໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນຄະນະພັກຮາກຖານ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເຮັດວຽກງານສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ໃຫ້ເຂົາເຈົ້າມີຄວາມຮິດຊອບຕໍ່ໜ້າທີ່ວຽກງານ, ປະຕິບັດບັນດານະໂຍບາຍຕ່າງໆຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ຜູ້ມີຜົນງານດີເດັ່ນ ເພື່ອສະເໜີຍ້ອງຍໍ, ເລື່ອນຊັ້ນ ແລະ ຂະຫຍາຍເຂົ້າເປັນສະມາຊິກພັກ ຕາມລະບຽບການຂອງພັກ, ໂຄສະນາເຜີຍແຜ່, ເກັບກໍາຂ່າວຜົນງານການເຄື່ອນໄຫວວຽກງານວິຊາສະເພາະດ້ານຕ່າງທ ຂອງກໍາລັງຢ່າງເປັນປົກກະຕິ, ທັນເຫດການ, ວ່ອງໄວ, ຊັດເຈນ ແລະ ຮັບປະກັນໃຫ້ຖືກຕ້ອງກັບຄວາມຈິງ. ອອກແຮງເຄື່ອນໄຫວຊີ້ນໍາ-ນໍາພາ ວຽກງານວິຊາສະເພາະແຕ່ລະໄລຍະໃຫ້ແທດເໝາະກັບສະພາບວຽກງານຕົວຈິງເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ກໍ່ຄືແຂວງບໍລິຄໍາໄຊ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admin11