ເມືອງວຽງທອງ ເຜີຍແຜ່ເອກະສານ ວ່າດ້ວຍການຄັດເລືອກ – ບັນຈຸ ລັດຖະກອນໃໝ່

ພິທີເຜີຍແຜ່ ແລະ ເຊື່ອມເຊືອມ ເອກະສານທີ່ສຳຄັນຂອງພັກ ທີ່ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດຂື້ນເຜີຍແຜ່ ເອກະສານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີທ່ານ ພັນເອກ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ, ມີຄະະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາຫົວໜ້າຫ້ອງການ, ຄະນະປັບປຸງກົົນຈັກການຈັດຕັ້ງລັດຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ ຄຳສັ່ງຂອງນາຍຍົກລັດຖະມົນຕີສະບັບເລກທີ 03/ນຍ ລົງວັນທີ 09 ກຸມພາ 2018, ຂໍ້ຕົກລົງຂອງນາຍຍົກລັດຖະມົນຕີສະບບເລກທີ 33/ນຍ ລົງວັນທີ 29 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງຄະນະປັບປຸງກົງຈັກການຈັດຕັ້ງລັດ ແລະ ນິຕິກຳຂອງແຂວງອີກຈຳນວນໜຶ່ງ ເຊິ່ງຕະຫຼອດໄລຍະຜ່ານມາ ລັດຖະບານໄດ້ຖືສຳຄັນວຽກງານປັບປຸງກົງຈັກການຕັ້ງ, ມີການປັບປຸງພາລະບົດບາດໜ້າທີ່ຂອງບັນກາກະຊວງ, ອົງການຈັດຕັ້ງລັດຕ່າງໆ.

ການເຜີຍແຜ່ເອກະສານດັ່ງກ່າວ ກໍ່ເພື່ອແນໃສ່ເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ໄດ້ຮັບຄຸນນະພາບ, ເພື່ອບັນຈຸຊັບຊ້ອນໃສ່ບັນດາຕຳແໜ່ງງານ ທີ່ມີຄວາມເໝາະສົມ ໂດຍເນັ້ນວິຊາສະເພາະທີ່ຕ້ອງການ, ຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດ ໄປຄວບຄູ່ກັນ.

ຈຸດປະສົງ ຂອງການເຜີຍແຜ່, ເຊື່ອມຊືມ ເອກະສານທີ່ສຳຄັນຂອງຂັ້ນເທິງ ຢູ່ເມືອງວຽງທອງໃນຄັ້ງນີ້ ກໍ່ເພື່ອເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ຂອງຄະນະການປັບປຸງກົງຈັກການຈັດຕັ້ງລັດຂັ້ນແຂວງ, ຂັ້ນເມືອງ ໃນການດຳເນີນການຄັດເລືອກສອບເສັັງລັດຖະກອນໃໝ່ ແລະ ການຊັບຊ້ອນພະນັກງານເຂົ້າໃນກົງຈັດການຈັດຕັ້ງລັດ ບັນດາຂະແໜງການພາຍໃນເມືອງວຽງທອງ ໃຫ້ມີຄວາມແທດເໝາະຕາມນິຕິກຳທີ່ກຳນົດໄວ້.

About admins14