ຊາວໜຸ່ມເມືອງປາກຊັນ ຮ່ວມໃຈສ້າງຂະບວນການ ປຸກເຮືອນໃຫ້ຄອບຄົວອານາຖາ

ໃນວັນທີ 25 ມິຖຸນາ 2021 ຄະນະບໍລິຫານງານຊາວໜຸ່ມ ເມືອງປາກຊັນ ໄດ້ສ້າງຂະບວນການອອກແຮງງານ ເທພຶ້ນໃຫ້ຄອບຄົວ ນາງແດງ ຢູ່ບ້ານສີບຸນເຮຶອງ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງເປັນຄອບຄົວອານາຖາ, ໂດຍການນຳພາຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເຈົ້າເມືອງປາກຊັນ, ທ່ານ ສົມສຸກ ໄຊບຸນມີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີຄະນະຮັບຜິດຊອບຂະບວນການຕອບບຸນແທນຄຸນ, ຊາວໜຸ່ມຮາກຖານ, ໜ່ວຍຮາກຖານ ແລະ ຊາວໜຸ່ມບ້ານ ເຂົ້າຮ່ວມ.

ຂະບວນການດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ເດືອນມີນາ 2021, ເຊິ່ງໄດ້ຮັບການປະກອບສ່ວນຊ່ວຍເຫຼືອຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ສວນອາຫານບ້ານໂພນງາມ ປະກອບສ່ວນຊີມັງ 5 ໂຕ່ນ ລວມມູນຄ່າ 2.650.000 ກີບ, ທ່ານ ຄອນສະຫັວນ ສອນຄຳໄຊ ປະກອບສ່ວນຊີມັງ 1 ໂຕ່ນ ມູນຄ່າ 530.000ກີບ ແລະ ພາກສ່ວນອຶ່ນໆ, ຄາດວ່າຈະສຳເລັດໃນໄວໆນີ້ ໂດຍລວມມູນຄ່າການກໍ່ສ້າງທັງໝົດ 30 ລ້ານກ່ວາກີບ.

About admins14