ກອງປະຊຸມທາງໄກ ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ

ກອງປະຊຸມທາງໄກ ຜ່ານລະບົບວີດີໂອຄອນຟີເຣັ້ນ ລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາກຳມາທິການສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງທົ່ວປະເທດເຂົ້າຮ່ວມ, ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາເລຂາທິການສະພາປະຊາຊົນແຂວງ ເຂົ້າຮ່ວມ.

ກອງປະຊຸມທາງໄກ ຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ບັນດາສະມາຊິກສະພາແຫ່ງຊາດປະຈຳແຕ່ລະແຂວງ ຈະໄດ້ປະກອບຄໍາເຫັນ ຕື່ມໃສ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 21/04/2021 ວ່າດ້ວຍມາດຕະການສະກັດກັັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ການຈັດຕັັ້ງປະຕິບັດນະໂຍບາຍດ້ານຕ່າງໆຂອງຂະແໜງການກ່ຽວຂ້ອງກໍານົດອອກ.

ໂດຍປະຕິບັດຕາມ ຄໍາສັ່ງເລກທີ 15/ນຍ, ແຂວງບໍລິຄຳໄຊ ກໍໄດ້ຈັດຕັ້ງຜັນຂະຫຍາຍມາເປັນນິຕິກໍາຂອງຕົນ ເປັນຕົ້ນ: ຄໍາສັ່ງແນະນໍາຂອງທ່ານເຈົ້າແຂວງ, ຄໍາແນະນໍາຂອງຄະນະບໍລິຫານງານພັກແຂວງ, ສ່ວນຢູ່ຂັ້ນເມືອງ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍເຊັ່ນກັນ, ພ້ອມນີ້ ຍັງໄດ້ປິດສະຖານທີ່ຕ່າງໆ ຕາມຄຳສັ່ງແນະນຳ ຂອງຄະນະສະເພາະກິດ, ປະຈຸບັນ ສູນກັກກັນໃນທົ່ວແຂວງ ມີທັງໝົດ 11 ແຫ່ງ, ສູນປີ່ນປົວ 2 ແຫ່ງ, ບໍ່ທັນໄດ້ນຳໃຊ້ 1 ແຫ່ງ, ສາມາດຄຸ້ມຄອງເປົ້າໝາຍເຂົ້າສູນກັກກັນ ແຕ່ວັນທີ 21 ເມສາ ຮອດປະຈຸບັນ ມີຕົວເລກສະສົມ 1.629 ຄົນ, ກັກຕົວຢູ່ໂຮງແຮມ 4.287 ຄົນ, ປະຈຸບັນ ຍັງຈຳກັດຢູ່ໃນສູນ ມີ 84 ຄົນ, ຈໍາກັດໃນໂຮງແຮມ ມີ 133 ຄົນ, ນໍາສົ່ງໄປວິເຄາະ ມີ 3.276 ຕົວຢ່າງ, ຍັງລໍຖ້າຜົນວິເຄາະ 36 ຕົວຢ່າງ, ພົບຜູ້ຕິດເຊື່ອມີ 3 ກໍລະນີ ເຊິ່ງທັງໝົດໄດ້ເຂົ້າປິ່ນປົວຢູ່ສູນຂອງແຂວງ ແລະ ປິ່ນປົວດີແລ້ວ ທັງ 3 ກໍລະນີ, ມີແຮງງານລາວ ແລະ ບຸກຄົນຜູ້ທີ່ມາແຕ່ຕ່າງປະເທດ ໂດຍຜ່ານດ່ານສາກົນ ທີ່ມີການເກັບຕົວຢ່າງ ທັງໝົດ 1.119 ຄົນ

ທົ່ວແຂວງສາມາດສັກວັກຊິນໃຫ້ແກ່ປະຊາຊົນ ເຂັມທີ 1 ມີ 25.118 ຄົນ, ເຂັມທີ 2 ມີ 12.491 ຄົນ ລວມທັງໝົດ 37.609 ຄົນ, ເທົ່າກັບ 35% ຂອງພົນລະເມືອງ, ຕາມແຜນການຈະປະຕິບັດໃຫ້ໄດ້ 50% ຂອງພົນລະເມືອງທົ່ວແຂວງ.

ການກະກຽມຄວາມພ້ອມ ກ່ຽວກັບສະຖານທີ່ຮອງຮັບ ຕໍ່ວຽກງານດັ່ງກ່າວ:ມີສູນປິ່ນປົວ (ໂຮງໝໍ ໂຄວິດ-19) 1 ແຫ່ງ, ມີ 12 ຫ້ອງນອນ, ມີຫ້ອງ ICU ຈໍານວນ 2 ຫ້ອງ, ສາມາດບັນຈຸເຕັມອັດຕາໄດ້ 24 ຄົນ ແລະ ມີສູນປິ່ນປົວສໍາຮອງ 1 ແຫ່ງ, ມີ 30 ຕຽງ, ບັນຈຸໄດ້ 70 ຄົນ, ເຄື່ອງມືຮັບໃຊ້ທາງການແພດຈໍານວນໜຶ່ງ ເຊັ່ນ: ມີເຄື່ອງຊ່ວຍຫາຍໃຈທຽມ 5 ໜ່ວຍ, ບັ້ງອົກຊີແຊນ 70 ບັ້ງ ແລະ ສໍາຮອງແຮ 250 ບັ້ງ.

About admins14