ຮອງເລຂາພັກເມືອງວຽງທອງ ລົງຕິດຕາມການລົງກໍ່ສ້າງຮາກຖານປະຈໍາບ້ານຜາຂອດ

    

ໃນວັນທີ 3 ມິຖຸນາ​ 2021 ນີ້ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ພະນັກງານທີ່ລົງກໍ່ສ້າງຮາກຖານປະຈໍາບ້ານຜາຂອດ.

ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງບ້ານຜາຂອດ ໄດ້ເລີ່ມມາແຕ່ວັນທີ 17 ພຶດສະພາ 2021  ເຊິ່ງບ້ານຜາຂອດ ມີ 69 ຫຼັງຄາເຮືອນ ມີພົນລະເມືອງ 618 ຄົນ ຍິງ 332 ຄົນມີ 3 ຊົນເຜົ່າ ຄື: ເຜົ່ງມົ້ງ,​ ເຜົ່າລາວລຸ່ມ,​ ເຜົ່າກືມມຸ, ອາຊີບຕົ້ນຕໍ ປູກຝັງ-ລ້ຽງສັດ.

ຜ່ານມາໜ່ວຍກໍ່ສ້າງຮາກຖານການເມືອງໄດ້ນຳເອົາເອກະສານຕ່າງໆມາເຜີຍແຜ່,​ ເຊື່ອມຊືມໃຫ້ອຳນາດການປົກຄອງ, ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ, ​ໄດ້ສົມທົບກັບອຳນາດການປົກຄອງ ເຮັດວຽກງານແນວຄິດກັບປະຊາຊົນພາຍໃນບ້ານ ເຊັ່ນ:

 ເປົ້າໝາຍກຸ່ມຄົນບໍ່ເຊື່ອຟັງການຈັດຕັ້ງ,​ ເປົ້າໝາຍເຄື່ອນໄຫວສາສະໜາບໍ່ຖືກຕ້ອງ,​ ເປົ້າໝາຍຄ້າຂາຍຢ່າເສບຕິດ, ​ເປົ້າໝາຍເສບ – ປູກພືດເສບຕິດ, ເປົ້າໝາຍມີອາວຸດລ່າເນື້ອ ແລະ ຈັກສະຕີ່ນ, ຈາກນັ້ນ ໄດ້ປຸກລະດົມໃຫ້ປະຊາຊົນ ທີ່ມີສີ່ງຂອງຜິດຕໍ່ລະບຽບກົດໝາຍ ໃຫ້ນຳມາມອບໃຫ້ເຈົ້າໜ້າທີ່ ເຊິ່ງມີຜູ້ຕື່ນຕົວມາມອບມີ ຄື: ອາວຸດລ່າເນື້ອ 16 ກະບອກ, ຈັກສະຕິ່ນ 5 ເຄື່ອງ, ກັນຊາແຫ້ງ 16 ເປົ້າ ມີນໍ້າໜັກ 195 ກິໂລ, ໄດ້ນຳເອົາແຕ່ລະເປົ້າໝາຍມາສຶກສາອົບຮົມພ້ອມທັງສ້າງບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ແລະ ຈະໄດ້ສືບຕໍ່ໃນການປະຕິບັດວຽກຮາກຖານໃຫ້ສຳເລັດຕາມແຜນທີ່ວາງໄວ້.

ຈາກນັ້ນ ທ່ານຄຳມອນ ໄຊພົມມີ ຮອງເລຂາພັກເມືອງ ກໍ່ໄດ້ມີຄຳຄິດເຫັນຊີ້ນຳ ເຊິ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍ ພ້ອມທັງຮຽກຮ້ອງໃຫ້ພະນັກງານຕ້ອງມີຄວາມເອກະພາບສູງ ມີນ້ຳໃຈອົດທົນປະຕິບັດຕາມແຜນການນຳພາປະຊາຊົນ ແກ້ໄຂບັນຫາຕ່າງໆ ທີ່ເກີດຂື້ນໃຫ້ຄ່ອຍໆໝົດໄປເທື່ອລະກ້າວ.

About admin11