2 ບ້ານ ເມືອງບໍລິຄັນ ໄດ້ຮັບນາມມະຍົດ ເປັນບ້ານພັດທະນາຮອບດ້ານ

ພິທີປະກາດບ້ານປາກເຫືອງ ແລະ ບ້ານນາຫັນ ເມືອງບໍລິຄັນ ເປັນບ້ານພັດທະນາຮອບດ້ານ ຂອງເມືອງບໍລິຄັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 23 ມິຖຸນາ 2021 ຢູ່ບ້ານປາກເຫືອງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຂັ້ນແຂວງ, ມີທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ, ມີຄະນະກຳມະການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ນປະຊາຊົນທັງສອງບ້ານເຂົ້າຮ່ວມ.

ທ່ານ ໝອນ ອິນທິເສນ ຫົວໜ້າຫ້ອງກະສິກຳ ແລະ ປ່າໄມ້ເມືອງບໍລິຄັນ ຄະນະກຳມະການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນເມືອງ ໄດ້ສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານ ການລົງຊຸກຍູ້, ຕິດຕາມການສ້າງບ້ານ ພັດທະນາຮອບດ້ານທັງ 2 ບ້ານຕະຫຼອດໄລຍະຜ່ານມາ, ໃນນັ້ນຄະນະຮັບຜິດຊອບຂັ້ນເມືອງ ໄດ້ສົມທົບກັບອຳນາດການປົກຄອງຂັ້ນບ້ານ ໄດ້ນຳເອົາກົດໝາຍ, ຄຳສັ່ງຂອງຂັ້ນເທິງ, ນິຕິກຳຂອງແຂວງ, ຂອງເມືອງ ລົງເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ໄດ້ເກັບກຳຂໍ້ມູນທາງດ້ານເສດຖະກິດ-ສັງຄົມ ຂອງພໍ່ແມ່ປະຊາຊົນໃນແຕ່ລະຄອບຄົວທັງ 2 ບ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍລວມແລ້ວເຫັນວ່າປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງບ້ານ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ເຮັດໃຫ້ຄວາມທຸກຍາກໄດ້ຮັບການແກ້ໄຂ, ມີຄອບຄົວຕົວແບບໃນດ້ານຕ່າງໆເຊັ່ນ: ການປູກພືດ, ລ້ຽງສັດ ແລະ ຫັດຖະກໍາ ສ້າງລາຍໄດ້ເຂົ້າສູ່ຄອບຄົວ ກາຍເປັນຄອບຄົວພັດທະນາຫຼາຍຂຶ້ນ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ, ກຳລັງ ປກຊ-ປກສ ບ້ານ ມີຄວາມເຂັ້ມແຂງໜັກແໜ້ນ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ.

ທັງ 2 ບ້ານ ເນື້ອທີ່ດີນປູກສ້າງ 13 ເຮັກຕ່າ, ເນື້ອທີ່ນາປີ 181 ເຮັກຕ່າ, ສະມັດຕະພາບຜົນຜະລິດເຂົ້າ 2,5ໂຕນ/ເຮັກຕ່າ, ສະເລ່ຍເຂົ້າກິນ 450 ກິໂລ/ຄົນ/ປີ, ເນື້ອທີ່ສວນມັນຕົ້ນ 138 ເຮັກຕ່າ, ເນື້ອທີ່ສວນຢາງພາລາ 168 ເຮັກຕ່າ, ຜະລິດຕະພັນທີ່ບ້ານສາມາດຜະລິດໄດ້ ອັນພົ້ນເດັ່ນແມ່ນຜົນຜະລິດຈາກກະສິກຳ ແລະ ອຸດສາຫະກໍາເຊັ່ນ: ຢາງພາລາ, ມັນຕົ້ນ, ມີຄອບຄົວພົ້ນທຸກ 183 ຄອບຄົວ ເທົ່າກັບ 96,82%, ມີຄອບຄົວພັດທະນາ 183 ຄອບຄົວ, ເທົ່າກັບ 96,82 %, ບ້ານມີລະບົບໂທລະໂຄ່ງ ເພື່ອຮັບໃຊ້ເຂົ້າໃນວຽກງານສື່ມວນຊົນກໍ່ຄືວຽກງານຕ່າງໆ.

ມີຄອບຄົວວັດທະນະທໍາ 189 ຄອບຄົວ ເທົ່າກັບ 100% ເດັກໃນເກນອາຍຸໄດ້ເຂົ້າຮຽນບັນລຸ 100 %, ປະຊາຊົນໄດ້ຊົມໃຊ້ນໍ້າສະອາດກວມ 100 %, ຊົມໃຊ້ວິດຖາຍກວມ 100%, ມີຄອບຄົວສາທາລະນະສຸກແບບຢ່າງ 189 ຄອບຄົວ, ໄດ້ປະກາດຮັບຮອງເປັນບ້ານແບບສາທາລະນະສຸກທັງ 2 ບ້ານ, ອົງການປົກຄອງບ້ານໄດ້ປັບປຸງເປັນ 5 ຕໍາແໜ່ງງານ ແລະ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດໜ້າທີ່ຂອງຕົນດ້ວຍຮັບຜິດຊອບຢ່າງຕັ້ງໜ້າ ເຮັດໃຫ້ບ້ານມີຄວາມເຂັ້ມແຂງໜັກແໜ້ນ.

ຜ່ານການກວດກາປະເມີນ ສ້າງບ້ານປາກເຫືອງ ແລະ ບ້ານນາຫັນ ເປັນບ້ານພັດທະນາຮອບດ້ານ ຕາມ 11 ມາດຖານ ຂອງດໍາລັດ ເລກທີ່ 348/ລບ ສາມາດຕີລາຄາໄດ້ຄື: ບ້ານປາກເຫືອງ ມີ 71 ຄອບຄົວ, ພົນລະເມືອງທັງໝົດ 373 ຄົນ, ຍີງ 179 ຄົນ, ຄອບຄົວພົ້ນທຸກ 70 ຄອບຄົວ, ເທົ່າກັບ 98,59 %, ຄອບຄົວພັດທະນາ 69 ຄອບຄົວເທົ່າກັບ 97,18 %, ບ້ານນາຫັນມີ 118 ຄອບຄົວ, ພົນລະເມືອງທັງໝົດ 703 ຄົນ, ຍີງ 344 ຄົນ, ຄອບຄົວພົ້ນທຸກ 113 ຄອບຄົວ ເທົ່າກັບ 95,76 %, ຄອບຄົວພັດທະນາ 110 ຄອບຄົວເທົ່າກັບ 93,22 % ສາມາດຕີລາຄາໄດ້ທັງ 2 ບ້ານຄົບໃນເງື່ອນໄຂທີ່ໄດ້ກຳນົດໄວ້.

ໂອກາດດັ່ງກ່າວນີ້ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຕາງໜ້າໃຫ້ຄະນະພັກຄະນະປົກຄອງແຂວງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນຂອງທ່ານເຈົ້າແຂວງບໍລິຄຳໄຊ ຮັບຮອງເອົາບ້ານປາກເຫືອງ ແລະ ບ້ານນາຫັນ ເປັນບ້ານ ພັດທະນາຮອບດ້ານ ບ້ານທີ 37 ແລະ 38 ໃນຈຳນວນ 44 ບ້ານ ຂອງເມືອງ ບໍລິຄັນ.

ທ່ານ ວັນໄວິໄລ ແດນພູຫຼວງ ໄດ້ຍ້ອງຍໍຊົມເຊີຍຜົນງານຄະນະກຳມະການກວດກາ ການສ້າງບ້ານພັດທະນາຮອບດ້ານຂັ້ນແຂວງ, ຂັ້ນເມືອງ ທີ່ສາມາດປະຕິບັດສຳເລັດໜ້າທີ່ ພ້ອມນັ້ນຈະຕ້ອງໄດ້ລົງຊຸກຍູ້, ຕິດຕາມເປັນປົກກະຕິ, ອຳນາດການປົກຄອງຂັ້ນບ້ານ ຈະຕ້ອງໄດ້ເປັນເຈົ້າການໃນການເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນເປັນປຶກແຜ່ນ, ຫັນການຜະລິດໃຫ້ຫຼາຍກາຍເປັນສິນຄ້າສ້າງລາຍຮັບໃຫ້ກັບຄອບຄົວ, ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ, ເຊີດຊູນ້ຳໃຈຮັບຜິດຊອບອັນສູງສົ່ງ ຕໍ່ກັບໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ເຫື່ອແຮງ, ທ່າແຮງອັນບົ່ມຊ້ອນທີ່ມີຢູ່ພື້ນທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສ້າງສາ ພັດທະນາບ້ານເມືອງ ຂອງພວກສະຫາຍໃຫ້ກ້າວຂືນຢ່າງບໍ່ຢຸດຢັ້ງ.

About admins14