ບໍລິຄຳໄຊ-ສະຫວັນນະເຂດ ແລກປ່ຽນຖອດຖອນບົດຮຽນວຽກງານບໍລິການຜ່ານປະຕູດຽວ

 

         ກອງປະຊຸມ ພົບປະແລກປ່ຽນຖອນບົດຮຽນ ລະຫວ່າງ ແຂວງບໍລິຄຳໄຊ ແລະ ສະຫວັນນະເຂດ ກ່ຽວກັບວຽກງານບໍລິການຜ່ານປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ທີ່ຫ້ອງປະຊຸມຫ້ອງການບໍລິການຜ່ານປະຕູດຽວ ແຂວງບໍລິຄຳໄຊ ເຊິ່ງຝ່າຍບໍລິຄຳໄຊ ນຳໂດຍທ່ານ ສົມໃຈ ຄຸນພະໄຊ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງສະຫວັນນະເຂດ ນຳໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ.

ກອງປະຊຸມ ໄດ້ຮັບຟັງຜົນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາວ່າ: ຫ້ອງການບໍລິການເອກະສານຜ່ານປະຕູດຽວແຂວງ ແມ່ນອົງການຈັດຕັ້ງຂອງລັດ ຂຶ້ນກັບການຊີ້ນຳບັນຊາໂດຍກົງຂອງແຂວງ ປະກອບດ້ວຍພະນັກງານຈາກ 12 ພາກສ່ວນ 2 ໜ່ວຍງານ, 10 ປ່ອງບໍລິການ, ມີພະນັກງານທັງໝົດ 28 ທ່ານ ຍິງ 17 ທ່ານ, ເລີ່ມແຕ່ວັນທີ 5 ມັງກອນ 2021 ເຖິງວັນທີ 25 ພຶດສະພາ 2021 ຫ້ອງການບໍລິການເອກະສານ ໄດ້ຮັບເອກະສານທັງໝົດ 2.112 ສະບັບ ຫຼາຍກວ່າໝູ່ແມ່ນ ເອກະສານກ່ຽກັບທີ່ດິນ 1.234 ສະບັບ ( ປ່ອງບໍລິການພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ), ຮອງລົງມາແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ 278 ສະບັບ ( ເອກະສານ ຢັ້ງຢືນແຫຼ່ງກຳເນີດສິນຄ້າ ) ແລະ ປ່ອງບໍລິການພະແນກແຜນການ ແລະ ການລົງທຶນແຂວງ 146 ສະບັບ, ເກັບຄ່າທຳນຽມທາງໄດ້ 636.155.318 ກີບ, ເກັບຄ່າບໍລິການໄດ້ 169.811.300 ກີບ ລວມລາຍຮັບທັງໝົດ 805.966.618 ກີບ ແລະ ໄດ້ມອບເຂົ້າງົບປະມານບັນຊີຢູ່ຄັງເງິນແຫ່ງຊາດ, ຕາມລະບຽບກົດໝາຍສ່ວຍສາອາກອນແຂວງ ແລະ ລະບຽບການເງິນຂອງລັດກຳນົດອອກ.

ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລື ແລກ ປ່ຽນບົດຮຽນຮ່ວມກັນ ເປັນຕົ້ນແມ່ນການກະກຽມສ້າງແຜນດຳເນີນງານ, ງົບປະມານ, ບັນດານິຕິກຳ, ການຈັດຕັ້ງການເຄື່ອນໄຫວ, ການສ້າງຕັ້ງຫ້ອງການ, ການເຂົ້າປະຈຳການຂອງພະນັກງານຈາກສ່ວນຕ່າງໆ ແລະ ວຽກງານອື່ນໆ. ຈຸດປະສົງຂອງການມາແລກປ່ຽນບົດຮຽນຂອງແຂວງສະຫວັນນະເຂດໃນຄັ້ງນີ້ ກໍ່ເພື່ອເປັນການຖອດຖອນບົດຮຽນ ແລະ ຈະນຳໄປປະຕິບັດຢູ່ແຂວງຂອງຕົນໃນການບໍລິການເອກະສານຜ່ານປະຕູດຽວ.

About admins16