ກອງປະຊຸມ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 2

ກອງປະຊຸມວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງແຂວງ ຄັ້ງທີ 2 ແລະ ທິດທາງແຜນການຮອດປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຮອງຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າແຂວງ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນການ, ຂະແໜງການກ່ຽວຂ້ອງ, ນັກທຸລະກິດພາຍໃນແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ວຽກງານອຳນວຍຄວາມສະດວກທາງດ້ານການຄ້າແຂວງ ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2019 ພາຍໃຕ້ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງເປັນບາດກ້າວສຳຄັນທີ່ຈະເຮັດໃຫ້ຂັ້ນຕອນການປະກອບເອກະສານ, ເວລາ ແລະ ຄ່າໃຊ້ຈ່າຍໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ ມີຄວາມກະທັດຮັດ, ໂປ່ງໃສ, ສະດວກວ່ອງໄວ ແລະ ກົມກຽວກັນ ແນໃສ່ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ຕາມ 7 ຍຸດທະສາດ 19 ກິດຈະກຳ ເຊິ່ງໄລຍຜ່ານມາ ສາມາດປະຕິບັດໄດ້ 6 ກິດຈະກຳ ເປັນຕົ້ນແມ່ນສຳເລັດກອງປະຊຸມກຳມະການອຳນວຍຄວາມສະດວກທາງດ້ານການຄ້າແຂວງ, ກອງປະຊຸມປຶກສາຫາລືກັນລະຫວ່າງພາກລັດ-ທຸລະກິດຂອງແຂວງ 2 ຄັ້ງ, ກອງປະຊຸມແກ້ໄຂບັນຫາການສົ່ງອອກຜະລິດຕະພັນໄມ້ປອກ, ເຂົ້າ, ຢາງພາລາ, ຫີນກໍ່ສ້າງ ແລະ ມັນຕົ້ນ, ການອອກອະນຸຍາດນຳເຂົ້າ-ສົ່ງອອກ ເຂົ້າສານ ຈາກໃຊ້ເວລາ 4 ວັນມາ ເປັນ 2 ວັນ, ສົ່ງອອກຜະລິດຕະພັນໄມ້ ຈາກ 10 ວັນມາເປັນ 7 ວັນ, ອະນຸຍາດສົ່ງອອກຢາງພາລາ ຈາກ 5 ວັນມາເປັນ 3 ວັນ ແລະ ອະນຸຍາດສົ່ງອອກຜະລິດຕະພັນມັນຕົ້ນ ຈາກ 4 ວັນມາເປັນ 2 ວັນ, ໄດ້ສຳເລັດ ແລະ ນຳໃຊ້ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບເອເລັກໂຕນິກ ( E-CO ) ເປັນຕົ້ນແມ່ນລະບົບອອກຟອມ E-From D ເຊິ່ງລະບົບດັ່ງກ່າວ ໄດ້ເຊື່ອມຕໍ່ກັບລະບົບແຈ້ງພາສີຂອງບັນດາ 10 ປະທດໃນ ASEAN ນອກນີ້ ກະຊວງ ອຄ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກະກຽມພັດທະນາລະບົບສະຖິຕິນຳເຂົ້າ ແລະ ສົ່ງອອກສິນຄ້າ ແບບເອເລັກໂຕຼນິກ ເພື່ອໃຫ້ທຸກພາກສ່ວນ ເຂົ້າເຖິງຂໍ້ມູນດັ່ງ ຜ່ານລະບົບອອນລາຍໄດ້.

ສຳລັບທິດທາງແຜນການຮອດປີ 2022 ປະສານກັບຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລື, ຄົ້ນຄວ້າ ແລະ ນຳສະເໜີການນຳຂອງແຂວງເພື່ອລົບລ້າງຈຸດກວດກາຕາມເສັ້ນທາງພາຍໃນແຂວງ, ເກັບກຳຂໍ້ມູນ ແລະ ສັງລວມຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນໃນການດຳເນີນ ແລະ ປະກອບເອກະສານເພື່ອນຳເຂົ້າ-ສົ່ງອອກສິນຄ້າ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ສ້າງເງື່ອນໄຂໃຫ້ພາກທຸລະກິດພາຍໃນແຂວງສາມາດແຂ່ງຂັນກັບແຂວງອື່ນໄດ້ ຮັບປະກັນການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໝາຍວາງອອກ, ສືບຕໍ່ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະມາຄົມທຸລະກິດໜຸ່ມ ໃນການສັງລວມ ແລະ ແກ້ໄຂບັນຫາທີ່ຕິດພັນກັບວຽກງານການນຳເຂົ້າ-ສົ່ງອອກ ຂອງພາກທຸລະກິດ.

About admins16