ກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ

ຕອນເຊົ້າຂອງວັນທີ 2 ມີຖຸນາ 2021 ນີ້ຢູ່ສະໂມສອນ ບ້ານ ຈັດສັນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ທ່ານ ອຸທອນ ສີງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ, ການຈັດຕັ້ງບ້ານ, ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ກອງປະຊຸມຜູູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານບາງມາດຕາຂອງກົດໝາຍ ວ່າດ້ວຍທີ່ດີນ, ກຳມະສິດທີ່ດີນ, ການຫ້າມຈັບຈອງທີ່ດີນ, ການຂື້ນທະບຽນທີ່ດີນ, ສິດ ແລະ ພັນທະຂອງຜູ້ຊົມໃຊ້ທີ່ດີນ, ສິດສະເໝີພາບລະຫວ່າງຍີງ-ຊາຍ ທາງດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນາທຳສັງຄົມ, ດ້ານຄອບຄົວ ແລະ ສາຍພົວພັນກ່ຽວກັບວຽກງານອອກໃບຕາດີນ, ອະທິບາຍຄວາມສໍາຄັນຂອງດີນກະສິກໍາ, ອະທິບາຍກ່ຽວກັບການຈົ່ງທາງ ຫຼື ເຂດສະຫງວນ ( ທາງຫຼວງ, ທາງຮ່ອມ) ແລະ ໄດ້ຮັບຟັງການອະທິບາຍ, ຊີ້ແຈງ ກ່ຽວກັບວິທີ, ຂັ້ນຕອນໃນການອອກໃບຕາດີນ.

About admin11