ປະທານກວດກາພັກ-ລັດແຂວງ ລົງຊຸກຍູ້ວຽກງານກວດກາພັກ-ລັດເມືອງວຽງທອງ

ໃນວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ລົງຊຸກຍູ້ຕິດຕາມການປະຕິບັດວຽກງານຂອງພະນັກງານກວດກາພັກ-ລັດເມືອງວຽງທອງ ເຊີ່ງມີພະນັກງານຫ້ອງການກວດກາພັກ-ລັດ ແລະ ພະນັກງານຜູ້ທີ່ເຮັດວຽກງານກວດກາຢູ່ແຕ່ລະຫ້ອງການອອ້ມຂ້າງເມືອງ ເຂົ້າຮ່ວມ.

ຈຸດປະສົງໃນການລົງຊຸກຍູ້ຄັ້ງນີ້ ກໍ່ເພື່ອນໍາເອົານິຕິກໍາຕ່າງໆ ລົງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານຜູ້ທີ່ເຮັດວຽກງານກວດກາພັກ-ລັດ ຂອງແຕ່ລະຫ້ອງການ ໃຫ້ເຂົ້າໃຈຈະແຈ້ງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກ.

ນິຕິກໍາທີ່ນໍາມາເຜີຍແຜ່ ມີຄື: ວຽກງານກວດກາພັກ, ບາດກ້າວຂັ້ນຕອນຮ່ວມຊີວິດພັກ, ຄໍາແນະນໍາເລກທີ 358/ຄກພ.ຂບຊ, ການສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜັນ ຖືກຕ້ອງຕາມຄໍາສັ່ງ 01/ກມສພ ແລະ ວຽກງານກວດກາລັດ ໃນການຕິດຕາມກວດກາການລົງທຶນ ເພື່ອໃຫ້ສອດຄອ່ງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງລັດ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ຢູ່ແຕ່ລະຫ້ອງການຂອງຕົນ ໄລຍະຜ່ານມາ.

About admin11