-
ຂ່າວໃໝ່
- ແມ່ຍິງຮາກຖານຂະແໜງການເງິນແຂວງ ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 114 ປີ
- ຍົກລະດັບສ້າງເຄືອຂ່າຍວຽກງານດ້ານການຄ້າມະນຸດ ແລະ ວຽກງານເຍົາວະຊົນ-ອະນຸຊົນ ຊາວໜຸ່ມແຂວງບໍລິຄຳໄຊ
- ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2023 ແລະ ວາງທິດທາງ ປະຈຳປີ 2024 ຫ້ອງສັນຕິບານ ປກສ ແຂວງ
- ກອງທຶນ 1 ດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ມອບສັງກະສີ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ
- ປະກາດແຕ່ງຕັ້ງ ເລຂາພັກເມືອງ ເຈົ້າເມືອງວຽງທອງຜູ້ໃໝ່
- ກອງປະຊຸມຂອງຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024
- ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນະຄອນຮາຍຟ່ອງ ຢ້ຽມຢາມແຂວງບໍລິຄຳໄຊ
- ມອບ-ຮັບ ວຽກງານອອກໃບຕາດິນໃຫ້ຫ້ອງການ ຊສ ເມືອງວຽງທອງ
- ທ່ານນາງ ສີໃສ ລືເດດມູນສອນ ເນັ້ນຫຼາຍດ້ານຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ
- ເປີດການນຳໃຊ້ໄຟເຢືອງທາງຂອງປະຊາຊົນບ້ານໜອງກອກ ເມືອງຄຳເກີດ
- ເມືອງວຽງທອງລະນຶກວັນແມ່ຍິງສາກົນຄົບຮອບ 114 ປີ
- ພິທີປິດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະດັບປະລິນຍາໂທ້ ເມືອງທ່າພະບາດ
- ຫຼາຍວຽກງານປິ່ນອ້ອມກໍ່ສ້າງຮາກຖານການເມືອງ ເມືອງວຽງທອງຈະຕ້ອງໄດ້ປັບປຸງແກ້ໄຂ
- ກອງບຸນຜ້າປ່າສາມັກຄີ ກາລະທານຖວາຍວັດສີລາວະນາລາມ ບ້ານອານຸສອນໄຊ
ກ່ຽວກັບແຂວງ
ແຈ້ງການ
ເຊື່ອມຕໍ່ເວັບໄຊອື່ນ
- ລັດຖະບານ
- ສະພາແຫ່ງຊາດ
- ຫ້ອງວ່າການປະທານປະເທດ
- ຈົດໝາຍເຫດທາງລັດຖະການ
- ທະນາຄານແຫ່ງ ສປປ ລາວ
- ຄະນະຈັດຕັ້ງສູນກາງພັກ
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
- ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ
- ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ
- ຂ່າວສານປະເທດລາວ
- ປະຊາຊົນ
- ວິທະຍຸກະຈາຍສຽງແຫ່ງຊາດ
- ແຂວງ ນະຄອນຫຼວງວຽງຈັນ
- ແຂວງ ຜົ້ງສາລີ
- ແຂວງ ບໍ່ແກ້ວ
- ແຂວງ ຫຼວງນໍ້າທາ
- ແຂວງ ອຸດົມໄຊ
- ແຂວງ ຫົວພັນ
- ແຂວງ ຊຽງຂວາງ
- ແຂວງ ຫຼວງພຣະບາງ
- ແຂວງ ໄຊຍະບູລີ
- ແຂວງ ວຽງຈັນ
- ແຂວງ ໄຊສົມບູນ
- ແຂວງ ຄຳມ່ວນ
- ແຂວງ ສະຫວັນນະເຂດ
- ແຂວງ ສາລະວັນ
- ແຂວງ ຈຳປາສັກ
- ແຂວງ ອັດຕະປື
ຜູ້ເຂົ້າຊົມເວັບໄຊ
Users Today : 234Users Yesterday : 426This Month : 7300This Year : 31872Total Users : 418096Who's Online : 6ເບິ່ງຂ່າວເກົ່າ
Archive for July, 2020
-
ກອງທຶນໜຶ່ງດວງໃຈ ຜະລິດດອກໄມ້ ເພື່ອປະດັບປະດາກອງປະຊຸມໃຫຍ່ອົງຄະນະພັກແຂວງ
Posted on July 31, 2020 | No Commentsເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ທີ່ໃກ້ຈະມາເຖິງນີ້ ສະມາຊິກກອງທຶນໜຶ່ງດວງໃຈ ໄດ້ສຸມໃສ່ປະດິດດອກໄມ້ຢາງ ຫຼາຍກວ່າ 10 ພັນດອກ ເພື່ອປະດັບສະຖານທີ່ສຳຄັນຕ່າງໆ ພາຍໃນເທດສະບານເມືອງປາກຊັນ ທ່ານນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໄດ້ໃຫ້ສຳພາດໃນວັນທີ 31 […] -
ປະກາດແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງທຳອິດ ຂອງ ສປປ ລາວ
Posted on July 31, 2020 | No Commentsພິທີປະກາດຮັບຮອງແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, […] -
ເຜີຍແຜ່ຮ່າງດໍາລັດວ່າດ້ວຍການສ້າງຕັ້ງ ແລະ ແຜນການລົງທຶນ ອຸທິຍານແຫ່ງຊາດພູເຂົາຄວາຍ
Posted on July 31, 2020 | No Commentsກອງປະຊຸມເຜີຍແຜ່ຮ່າງດໍາລັດ ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດ ແລະ ຮ່າງແຜນການລົງທຶນອຸທິຍານແຫ່ງຊາດພູເຂົາຄວາຍ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມໂດຍ ທ່ານ ຊາຍຄໍາ ກຸນນະວົງ ຮອງຫົວຫນ້າພະແນກ ກປ ແຂວງບໍລິຄໍາໄຊ ມີບັນດາພະແນກການ, ຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, […] -
ວຽກງານສາທາລະນະສຸກມີຫຼາຍດ້ານພົ້ນເດັ່ນ
Posted on July 30, 2020 | No Comments -
ບໍລິຄຳໄຊ ໃຊ້ 5 ບາດກ້າວກຳຈັດການຖ່າຍຊະຊາຍ
Posted on July 30, 2020 | No Commentsເພື່ອຫຼຸດຜ່ອນການເຈັບປ່ວຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ມີສຸຂະພາບຈະເລີນພັນທີ່ດີ ແຂວງບໍລິຄຳໄຊ ໄດ້ສຸມໃສ່ວຽກງານການສ້າງຊຸມຊົນເປັນເຈົ້າດ້ານສາທາລະນະສຸກ ແລະ ການຢຸດຕິການຖ່າຍຊະຊາຍ ຢ່າງແຂງແຮງ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ແລະ ຈະຖືກປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ ໃນວັນທີ 31 ກໍລະກົດ 2020 ນີ ທ່ານ ບຸນມາ […] -
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢ້ຽມຢາມແຂວງບໍລິຄຳໄຊ
Posted on July 30, 2020 | No Commentsໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020 ຢູ່ຫ້ອງຮັບຮອງແຂວງບໍລິຄໍາໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ. […] -
6 ເດືອນຕົ້ນປີ ໂຮງໝໍແຂວງມີຄົນເຈັບມາໃຊ້ບໍລິການເກືອບ 20.000 ເທື່ອຄົນ
Posted on July 30, 2020 | No Commentsກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງໂຮງໝໍແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ບຸນຍັງ […] -
ນົກເຂົາຂັນກູ່
Posted on July 30, 2020 | No Comments -
ສົກຮຽນ 2019-2020 ທົ່ວແຂວງບໍລິຄຳໄຊ ມີນັກຮຽນເສັງຈົບຊັ້ນ ມ7 ຈຳນວນ 3.317 ຄົນ
Posted on July 29, 2020 | No Commentsບັ້ນດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນ ມ.7 ປະຈຳສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2020 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ໃຫ້ກຽດມອບ ແລະ ຕັດຫົວບົດການສອບເສັງ ໂດຍທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງ-ເມືອງປາກຊັນ ມີຫົວໜ້າສຶກສາທິການ […] -
ການນຳ-ມວນຊົນ ແຂວງບໍລິຄຳໄຊ ຮ່ວມໃຈໃສ່ບາດຖວາຍສັງຄະທານ ອຸທິດຫາດວງວິນຍານ ພຣະເຈົ້າໄຊຍະເສດຖາທິຣາດ
Posted on July 29, 2020 | No Commentsພິທີໃສ່ບາດຖວາຍສັງຄະທານ ຮູບຫຼໍ່ທອງເຫຼືອງພະເຈົ້າໄຊຍະເສດຖາທິຣາດ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2020 ຢູ່ເດີ່ນໂຮງແຮມສຸນັນທາ ບ້ານໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມພິທີໃສ່ບາດຄັ້ງນີ້ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື […] -
ທາບທາມບຸກຄະລະກອນ ແລະ ຜ່ານຮ່າງບົດລາຍງານການເມືອງ ກອງປະຊູມໃຫຍ່ອົງຄະນະພັກແຂວງ.
Posted on July 28, 2020 | No Commentsກອງປະຊຸມການຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີຄະນະບໍລິຫານງານພັກແຂວງ, ເລຂາຄະນະພັກຮາກຖານ, […] -
ຊາວແຂວງບໍລິຄຳໄຊ ຕ້ອນຮັບຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ
Posted on July 27, 2020 | No Commentsພິທີຕ້ອນຮັບຮູບຫຼໍ່ເຈົ້າໄຊຍະເຊດຖາທິຣາດ ຈາກນະຄອນຫຼວງວຽງຈັນ ທີ່ຈະໄປປະດິດສະຖານທີ່ແຂວງອັດຕະປື ໄດ້ມາຮອດແຂວງບໍລິຄຳໄຊ ໃນເວລາ 12:30 ນາທີ ຂອງວັນທີ 27 ກໍລະກົດ 2020 ໂດຍມີທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນໍາຂອງແຂວງ, ການນໍາຂອງເມືອງປາກຊັນ, […] -
ຍົກລະດັບທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ໃຫ້ 50 ໜ່ວຍພັກຂັ້ນບ້ານ
Posted on July 27, 2020 | No Commentsຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັນ ຮຸ່ນທີ XV ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 27 ກໍລະກົດ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, […] -
ຮາກຖານກຳມະບານຫ້ອງວ່າການແຂວງ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII
Posted on July 24, 2020 | No Commentsໃນວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ຮາກຖານກຳມະບານຫ້ອງວ່າການແຂວງ ໄດ້ຈັດພິທີເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຂັນແກ້ວ ວິໄລວັນ ປະທານຮາກຖານກຳມະບານຫ້ອງວ່າການ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພັນລອນ ແກ້ວວິເສດ ເລຂາຄະນະພັກຮາກຖານ […] -
ບໍລິຄຳໄຊ ປະກາດແຕ່ງຕັ້ງຫົວໜ້າພະແນກກະສິກຳ – ປ່າໄມ້ ແລະ ອຸດສາຫະກຳ – ການຄ້າ ແຂວງ
Posted on July 24, 2020 | No Commentsພິທີປະກາດການແຕ່ງຕັ້ງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, […] -
ປະກາດແຕ່ງຕັ້ງຫົວໜ້າພະແນກ ຖວທ ຄົນໃໝ່
Posted on July 24, 2020 | No Commentsພິທີປະກາດແຕ່ງຕັ້ງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນ ພາຍໃນພະແນກ ຖວທ […] -
ປະກາດການແຕ່ງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ
Posted on July 23, 2020 | No Commentsພິທີປະກາດການແຕ່ງຕັ້ງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກ ຍທຂ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. […] -
ເປີດການສອບເສັງຈົບຊັ້ນ ມໍ4 ທົ່ວເມືອງໄຊຈຳພອນ ປະຈຳສົກຮຽນ 2019-2020
Posted on July 23, 2020 | No Commentsພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມໍ4 ທົ່ວເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ປະຈໍາສົກຮຽນ 2019-2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ກໍລະກົດ 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະກຳມະການ, ພະນັກງານຄູ-ອາຈານ, ຄະນະຮັບຜິດຊອບຂັ້ນເເຂວງ – ເມືອງ […] -
ບໍລິຄຳໄຊ ຈັດອົບຮົມ ຍົກລະດັບພື້ນຖານທິດສະດີໃຫ້ສະມາຊິກພັກໃໝ່
Posted on July 23, 2020 | No Commentsໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄດ້ຈັດຝຶກອົບຮົມສະມາຊິກພັກໃໝ່ ປະຈຳປີ 2020 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄໍ້າ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີສະມາຊິກພັກໃໝ່ເຂົ້າຮ່ວມ 69 ສະຫາຍ ຍິງ 30 ສະຫາຍ. ການຈັດອົບຮົມນີ້ […] -
ບໍລິຄຳໄຊ ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2019-2020
Posted on July 22, 2020 | No Commentsພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2019-2020 ທົ່ວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2020 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ໂດຍການເປັນປະທານຂອງທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການພາຍໃນແຂວງ, ຄູ-ອາຈານ, ພ້ອມດ້ວຍແຂກຖືກເຊີນ […] -
ບໍລິຄຳໄຊ ໄດ້ຮັບນາມມະຍົດ ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ
Posted on July 22, 2020 | No Commentsພິທີປະກາດແຂວງບໍຄຳໄຊເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, […] -
ເຈົ້າແຂວງບໍລິຄຳໄຊ ລົງພົບປະໂອ້ລົມ ທະຫານກອງຮ້ອຍຊາຍແດນ ຄໍ 256 ເມືອງປາກກະດິງ
Posted on July 22, 2020 | No Commentsໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2020 ຢູ່ທີ່ສະໂມສອນ ກອງຮ້ອຍຊາຍແດນ 256 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ຄະນະພັກ, ຄະນະບັນຊາ, ກຳລັງປະກອບອາວຸດ ກອງຮ້ອຍທະຫານຊາຍແດນ ຄໍ […] -
ບໍລິຄຳໄຊ ເປີດສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ ສົກຮຽນ 2019-2020
Posted on July 21, 2020 | No Commentsພິທີເປີດການສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ (ມ.4) ສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2020 ຢູ່ໂຮງຮຽນສົງປາກຊັນໃຕ້ ວັດສັນຕິທັມອັມພາວັນ ເມືອງປາກຊັນ ໂດຍການເຂົ້າຮ່ວມຂອງ ພຣະອາຈາຣຍ໌ ຄຳປັນ ອິນທະວົງ ປະທານ ອສພ ແຂວງບໍລິຄຳໄຊ, ທ່ານ ບຸນຈັນ […] -
ປາກກະດິງ ດຳເນີນການປະເມີນ ບ້ານຄອນສົງ ເປັນບ້ານປ້ອງກັນຊາດເຂັ້ມແຂງ
Posted on July 20, 2020 | No Commentsໃນຕອນເຊົ້າວັນທີ 20 ກໍລະກົດ 2020 ກອງບັນຊາການທະຫານ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄຳໄຊ ພາຍໄຕ້ການເປັນປະທານຂອງທ່ານ ພັທ ບຸນຍັງ ມູນມະນີ ຫົວຫນ້າການເມືອງກອງບັນຊາການທະຫານເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ […] -
ປກສ ເມືອງບໍລິຄັນ ກັກຕົວຜູ້ຖືກຫາ ພ້ອມຂອງກາງຢາບ້າ 4.000 ເມັດ
Posted on July 20, 2020 | No Commentsໃນຕອນເຊົ້າ ວັນທີ 14 ກໍລະກົດ ປີ 2020 ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າ: ຢູ່ສວນຢາງພາລາ ລະຫວ່າງ ບ້ານກົກໂພ ເຊື່ອມຕໍ່ກັບ ບ້ານໜອງແດງ ເຂດນາກູນ ເມືອງ […] -
ສະຫະພັນແມ່ຍິງຮາກຖານ ປກສ ແຂວງ ປາຖະກະຖາວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 65 ປີ
Posted on July 20, 2020 | No Commentsຕອນເຊົ້າວັນທີ 17 ກໍລະກົດ 2020 ນີ້, ສະຫະພັນແມ່ຍິງຮາກຖານ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທິປາຖະກະຖາວັນສ້າງຕັ້ງແມ່ຍິງລາວຄົບຮອບ 65 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2020 ) […] -
ໄຊຈໍາພອນ ປາຖະກະຖາມູນເຊື້ອ ວັນແມ່ຍິງລາວ ຄົບຮອບ 65 ປີ
Posted on July 20, 2020 | No Commentsໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2020 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງໄຊຈຳພອນ ຫ້ອງການສະຫະພັນແມ່ຍິງເມືອງ ໄດ້ຈັດປະຖາກະຖາເລົ່າມູນເຊື້ອ ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 111 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( ວັນທີ 20 […] -
ມອບ-ຮັບ ໝ້າທີ່ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ເກົ່າ ແລະ ຜູ້ໃໝ່
Posted on July 20, 2020 | No Commentsໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ທີ່ຜ່ານມານີ້ ຢູ່ຫ້ອງການບ້ານນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບ-ຮັບ ໝ້າທີ່ເລຂາຄະນະພັກຮາກຖານກຸ່ມບ້ານ ລະຫວ່າງ ສະຫາຍ ຄຳໄຊ ຕຸນາລົມ ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ເກົ່າ ແລະ ສະຫາຍ ຄູນ ໄຊຍະຈັກ […] -
ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເຄື່ອນໄຫວຕິດຕາມວຽກງານໂຄສະນາ ແລະ ຂະບວນການຢູ່ແຂວງບໍລິຄຳໄຊ
Posted on July 20, 2020 | No Commentsໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຮອງຫົວໜ້າໜ່ວຍງານ ຂະບວນການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວຕິດຕາມວຽກງານໂຄສະນາ ແລະ ຂະບວນການຢູ່ແຂວງບໍລິຄຳໄຊ, […] -
ຊາວໜຸ່ມເມືອງຄຳເກີດ ມອບໂຄງການຕອບບຸນແທນຄຸນ
Posted on July 18, 2020 | No Commentsວັນທີ 17 ກໍລະກົດ 2020 ຢູ່ທີ່ເຮືອນຂອງທ່ານ ນາງ ອໍລະດີ ພະພົມມະວົງສາ ພະນັກງານບຳນານ ໄດ້ຈັດພິທີມອບ-ຮັບ ໂຄງການຕອບບຸນແທນຄຸນໃນການສ້ອມແປງເຮືອນໃຫ້ພະນັກງານອາວຸໂສບຳນານ, ເປັນປະທານໂດຍ ທ່ານ ທອງໄຂ ຄຳມະວົງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາຫົວໜ້າ, ຄະນະ, ເລຂາພັກບ້ານ […] -
ເມືອງວຽງທອງລະນຶກ 2 ວັນປະຫວັດສາດ
Posted on July 18, 2020 | No Commentsຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປາຖະກະຖາລະນຶກວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 111 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2020) ແລະ […] -
ຮາກຖານແມ່ຍິງ 642 ຫວນຄືນມູນເຊື້ອວັນແມ່ຍິງລາວ ຄົບຮອບ 65 ປີ
Posted on July 18, 2020 | No Commentsໃນວັນທີ 17 ກໍລະກົດ 2020 ຮາກຖານສະຫະພັນແມ່ຍິງ ກອງພັນໃຫຍ່ 642 ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 […] -
ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I
Posted on July 17, 2020 | No Commentsກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ກໍລະກົດ ແລະ ໄດ້ອັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ […] -
ສະພາປະຊາຊົນແຂວງບໍລິຄຳໄຊ ຮັບຮອງເອົາການສະເໜີຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຄຸ້ມຄອງນຳພາ
Posted on July 17, 2020 | No Commentsໃນວັນທີ 17 ກໍລະກົດ 2020 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຫຼາຍວຽກງານສຳຄັນຂອງແຂວງ ໜຶ່ງໃນນັ້ນ ກໍ່ແມ່ນການພິຈາລະນາຮັບຮອງເອົາການສະເໜີຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຂອງແຂວງ. ກອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຮັບຮອງເອົາການສະເໜີການແຕ່ງຕັ້ງ ແລະ […] -
6 ເດືອນຕົ້ນປີ ສະພາປະຊາຊົນແຂວງໄດ້ຮັບຄໍາຮ້ອງ 12 ເລື່ອງ
Posted on July 17, 2020 | No Commentsໄລຍະຜ່ານມາຄະນະປະຈຳ, ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມສິດ, ພາລະບົດບາດ ແລະ ໜ້າທີ່ ເຮັດໃຫ້ຫຼາຍວຽກງານໄດ້ຮັບຜົນສຳເລັດ ທ່ານ ລົມ ແພງສຸກ ເລຂາທິການສະພາປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ໃນວັນທີ […] -
ນິຕິກໍາຂອງແຂວງ 3 ສະບັບ ເປັນເອກະສັນຮັບຮອງເອົາໃນກອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ
Posted on July 17, 2020 | No Commentsໃນວັນທີ 17 ກໍລະກົດ 2020 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາຂອງແຂວງ ຈໍານວນ 3 ສະບັບ […] -
ແຂວງບໍລິຄຳໄຊ ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ່ 06/ນຍ
Posted on July 17, 2020 | No Commentsອົງການປົກຄອງແຂວງໄດ້ເອົາໃຈໃສ່ຄົ້ນຄວ້ານະໂຍບາຍ ເພື່ອຊຸກຍູ້ເສດຖະກິດ ແລະ ຊ່ວຍເຫຼືອສັງຄົມຢ່າງແຂງແຮງ ໃນຊ່ວງປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ […] -
ບໍລິຄຳໄຊ ຈັດກິດຈະກຳອອກກຳລັງກາຍສະເຫຼີມສະຫຼອງວັນສຳຄັນຕ່າງໆຊາດ
Posted on July 17, 2020 | No Commentsກິດຈະກຳສະເຫຼີມສະຫຼອງວັນສຳຄັນຂອງຊາດ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2020 ຢູ່ເດີ່ນກິລາເປຕັ່ງຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ມີການນຳຂອງແຂວງ, ເມືອງ, ພະນັກງານລັດຖະກອນ ຈາກພະແນກການອ້ອມຂ້າງ ແລະ ຕາງໜ້າຈາກລັດວິສາຫະກິດ-ຫ້າງຮ້ານ ເຂົ້າຮ່ວມ. […] -
7 ວຽກງານທີ່ອົງການປົກຄອງແຂວງ ຕ້ອງສຸມໃສ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ
Posted on July 16, 2020 | No Commentsເພື່ອຮັບປະກັນຜົນສຳເລັດຂອງວຽກງານພັດທະນາເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄຳໄຊ. […] -
ພະແນກ ປທສ ແຂວງບໍລິຄໍາໄຊ ຮ່ວມມືກັບ 3 ເຄື່ອຂ່າຍໂທລະຄົມ ຂຶ້ນທະບຽນຂໍ້ມູນຜູ້ໃຊ້ເບີໂທລະສັບຜ່ານແອັບ 3 ແກັບ
Posted on July 16, 2020 | No Commentsໃນວັນທີ 15 ກໍລະກົດ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຂຶ້ນທະບຽນໃຫ້ຜູ້ຊົມໃຊ້ເລກໝາຍໂທລະສັບຜ່ານແອັບ 3 ແກັບ ເຊິ່ງເປັນລະບົບເກັບກຳຂໍ້ມູນຂອງຜູ້ຊົມໃຊ້ເລກໝາຍໂທລະສັບຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການເຂົ້າຮ່ວມຂອງ ທ່ານ […] -
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I
Posted on July 16, 2020 | No Commentsກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ […] -
ເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ສົກຮຽນ 2019-2020 ທົ່ວເມືອງປາກຊັນ
Posted on July 16, 2020 | No Commentsພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສາຍສາມັນ ສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2020 ຢູ່ໂຮງຮຽນປະຖົມສົມບູນໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ […] -
ສຳເລັດກອງປະຊຸຸມ ຄັ້ງທີ V ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງ
Posted on July 16, 2020 | No Commentsກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຂອງວັນທີ 15 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ປັນຍານຸວົງ ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ […] -
ກອງປະຊຸມຄົບຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ
Posted on July 15, 2020 | No Commentsກອງປະຊຸມຂອງຄະນະກຳມະການວັດທະນະທຳສັງຄົມ-ສັງຄົມ ແລະ ບັນດາເຜົ່າ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ມາລີສາ ອາໄພລາດ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ເປັນກຽດເຂົ້າຮ່ວມໂດຍທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ, ມີຄະນະກຳມະການວັດທະນະທຳສັງຄົມ-ສັງຄົມ ແລະ […] -
ຫ້ອງການແນວລາວໄຊຈຳພອນ ເຊື່ອມຊຶມເອກະສານ ແລະ ນິຕິກໍາຕ່າງໆ
Posted on July 15, 2020 | No Commentsໃນວັນທີ 15 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ຫ້ອງການແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຊື່ອມຊືມ ແຈ້ງການແນະນຳ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ, ຄຳແນະນຳຂອງແນວລາວສ້າງຊາດແຂວງບໍລິຄຳໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫ້ອງການອ້ອມຂ້າງ […] -
ສພຂ ເພດຍິງບໍລິຄຳໄຊ ເຄື່ອນໄຫວກິດຈະກຳໂຄງການສຽງຂອງແມ່ຍິງຢູ່ເມືອງບໍລິຄັນ
Posted on July 15, 2020 | No Commentsໃນຕົ້ນເດືອນກໍລະກົດ 2020 ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ (ສສຂ ເພດຍິງ) ນຳໂດຍທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງ ທັງເປັນສະມາຊິກສະພາແຫ່ງຊາດເພດຍິງປະຈຳເຂດເລືອກຕັ້ງທີ 11, ທ່ານ ນາງ ມາລີສາ ອາໄພລາດ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ […] -
ສະຫະພັນແມ່ຍິງ 642 ຈັດກິດຈະກຳ ຖາມ – ຕອບ ຄວາມຮູ້ຄູ່ສັງຄົມ
Posted on July 15, 2020 | No Commentsໃນວັນທີ 14 ກໍລະກົດ 2020 ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 642 ໄດ້ຈັດກິດຈະກໍາ ຖາມ – ຕອບ ຄວາມຮູ້ຮອບຕົວຂຶ້ນ ທີ່ສະໂມສອນກອງພັນໃຫຍ່ ໂດຍການເປັນປະທານຂອງທ່ານ ພັນໂທ […] -
3 ເດືອນ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ມີຫຼາຍວຽກພົ້ນເດັ່ນ
Posted on July 15, 2020 | No Commentsກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປີ 2020 ຂອງຄະນະພັກຮາກຖານຫ້ອງຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ບໍລິຄຳໄຊ, ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ໂດຍການເປັນປະທານ ຂອງສະຫາຍ […] -
ບໍລິຄຳໄຊຍົກລະດັບວຽກງານການປະເມີນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ
Posted on July 14, 2020 | No Commentsກອງປະຊຸມຝຶກອົບຮົມວຽກງານການປະເມີນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການອ້ອມຂ້າງ ແລະ […] -
ກອງປະຊຸມຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ
Posted on July 14, 2020 | No Commentsກອງປະຊຸມຂອງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັທ ສົມສົດ ແສງອາພອນ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍທ່ານນາງ ສີໄຄ […] -
ກອງປະຊຸມຄົບຄະນະກຳມະການເສດຖະກິດແຜນການ ແລະ ການເງິນ
Posted on July 14, 2020 | No Commentsກອງປະຊຸມຂອງຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, […] -
ທ່ານ ຮອງເຈົ້າແຂວງລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ຈຸດຫຼໍ່ແຫຼມຂອງເມືອງວຽງທອງ
Posted on July 14, 2020 | No Commentsໃນວັນທີ 13 ກໍລະກົດ 2020 ຢູ່ຫ້ອງການບ້ານນາໂທ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄໍາໄຊ ຫົວໜ້າຄະນະຊິ້ນໍາວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ-ຂັ້ນເມືອງ ໄດ້ລົງຊຸກຍູ, […] -
ໜ່ວຍພັກອົງການໄອຍະການປະຊາຊົນເຂດ I ເປີດກອງປະຊຸມປະຈຳໄຕມາດ
Posted on July 14, 2020 | No Commentsກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາປະຈໍາໄຕມາດ 3 ຂອງໜ່ວຍພັກອົງການໄອຍະການປະຊາຊົນເຂດ I ເມືອງ ປາກຊັນ ແຂວງບໍລິຄໍາໄຊ ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນທີ 09 ກໍລະກົດ 2020 ໂດຍການເປັນປະທານ ຂອງສະຫາຍ ກົງທອງ ແກ້ວວິໄລ ຮອງເລຂາໜ່ວຍພັກ ຮອງອົງການໄອຍະການປະຊາຊົນເຂດ I ເມືອງປາກຊັນ, ໂດຍໃຫ້ກ່ຽດເຂົ້າຮ່ວມຂອງສະຫາຍ […] -
ສ້າງຕັ້ງ 2 ໜ່ວຍພັກ ຂຶ້ນກັບຮາກຖານພັກສຶກສາທິການ – ກິລາເມືອງວຽງທອງ
Posted on July 14, 2020 | No Commentsໃນວັນທີ 10 ກໍລະກົດ 2020 ຢູ່ໂຮງຮຽນ ມໍຕົ້ນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສ້າງຕັ້ງໜ່ວຍພັກ ມໍຕົ້ນ ແລະ ໜ່ວຍພັກປະຖົມ-ອະນຸບານ ຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າຄະນະຈັດຕັ້ງເມືອງ, […] -
ສ້າງຕັ້ງຮາກຖານກໍາມະບານ ໂຮງຮຽນ ມຕ ຫ້ວຍຫອຍ
Posted on July 14, 2020 | No Commentsໃນວັນທີ 10 ກໍລະກົດ 2020 ຢູ່ໂຮງຮຽນ ມຕ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສ້າງຕັ້ງຮາກຖານກໍາມະບານ ໂຮງຮຽນ ມຕ ຫ້ວຍຫອຍ ແລະ ຮາກຖານກໍາມະບານ ໂຮງຮຽນ ປະຖົມ-ອະນຸບານ ຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ […] -
ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ເປີດຊຸດຮຽນ ຮຸ່ນທີ 9
Posted on July 14, 2020 | No Commentsວັນທີ 10 ກໍລະກົດ 2020 ຢູ່ໂຮຽຮຽນ ປກສ ຊັ້ນຕົ້ນ ເລກ 04 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິີທີເປີດຊຸດຮຽນ ຮຸ້ນທີ 09 ສາຂາວິຊາສະເພາະກໍາລັງປ້ອງກັນຄວາມສະຫງົບ […] -
ບໍລິຄັນ ທຳລາຍອາວຸດລ່າເນື້ອ ແລະ ຈັກຕັດໄມ້ 700 ກວ່າລາຍການ
Posted on July 14, 2020 | No Commentsເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນຫາ 4 ເຖື່ອນໃຫ້ໄດ້ຮັບຜົນສຳເລັດ ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ຂອງເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ຢູ່ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ […] -
ບໍລິຄຳໄຊ ຈັດພິທີປ່ອຍປາຄືນສູ່ທຳມະຊາດ ເຂດວັງສະຫງວນອ່າງເກັບນ້ຳຫ້ວຍສູບ
Posted on July 13, 2020 | No Commentsເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ແລະ ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ແຂວງບໍລິຄຳໄຊ ໄດ້ຈັດພິທີປ່ອຍປາສູ່ແຫຼ່ງນ້ຳທຳມະຊາດຂຶ້ນ ໃນວັນທີ 13 […] -
ສໍາເລັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ II ສະໄໝທີ III ເມືອງໄຊຈຳພອນ
Posted on July 13, 2020 | No Commentsກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ໄຊຈຳພອນຄັ້ງທີ່ II ສະໄໝທີ III ໄດ້ຈັດຂຶ້ນລະຫວ່າງ ວັນທີ 07-08 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊຈຳພອນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄຳ ໄຊເຍຍລໍວື່ ຄະນະປະຈຳພັກແຂວງ […] -
3 ສາຂາບໍລິສັດໂທລະຄົມມະນາຄົມ ເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຢູ່ 3 ເມືອງທົ່ງພຽງ
Posted on July 10, 2020 | No Commentsໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 903/ປທສ, ລົງວັນທີ 30 ມີນາ 2020 ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ ໃນລະຫວ່າງວັນທີ 2-8 ກໍລະກົດ […] -
6 ເດືອນຕົ້ນປີ ແຂວງບໍລິຄຳໄຊ ເກັບລາຍຮັບຫຼຸດແຜນການ ເກືອບ 200 ຕື້ກີບ
Posted on July 10, 2020 | No Comments6 ເດືອນຕົ້ນປີ 2020 ແຂວງບໍລິຄຳໄຊ ເກັບລາຍຮັບຫຼຸດແຜນການ ດ້ວຍຫຼາຍສາເຫດ ທ່ານ ຄຳແຫວນ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ […] -
ຜົນສຳເລັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI
Posted on July 10, 2020 | No Commentsກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI ໄດ້ໄຂໃນຕອນເຊົ້າຂອງວັນທີ 09 ກໍລະກົດ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 10 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ […] -
ກະຊວງປ້ອງກັນປະເທດ ມອບເຄື່ອງຈັກກົດລັບລຸ່ນໃໝ່ ໃຫ້ກອງພັນໃຫຍ່ 642
Posted on July 10, 2020 | No Commentsໃນວັນທີ 10 ກໍລະກົດ ປີ 2020 ກອງພັນໃຫຍ່ 642 ໄດ້ຈັດພິທີ ມອບ-ຮັບ ເຄື່ອງຈັກກົດລັບ VLE-15 ແລະ ATLIX-16 ລະຫວ່າງ ກົມກົດລັບ ກະຊວງປ້ອງກັນປະເທດ ກັບ ກອງພັນໃຫຍ່ 642 ໂດຍການກ່າວມອບຂອງທ່ານ […] -
ຖະແຫຼງຂ່າວ ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ່ 9 ສະພາປະຊາຊົນແຂວງ ຊຸດທີ່I
Posted on July 10, 2020 | No Comments -
ພະແນກ ສາທາລະນະສຸກ ເນັ້ນໃຫ້ປະຊາຊົນບັນດາເຜົ່າຈົ່ງເພີ່ມທະວີ ການປ້ອງກັນການແຜ່ລະບາດຂອງໄຂ້ຍຸງລາຍ
Posted on July 10, 2020 | No Comments -
ພະແນກກະສິກໍາ ແລະ ປ່າໄມ້ແຂວງ ມອບອຸປະກອນຮັບໃຊ້ການຜະລິດ ໃຫ້ເມືອງທ່າພະບາດ
Posted on July 10, 2020 | No Commentsເພື່ອເປັນການຊຸກຍູ້ ສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມປູກຜັກສະອາດໃຫ້ຫຼາຍ ກາຍເປັນສິນຄ້າສົ່ງອອກຕ່າງເມືອງ ແລະ ຕ່າງແຂວງ. ວັນທີ 9 ກໍລະກົດ 2020 ພະແນກກະສິກໍໍາ ແລະ ປ່າໄມ້ແຂວງ ບໍລິຄຳໄຊ ໄດ້ມອບອຸປະກອນຮັບໃຊ້ການຜະລິດກະສິກໍາ ໃຫ້ຫ້ອງການກະສິກໍາ […] -
ເມືອງປາກຊັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 8,2%
Posted on July 10, 2020 | No Commentsເພື່ອເຮັດໃຫ້ເສດຖະກິດຂອງເມືອງປາກຊັນ ຂະຫຍາຍຕົວໃນລະດັບ 8,2%, ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GDP ແຕ່ນີ້ຮອດປີ 2024 ໃຫ້ບັນລຸ 1.246,78 ຕື້ກີບ ຈະຕ້ອງໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການຄ້ຳປະກັນດ້ານສະບຽງອາຫານ, ການຄ້າການລົງທຶນໃຫ້ມີຄວາມໝັ້ນທ່ຽງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາດີຂື້ນ. ທ່ານ ໄມຈອມ […] -
ບໍລິຄຳໄຊ ມີຜູ້ຕົກເປັນເຫຍື່ອການຄ້າມະນຸດ 3 ຄົນ ແລະ ບຸກຄົນທີ່ມີຄວາມສ່ຽງຈຳນວນ 7 ຄົນ
Posted on July 9, 2020 | No Commentsກອງປະຊຸມສະຫຼຸບ, ຖອດຖອນບົດຮຽນ ກອງເລຂາຕ້ານການຄ້າມະນຸດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ພັນໂທ ປະຊັນ ຫຼວງພິທັກ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດແຂວງ, ມີຄະນະກຳມະການກອງເລຂາ ຕ້ານການຄ້າມະນຸດຈາກພະແນກການ […] -
ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI
Posted on July 9, 2020 | No Commentsກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, […] -
ຍັງພົບເຫັນເປັນປະຈຳໃນທ້ອງຕະຫຼາດ ສິນຄ້າເສຍຄຸນນະພາບຍັງວາງຂາຍໃຫ້ສັງຄົມບໍລິໂພກ
Posted on July 9, 2020 | No Commentsໃນວັນທີ 8 ກໍລະກົດ 2020 ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນນະພາບ ແລະ ໝົດອາຍຸການນຳໃຊ້ ຢູ່ທີ່ເດິ່ນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຄຳເກີດ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີບັນດາ […] -
ວຽງທອງ ມອບ – ໂອນການຄຸ້ມຄອງພະນັກງານບໍານານ ຂົງເຂດ ປກຊ – ປກສ
Posted on July 9, 2020 | No Commentsພິທີ ມອບ-ໂອນ ການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໄລຍະຜ່ານມາ ໃຫ້ກອງບັນຊາການ ປກສ-ປກຊ ເມືອງ ໄດ້ຈັດຂຶ້ນ ຕອນເຊົ້າຂອງວັນທີ 7 […] -
ກອງພັນໃຫຍ່ 642 ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2020
Posted on July 9, 2020 | No Commentsໃນວັນທີ 7 ກໍລະກົດ ປີ 2020 ກອງພັນໃຫຍ່ 642 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2020 ຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ, ທ່ານ ພັນໂທ […] -
ເມືອງ ວຽງທອງ ຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄິດໄລ່ຄ່າເຊົ່າທີ່ດິນຂອງລັດ
Posted on July 9, 2020 | No Commentsຕອນບ່າຍວັນທີ 7 ກໍລະກົດ 2020 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ວ່າດ້ວຍການກຳນົດເຂດຄິດໄລ່ຄ່າເຊົ່າ, ສຳປະທານທີ່ດິນຂອງລັດຄຸ້ມຄອງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ ແລະ ການແບ່ງປັນຜົນປະໂຫຍດ ລະຫວ່າງເມືອງກັບບ້ານ […] -
ເມືອງວຽງທອງ ປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ
Posted on July 9, 2020 | No Commentsໃນຕອນເຊົ້າວັນທີ 8 ກໍລະກົດ 2020 ທີ່ກອງບັນຊາການ ປກສ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວົງສີ ທອງສີອິນທີປັນຍາ […] -
ລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງບໍລິຄຳໄຊ
Posted on July 8, 2020 | No Commentsໃນຕອນບ່າຍຂອງວັນທີ 08 ກໍລະກົດ 2020 ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເຄື່ອນໄຫວຢ້ຽມຢາມໂຮງໝໍແຂວງບໍລິຄຳໄຊ ເນື່ອງໃນໂອກາດທີ່ໄດ້ມາເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ. ໂອກາດນີ້ […] -
ແຂວງບໍລິຄຳໄຊ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 329 ກໍລະນີ ແລະ ເສຍຊີວິດແລ້ວ 2 ກໍລະນີ
Posted on July 8, 2020 | No Commentsກອງປະຊຸມປຶກສາຫາລືການເຝົ້າລະວັງພະຍາດໂຄວິດ-19, ພະຍາດລະບາດຕາມລະດູການ ແລະ 11 ຕົວຊີ້ວັດສາທາລະນະສຸກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄໍາໄຊ, […] -
ເມືອງປາກຊັນ ຕັ້ງເປົ້າ ສ້າງບ້ານສີສະອາດ ໃຫ້ເປັນບ້ານແບບຢ່າງດ້ານວຽກງານປ້ອງກັນຄວາມສະຫງົບດີ
Posted on July 8, 2020 | No Commentsກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນການສ້າງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານ ສີສະອາດ ເມືອງ ປາກຊັນ ໃນຕອນເຊົ້າວັນທີ 06 ກໍລະກົດ 2020 ໂດຍການເປັນປະທານຂອງທ່ານ ພັນໂທ ທົນທະວີ ໂພຄໍາ ຮອງຫົວໜ້າກອງບັນຊາການ […] -
ຮີດບໍ່ໝອງຄອງບໍ່ເສົ້າ
Posted on July 8, 2020 | No Comments -
ໂຮງໝໍແຂວງບໍລິຄຳໄຊ ແລະ ແຂວງຫົວພັນ ແລກປ່ຽນຖອດຖອນບົດຮຽນຮ່ວມກັນ
Posted on July 7, 2020 | No Commentsກອງປະຊຸມພົບປະແລກປ່ຽນ, ຖອດຖອນບົດຮຽນດ້ານວິຊາສະເພາະ ລະຫວ່າງ ໂຮງໝໍແຂວງບໍລິຄຳໄຊ ແລະ ໂຮງໝໍແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ແລະ ຝ່າຍແຂວງຫົວພັນນຳໂດຍ ທ່ານ […] -
ເປີດຫ້ອງການປະສານງານຊາຍແດນ ( BLO ) ດ່ານສາກົນປາກຊັນ
Posted on July 7, 2020 | No Commentsພິທີເປີດຫ້ອງການປະສານງານ ( BLO ) ດ່ານສາກົນປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 07 ກໍລະກົດ 2020 ຢູ່ດ່ານສາກົນປາກຊັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານສະພາບໍລິຫານກອງທຶນ, ທ່ານ ພັອ ອານຸເດດ ຄູນຄຳ […] -
ບໍລິຄຳໄຊເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາພັກບ້ານ, ນາຍບ້ານ ທົ່ວແຂວງ
Posted on July 7, 2020 | No Commentsຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັນ ຮຸ່ນທີ XIII ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, […] -
ກອງປະຊຸມເຜີຍແຜ່ວຽກງານປ້ອງກັນຄວາມສະຫງົບ ຕິດພັນກັບທຸລະກິດການທ່ອງທ່ຽວ
Posted on July 7, 2020 | No Commentsໃນວັນທີ່ 03 ກໍລະກົດ 2020 ພະແນກຕຳຫຼວດທ່ອງທ່ຽວຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານປ້ອງກັນຄວາມສະຫງົບ ໃຫ້ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ຢູ່ທີ່ສະໂມສອນໃຫຍ່ ປກສ ແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັນໂທ ຄໍາແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, […] -
ການນຳເມືອງວຽງທອງ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ
Posted on July 7, 2020 | No Commentsດ້ວຍຄວາມເປັນຫ່ວງເປັນໄຍຈາກການນໍາພັກ-ລັດຂອງເມືອງ, ເພື່ອບັນເທົາທຸກໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍໄຟໄໝ້ເຮືອນ ໃນແລງວັນທີ 6 ກໍລະກົດ 2020 ການນຳຂອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍອຳນາດການປົກຄອງບ້ານ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນ: […] -
ກອງປະຊຸມແຍກຮາກຖານກໍາມະບານອຸດສາຫະກໍາ ແລະ ການຄ້າອອກເປັນ 2 ຮາກຖານ
Posted on July 7, 2020 | No Commentsໃນຕອນບ່າຍຂອງວັນທີ 3 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມແຍກຮາກຖານກໍາມະບານອຸດສາຫະກໍາ ແລະ ການຄ້າ ອອກເປັນ 2 ຮາກຖານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຫົງຄໍາ ຄໍາມີໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ […] -
“ນ້ຳຕົກຕາດວັງຮອຍ” ແຫຼ່ງທ່ອງທ່ຽວແຫ່ງໃໝ່ ທີ່ໜ້າສົນໃຈຂອງທ່າພະບາດ
Posted on July 6, 2020 | No Commentsທ່າພະບາດເປັນເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີຊື່ສຽງທາງດ້ານແຫຼ່ງທ່ອງທຽວທຳມະຊາດ ແລະ ວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເປັນຕົ້ນແມ່ນການມາໄຫວ້ຮອຍພະບາດໃຫຍ່ “ວັດພະບາດ” ທີ່ໄດ້ຂຶ້ນທະບຽນເປັນມໍລະດົກທາງດ້ານວັດທະນະທຳແຫ່ງທຳອິດຂອງແຂວງ, ເຂົ້າທ່ຽວຊົມວັດໂພນສັນ ດິນແດນແຫ່ງຕຳນານບັ້ງໄຟພະຍານາກ ນອກນັ້ນ ຍັງມີຕາດເລິກ, ຕາດຊາຍ, ຕາດຍອງ… ແຫຼ່ງທ່ອງທ່ຽວທີ່ສວຍງາມທາງທຳມະຊາດປ່າສະຫງວນພູເຂົາຄວາຍ ທີ່ຍັງຄົງມີຄວາມອຸດົມສົມບູນຂອງປ່າໄມ້ ແລະ […] -
ເຜີຍແຜ່ລະບຽບຈະລາຈອນໃຫ້ປະຊາຊົນບ້ານຫ້ວຍຫອຍ
Posted on July 6, 2020 | No Commentsໃນວັນທີ 3 ກໍລະກົດ 2020 ຢູ່ສະໂມສອນບ້ານ ຈັດສັນໃໝ່ຫ້ວຍຫອຍ ໄດ້ຈັດຝືກອົບຮົມໂຄສະນາເຜີຍແຜ່ປູກຈິດສຳນຶກກ່ຽວກັບຄວາມປອດໄຟໃນການສັນຈອນຕາມທ້ອງຖະໜົນຫຼວງ ແລະ ລະບຽບຈະລາຈອນໃຫ້ພໍ່ແມ່ປະຊາຊົນ ບ້ານຫ້ອຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຂັນທະລາ ສຸຂະນຸວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີຮອງເລຂາພັກບ້ານ, ຮອງນາຍບບ້ານ, ຮອງຫົວໜ້າພະແນກຕຳຫຼວດ, ຄະນະທີມງານຄູຝຶກ […] -
ບໍລິສັດ ສົມຈັນ ກໍ່ສ້າງຈຳກັດຜູ້ດຽວ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ຕາດຕົ້ນແຕນ
Posted on July 6, 2020 | No Commentsພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວ ຕາດຕົ້ນແຕນ ແບບອະນຸລັກທຳມະຊາດ ຕິດພັນກັບປ່າສະຫງວນພູງູ ຢູ່ເຂດບ້ານໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ 2020 ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍທ່ານ ເລື່ອນວິໄລ […] -
ພາຍໃນແຂວງເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ ” ຮັກຊາດ ແລະ ພັດທະນາ “
Posted on July 6, 2020 | No Commentsພິທີເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງພະແນກພາຍໃນແຂວງ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງພະແນກ ພາຍໃຕ້ການເປັນປະທານຂອງ ທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກ ພນ ແຂວງບໍລິຄຳໄຊ ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນ […] -
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ຈັດກິດຈະກຳສອນນ້ອງສ້າງອອມ ຢູ່ ມ.ສ ສີທ່ານາໄຊ
Posted on July 3, 2020 | No Commentsກິດຈະກຳ ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ສົກ 2019-2020 ຂອງພາກວິຊາການເງິນ-ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ 2020 ຢູ່ສະໂມສອນຂອງໂຮງຮຽນ ມ.ສ ສີທ່ານາໄຊ ໂດຍການເຂົ້າຮ່ວມຂອງທ່ານ ຮ.ສ […] -
ໂຄງການສຸຂະອະນາໄມພືດ-ສັດ ລົງສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບ ແລະ ອະຫິວາໝູ ຢູ່ເມືອງຄຳເກີດ
Posted on July 3, 2020 | No Commentsວັນທີ 29 ມີຖຸນາ 2020 ນີ້ ຫ້ອງການກະສີກຳ ແລະ ປ່າໄມ້ ເມືອງຄຳເກີດຮ່ວມກັບຄະນະຊ່ຽວຊານໂຄງການສຸຂະອະນາໄມພືດ-ສັດ ໄດ້ລົງສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບໃຫ້ ງົວ, ຄວາຍ, ແບ້, ໝູ ຢູ່ທີ່ບ້ານ ໜອງອໍ້ ເມືອງຄຳເກີດ, ເຊິ່ງນຳໂດຍທ່ານ ສົມພົນເພັງ ລາດສະສົມບັດ […] -
ກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການແນວລາວສ້າງຊາດ ເມືອງທ່າພະບາດ ສະໄໝທີ VII
Posted on July 2, 2020 | No Commentsໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການປົກຄອງເມືອງທ່າພະບາດ ກອງປະຊຸມໃຫຍ່ ຜູ້ແທນຄະນະກຳມະການແນວລາວສ້າງຊາດເມືອງທ່າພະບາດ ສະໄໝທີ VII ໄດ້ໄຂຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເຄນ ຍົມມະລາດ ປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ, […] -
ສາທາທ່າພະບາດ ນຳພາປະຊາຊົນສ້າງຂະບວນການຕ້ານພະຍາດໄຂ້ເລືອດອອກ
Posted on July 2, 2020 | No Commentsໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ໜ່ວຍງານສົ່ງເສີມສຸຂະພາບສຸຂະສຶກສາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ລົງໂຄສະນາເຄື່ອນທີ່ ແລະ ສຳຫຼວດໜອນນ້ຳ ເພື່ອຕ້ານການລະບາດ ຂອງພະຍາດໄຂ້ຍຸງລາຍ ຢູ່ທີ່ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ນຳພາໂດຍ ທ່ານ […] -
ສາທາປາກກະດິງ ລົງປະຊາສຳພັນ ຕ້ານພະຍາດໄຂ້ຍຸງ ຢູ່ບ້ານໂພນຈະເລີນ
Posted on July 2, 2020 | No Commentsໃນຕອນເຊົ້າວັນທີ 30 ມິຖຸນາ 2020 ຢູ່ທີ່ສະໂມສອນບ້ານໂພນຈະເລີນ ( ຄຸ້ມໂພນສີ ) ໄດ້ມີທີມງານສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ນຳພາໂດຍທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລົງປະຊາສຳພັນໃຫ້ຄວາມຮູ້ສຸຂະສຶກສາກ່ຽວກັບການປ້ອງກັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ […] -
ຄະນະພັກຮາກຖານ ປກສ ເມືອງປາກຊັນ ຈັດກອງປະຊຸມເປີດກ້ວາງຄົບຄະນະຄັ້ງທີ 1 ສະໃໝທີ 2
Posted on July 2, 2020 | No Commentsໃນລະຫວ່າງທີ 25-26 ມິຖູນາ 2020 ຮາກຖານພັກກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະພັກຮາກຖານຄັ້ງທີ 1 ສະໃໝທີ 2 ຂຶ້ນ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ລາຕີ ພິລາວົງ […] -
ການນຳກອງບັນຊາການ ປກສ ແຂວງບໍລິຄຳໄຊ ລົງຢ້ຽມຢາມ ພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາເຂດຫຼໍ່ແຫຼມ ແລະ ເຂດຈຸດສຸມໃຈກາງ ຂອງແຂວງ
Posted on July 2, 2020 | No Commentsໃນລະຫວ່າງ ວັນທີ 27-28 ມິຖຸນາ 2020 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານກໍ່ສ້າງຮາກຖານ ເຂດຈຸດສຸມໃຈກາງຂອງແຂວງ ຢູ່ 03 […] -
ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍບຳນານ ແລະ ເສຍອົງຄະ
Posted on July 2, 2020 | No Commentsພິທິມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍພັກການ-ຮັບເງິນອຸດໜູນບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ລະຫວ່າງ ພະແນກແຮງງານ ແລະ ສະຫັວດຕິການສັງຄົມແຂວງບໍລິຄຳໄຊ ກັບ ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ ໄດ້ຈັດຂຶ້ນໃນວັນທີ່ 26 […] -
ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍສັງຄົມ ມອບທຶນສົມທົບສ້າງຂົວອູ່ ຂ້າມຫ້ວຍນ້ຳໄຄ້ ເມືອງໄຊຈຳພອນ
Posted on July 2, 2020 | No Commentsໃນວັນທີ 2 ກໍລະກົດ 2020 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 65.773.432 ກີບ ເພື່ອປະກອບສ່ວນສ້າງຂົວອູ່ ໃຫ້ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຕາງໜ້າເມືອງກ່າວຮັບໂດຍທ່ານ ຄຳໄຊ ຕຸນາລົມ […] -
ເມືອງບໍລິຄັນ ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ກຸ່ມບໍລິການຮ້ານອາຫານ, ໂຮງແຮມ, ເຮືອນພັກ ພາຍໃນເມືອງ
Posted on July 2, 2020 | No Commentsໃນວັນທີ່ 30 ມິຖຸນາ 2020ນີ້.ຢູ່ຫ້ອງປະຊູມເມືອງບໍລິຄັນ ໄດ້ຈັດຝືກອົບຮົມການຮັກສາຄູນະພາບການບໍລິການ ແລະ ການເອົາໃຈໃສ່ລູກຄ້າສໍາລັບພະນັກງານໃຫ້ກຸ່ມບໍລິການຮ້ານອາຫານ,ໂຮງແຮມ,ເຮືອນພັກພາຍໃນເມືອງຂື້ນ.ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອຸດອນ ສອນສຸລີນ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງ,ທ່ານ ນາງ ບຸດສະບາ […] -
ຄະນະກຳມະການງແຫ່ງຊາດແກ້ໄຂບັນຫາລະເບີດບໍໍທັນແຕກ ລົງຊຸກຍູ້ກ່ຽວກັບວຽກງານຢູ່ເມືອງ ວຽງທອງ
Posted on July 2, 2020 | No Commentsໃນວັນທີ 24 ມີຖຸນາຜ່ານມາທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຄະນະຫ້ອງການ, ຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍວິຊາການ ໄດ້ລົງຊຸກຍູ້ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດວງໃຈ ພົມມີໄຊ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ […] -
ເມືອງ ວຽງທອງ ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 111, 112 /ກມສພ
Posted on July 2, 2020 | No Commentsໃນວັນທີ 1 ກໍລະກົດ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ຈັດຕັ້ງເຊື່ຶອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ມະຕິ ເລກທີ 112/ກມສພ ວ່າດ້ວຍຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍເປັນກຽດເຂົ້າຮ່ວມເຊື່ອມຊຶມເອກະສານດັ່ງກ່າວຂອງທ່ານ ວົງສີ […] -
ວຽງທອງ ຈັດປະມູນໂຄງການກໍ່ສ້າງໂຮງຮຽນ 4 ຫຼັງ
Posted on July 2, 2020 | No Commentsໃນວັນທີ 30 ມິຖຸນາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດຊອງປະມູນໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ 3 ຫຼັງ ແລະ ໂຮງຮຽນປະຖົມ 1 ຫຼັງ […] -
ເມືອງ ວຽງທອງ ເປີດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ ປະຈໍາປີ
Posted on July 2, 2020 | No Commentsໃນວັນທີ 26 ມິຖຸນາ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ມີກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດເມືອງ ປະຈຳປີ 2019 ແລະ ວາງທິດທາງແຜນການປະຈຳປີ 2020 ຂຶ້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ […] -
ເຈົ້າແຂວງບໍລິຄຳໄຊລົງຕິດຕາມການຜະລິດຢູ່ບ້ານປາກປຶງ
Posted on July 2, 2020 | No Commentsໃນວັນທີ 30 ມິຖຸນາ 2020 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ລົງຕິດຕາມການຜະລິດລະດູຝົນ ໂດຍສະເພາະການປັກດຳເຂົ້ານາປີຂອງປະຊາຊົນ ຢູ່ບ້ານປາກປຶງ ເມືອງປາກຊັນ ເຊິ່ງນຳພາໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, […] -
ຄະນະຊຸກຍູ້ກອງປະຊຸມໃຫຍ່ຂອງພັກຂັ້ນສູນກາງ ລົງເຄື່ອນໄຫວເຮັດວຽກແຂວງບໍລິຄໍາໄຊ
Posted on July 1, 2020 | No Commentsໃນວັນທີ 27 ມິຖຸນາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ຄະນະວິຊາການຫ້ອງວ່າການສູນກາງພັກ ນຳໂດຍ ທ່ານ ຈັນທະບູນ ລັດຕະນະວົງ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ທັງເປັນຫົວໜ້າຄະນະຊຸກຍູ້ກອງປະຊຸມໃຫຍ່ຂອງພັກຂັ້ນສູນກາງ ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ເປັນກຽດຕ້ອນຮັບໂດຍ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ […]