ສໍາເລັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ II ສະໄໝທີ III ເມືອງໄຊຈຳພອນ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ໄຊຈຳພອນຄັ້ງທີ່ II ສະໄໝທີ III ໄດ້ຈັດຂຶ້ນລະຫວ່າງ ວັນທີ 07-08 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊຈຳພອນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄຳ ໄຊເຍຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ປກຊ-ປກສ, ຫົວໜ້າ, ຮອງຫ້ອງການ ຕະຫຼອດຮອດນາຍບ້ານ 17 ບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ່ຜ່ານມາ ກໍ່ຄືການສະຫຼຸບວຽກງານຮອບດ້ານ ປະຈຳ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ຂອງເມືອງໄຊຈຳພອນ, ນອກນັ້ນ ຍັງໄດ້ເຜີຍແຜ່ເອກະສານເລກທີ 122/ກມສພ ແລະ ມິນິກຳອີກຈຳນວນໜຶ່ງ, ໃນນັ້ນ 06 ເດືອນຕົ້ນປີ ເມືອງໄຊຈຳພອນ ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 208 ລ້ານກີບ ທຽບໃສ່ແຜນປີປະຕິບັດໄດ້ 25,83%, ຊຸກຍູ້ປະຊາຊົນທຳການຜະລິດຫຼາຍກາຍເປັນສິນຄ້າ ເປັນຕົ້ນແມ່ນ ການປູກເຂົ້ານາປີໄດ້ຕາມກຳນົດທີ່ໄດ້ວາງໄວ້, ລົງຕິດຕາມກວດກາລາຄາສິນຄ້າເປັນປົກກະຕິ, ເຝົ້າລະວັງປ້ອງກັນພະຍາດຕາມລະດູການ ຕີດພັນກັບການແຜ່ລະບາດພະຍາດໄຂ້ເລືອດອອກ, ວຽກງານທີ່ພົ້ນເດັ່ນຂອງເມືອງ ແມ່ນຍັງຮັກສາໄດ້ຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ແມ່ນຍັງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດເຊີ່ງມັນສະແດງອອກໃນການປະຕິບັດຂໍ້ກຳນົດຕ່າງໆທີ່ວາງອອກ.

ຜູ້ເຂົ້າຮ່ວມ ຍັງໄດ້ມີການປະກອບຄຳຄິດເຫັນແລກປ່ຽນຖອດຖອນບົດຮຽນຮ່ວມກັນ ກັບຂະແໜງການຕ່າງໆຕໍ່ກັບບົດສະຫຼຸບ ແລະ ທິດທາງແຜນການ ໂດຍແມ່ນການສຸມໃສ່ແກ້ໄຂວຽກ 4 ເຖື່ອນ, ທີ່ດິນເມືອງໃໝ່ນ້ຳອ້ອນ ແລະ ພ້ອມກັນຮັບຮອງເອົາແຜນ 06 ເດືອນທ້າຍປີ 2020.

ໂອກາດນີ້ ຍັງໄດ້ປະກາດການແຕ່ງຕັ້ງຮອງເຈົ້າເມືອງ 2 ທ່ານ ຄື: ທ່ານ ກອງສີ ໄຊຍະວົງ ຄະນະປະຈຳພັກເມືອງ ເປັນຮອງເຈົ້າເມືອງ ຊີ້ນຳວຽກຂົງເຂດວັດທະນະທຳ – ສັງຄົມ ແລະ ທ່ານ ຄຳໄຊ ຕຸນາລົມ ກຳມະການພັກເມືອງ ເປັນຮອງເຈົ້າເມືອງ ຊີ້ນຳວຽກງານຂົງເຂດເສດຖະກິດ.

About admins16