ວຽງທອງ ຈັດປະມູນໂຄງການກໍ່ສ້າງໂຮງຮຽນ 4 ຫຼັງ

 

     ໃນວັນທີ 30 ມິຖຸນາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດຊອງປະມູນໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ 3 ຫຼັງ ແລະ ໂຮງຮຽນປະຖົມ 1 ຫຼັງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນສັັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະກໍາມະການຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ຕາງໜ້າບໍລິສັດທີ່ມາປະມູນ ເຂົ້າຮ່ວມ.

 


ໃນພິທີ ຄະນະກໍາມະການໄດ້ນໍາເອົາຊອງທີ່ບໍລິສັດສະເໜີເຂົ້າມາເປີດຊ້ອງໜ້າຄະນະກໍາມະການ ແລະ ຜູ້ຕາງໜ້າແຕ່ລະບໍລິສັດເພື່ອກວດກາເບິ່ງຕາມເງື່ອນໄຂ-ມາດຖານທີ່ສະເໜີໄປນັ້ນວ່າຖືກຕ້ອງ ຫຼື ບໍ່. ການປະມູນໂຄງການກໍ່ສ້າງໂຮງຮຽນຄັ້ງນີ້ ແມ່ນຢູ່ໂຮງຮຽນມໍຕົ້ນບ້ານນາຍາງ 1 ຫຼັງ ມີ 5 ຫ້ອງຮຽນ, ໂຮງຮຽນມໍຕົ້ນບ້ານນາໂທ 1 ຫຼັງ ມີ 5 ຫ້ອງຮຽນ, ໂຮງຮຽນມໍຕົ້ນບ້ານນໍ້າກ້າງ 1 ຫຼັງ ມີ 6 ຫ້ອງຮຽນ ແລະ ໂຮງຮຽນປະຖົມບ້ານນາດີ 1 ຫຼັງ ມີ 2 ຫ້ອງຮຽນ, ໃນການປະມູນ 4 ໂຄງການດັ່ງກ່າວ ມີ 33 ບໍລິສັດຍື່ນຊອງປະມູນໂຄງການ, ໂດຍການໃຫ້ທຶນຊ່ວຍເຫຼືອຂອງລັດຖະບານຣາຊາອານາຈັກລຸກຊໍາບວກ – ລາວ/ 030. ສ່ວນບໍລິສັດໃດທີ່ຈະໄດ້ຮັບໃນການກໍ່ສ້າງນັ້ນຄະນະກໍາມະການຈະໄດ້ກວດກາຢ່າງລະອຽດແລ້ວຈຶ່ງຈະແຈ້ງໃຫ້ຊາບຕາມພາຍຫຼັງຕາມເວລາທີ່ກໍານົດໄວ້.

About admin11