ບໍລິຄຳໄຊ ຈັດພິທີປ່ອຍປາຄືນສູ່ທຳມະຊາດ ເຂດວັງສະຫງວນອ່າງເກັບນ້ຳຫ້ວຍສູບ

ເພື່ອສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ແລະ ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ແຂວງບໍລິຄຳໄຊ ໄດ້ຈັດພິທີປ່ອຍປາສູ່ແຫຼ່ງນ້ຳທຳມະຊາດຂຶ້ນ ໃນວັນທີ 13 ກໍລະກົດ 2019 ຢູ່ວັງສະຫງວນອ່າງເກັບນ້ຳຫ້ວຍສູບ ບ້ານພູໂຮມໄຊ ເມືອງບໍລິຄັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີການນໍາຂອງແຂວງ, ຂອງເມືອງ, ອຳນາດການປົກຄອງບ້ານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ພິທີປ່ອຍປາໃນຄັ້ງນີ້ກໍ່ແມ່ນກິດຈະກໍາໜຶ່ງ ທີ່ຄືນຄວາມອຸດົມສົມບູນໃຫ້ແຫຼ່ງນ້ຳທໍາມະຊາດ ແມ່ນການສົມທົບກັນລະຫວ່າງພະແນກກະສິກໍາ-ປ່າໄມ້ແຂວງ, ເມືອງບໍລິຄັນ ແລະ ບໍລິສັດໄຟຟ້ານໍ້າງຽບ 1, ປາທີ່ນໍາມາປ່ອຍໃນຄັ້ງນີ້ ແມ່ນ “ປາປາກ” ຈຳນວນ 20.000 ໂຕ ໃນນັ້ນໄດ້ຮັບການຊ່ວຍເຫຼືອຈາກສູນຄົ້ນຄວ້າປະມົງ ກະຊວງກະສິກໍາ ແລະ ປ່າໄມ້ 10.000 ໂຕ ແລະ ບໍລິສັດໄຟຟ້ານໍ້າງຽບ 1 ຈໍານວນ 10.000 ໂຕ.

ວັງສະຫງວນອ່າງນ້ຳຫ້ວຍສູບ ໄດ້ແບ່ງອອກເປັນ 2 ເຂດ ຄື: ເຂດວັງສະຫງວນຖາວອນ ກວມເອົາພື້ນທີ່ທັງໝົດປະມານ 30.000 ຕາແມັດ ຫຼື ປະມານ 3 ເຮັກຕ່າ ແລະ ເຂດວັງນອກເຂດອ່າງຖາວອນກວມເອົາພື້ນທີ່ທັງໝົດປະມານ 20.000 ຕາແມັດ ຫຼື ປະມານ 2 ເຮັກຕ່າ ບໍລິເວັນເຂດວັງສະຫງວນຕາມລະດູການນີ້ ບໍ່ສາມາດຫາປາໃດ້ໃນລະດູວາງໄຂ່ ແລະ ໄລຍະການເຕີບໂຕຂອງປາ ຈາກວັນທີ 1 ພຶດສະພາ ຫາ ວັນທີ 31 ຕຸລາ ຂອງທຸກໆປີ.

ໃນໂອກາດນີ້ທ່ານ ປອ ກອງແກ້ວ ໄຊສົງຄາມ ແລະ ທ່ານ ບຸນຂວາງ ຄຳບຸນເຮືອງ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຍາມໂຮງຮຽນອະນຸບານພູໂຮມໄຊ ໂດຍໄດ້ມີການພົບປະໂອ້ລົມກັບບັນດາຄູ-ອາຈານ, ແຈກຢາຍຂະໜົມ, ໝາກໄມ້ ແລະ ນົມ ໃຫ້ຫຼານນ້ອຍ ເຊິ່ງໂຮງຮຽນດັ່ງກ່າວມີຄູ ຈຳນວນ 4 ຄົນ ແລະ ຫຼານນ້ອຍນັກຮຽນ 72 ຄົນ, ຍິງ 40 ຄົນ.

About admins14