ບໍລິຄຳໄຊຍົກລະດັບວຽກງານການປະເມີນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ກອງປະຊຸມຝຶກອົບຮົມວຽກງານການປະເມີນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນຳສະເໜີ ຄູ່ມືເອກະສານວຽກງານສາມສ້າງ ທີ່ປະກອບມີຫຼາຍເນື້ອໃນສຳຄັນ ເປັນຕົ້ນແມ່ນ ຄຳແນະນຳຂອງກະຊວງພາຍໃນ ເລກທີ 05/ພນ, ລົງວັນທີ 31 ທັນວາ 2019 ກ່ຽວກັບການປະເມີນຜົນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ທີ່ໄດ້ກຳນົດຫຼັກການ, ວິທີການ, ເນື້ອໃນບາດກ້າວ ແລະ ຂັ້ນຕອນການປະເມີນຜົນ ວຽກງານ 3 ສ້າງ, ການຢັ້ງຢືນຮັບຮອງ ແລະ ອື່ນໆ, ພ້ອມດຽວກັນ ຍັງໄດ້ຍົກໃຫ້ເຫັນເຖິງເນື້ອໃນ ແບບຟອມປະເມີນຜົນມາດຕະຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ, 47 ຕົວຊີ້ບອກ ແລະ ການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ບອກ.

ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນສະເໜີ, ແລກປ່ຽນຄຳຄິດຄວາມເຫັນຮ່ວມກັນ ໃນຫຼາຍບັນຫາສຳຄັນ ເຊັ່ນ: ການແບ່ງຄວາມຮັບຜິດຊອບ, ການປະສານສົມທົບກັນ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ວິທີການຂັ້ນຕອນຈັດຕັ້ງປະຕິບັດການປະເມີນ ເພື່ອຊອກໃຫ້ໄດ້ຜົນສຳເລັດ, ຂໍ້ຄົງຄ້າງທີ່ບໍ່ບັນລຸຕົວຊີ້ບອກ, ແຜນການວິທີແກ້ໄຂ ແລະ ອື່ນໆ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ໃຫ້ທິດຊີ້ນຳຈຳນວນໜຶ່ງຕໍ່ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເປັນຕົ້ນແມ່ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳວຽກງານ 3 ສ້າງຢ່າງຕັ້ງໜ້າ ແລະ ຖືເອົາວຽກງານດັ່ງກ່າວ ເປັນວຽກງານຍຸດທະສາດ, ພ້ອມກັນຄົ້ນຄ້ວາເຊື່ອມຊຶມ ບັນດາເນື້ອໃນນິຕິກຳ 3 ສ້າງ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອຕີລາຄາຕົວຊີ້ບອກຂອງແຕ່ລະດ້ານ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ, ໃຫ້ແຕ່ຂະແໜງການ-ອົງການໃນທົ່ວແຂວງ ພ້ອມກັນຈັດຕັ້ງປະຕິບັດການປະເມີນຕີລາຄາລະອຽດ ໃນແຕ່ລະຕົວຊີ້ບອກຂອງແຕ່ລະດ້ານ ທີ່ພົວພັນເຖິງຂະແໜງການຂອງຕົນ ເພື່ອສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ, ກຳນົດວິທີແກ້ໄຂ ແລະ ທິດທາງໃນຕໍ່ໜ້າ ເພື່ອຄວາມເປັນເອກະພາບ, ຖືກຕ້ອງຊັດເຈນ ແລະ ທັນເວລາທີ່ໄດ້ກຳນົດໄວ້.

About admins14