ເຈົ້າແຂວງບໍລິຄຳໄຊລົງຕິດຕາມການຜະລິດຢູ່ບ້ານປາກປຶງ

ໃນວັນທີ 30 ມິຖຸນາ 2020 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ລົງຕິດຕາມການຜະລິດລະດູຝົນ ໂດຍສະເພາະການປັກດຳເຂົ້ານາປີຂອງປະຊາຊົນ ຢູ່ບ້ານປາກປຶງ ເມືອງປາກຊັນ ເຊິ່ງນຳພາໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມຕິດຕາມ.

ໃນໂອກາດນີ້ ທ່ານເຈົ້າແຂວງບໍລິຄໍາໄຊ ແລະ ທ່ານຫົວໜ້າພະແນກກະສີກໍາ – ປ່າໄມ້ແຂວງ ໄດ້ລົງປັກດຳຕົວຈິງກັບປະຊາຊົນ , ສຳລັບແຜນການຜະລິດເຂົ້ານາປີ ຢູ່ທົ່ວເມືອງປາກຊັນປີນີ້ແມ່ນ 10,928 ເຮັກຕ່າ ແຕ່ການຜະລິດເຮັດຕົວຈິງປະຕິບັດໄດ້ 8,742 ເຮັກຕ່າ ໃນນັ້ນ ນາດຳ 4,302 ເຮັກຕ່າ, ນາຫວ່ານ 4,440 ເຮັກຕ່າ ມາຮອດປະຈຸບັນ ການປັກດຳເຂົ້ານາປີສຳເລັດ 80% ຂອງເນື້ອທີ່ທັງໝົດ, ສຳລັບນາຫວ່ານແມ່ນສຳເລັດແລ້ວ 100%.

    ນອກຈາກການຜະລິດເຂົ້ານາປີແລ້ວ ປະຊາຊົນພາຍໃນເມືອງຍັງໄດ້ປູກພຶດລະດູຝົນເປັນສິນຄ້ານຳອີກ ເຊິ່ງແຜນການປີ 1,267 ເຮັກຕ່າ ປະຕິບັດໄດ້ແລ້ວ 430 ເຮັກຕ່າ ເທົ່າກັບ 33,93% ຂອງເນື້ອທີ່ແຜນການປີ.

   ທ່ານເຈົ້າແຂວງພ້ອມຄະນະ ຍັງໄດ້ໄປເບິ່ງການລ້ຽງປາຂອງຄອບຄົວ ທ້າວ ຄຳບິ້ງ ຢູ່ບ້ານປາກປຶງ ເຊິ່ງມີໜອງປາ ຈໍານວນ 9 ໜອງ ຢູ່ທົ່ງນາ, ປາທີ່ນໍາມາລ້ຽງ ມີປາດຸກ 20 ພັນໂຕຕໍ່ໜອງ ໃຊ້ເວລາໃນການລ້ຽງ 3 ເດືອນກວ່າ ຈໍາໜ່າຍໜອງໜຶ່ງໄດ້ 3.500 ກິໂລ ການລົງທຶນ 35 ລ້ານກີບຕໍ່ໜອງ ການຂາຍແມ່ນ 13-14 ພັນກີບຕໍ່ກິໂລ ເຊິ່ງມີຜົນກໍາໄລຢູ່ 10 ລ້ານກີບຕໍ່ໜອງ, ປີໜຶ່ງສາມາດລ້ຽງໄດ້ 3 ງວດ  ແລະ ຍັງໄດ້ລ້ຽງປາກະຊັງ 14 ກະຊັງຢູ່ນໍ້າຂອງນໍາອີກ. ສຳລັບບ່ອນຈຳໜ່າຍແມ່ນຕະຫຼາດທາງແບ່ງບ້ານວຽງຄຳ, ຕະຫຼາດຫຼັກຊາວ, ແຂວງຊຽງຂວາງ ແລະ ຍັງມີແມ່ຄ້າມາຮັບຊື້ຢູ່ກັບທີ່, ສະເລ່ຍແລ້ວລາຍຮັບຈາກການຂາຍປາປີໜຶ່ງ ພາຍຫຼັງຫັກຄ່າສີ້ນເປືອງຕ່າງໆອອກໝົດແລ້ວ ຈະມີກໍາໄລ 438.000.000 ກີບ. ນອກຈາກການລ້ຽງປາແລ້ວ ປະຈຸບັນ ຄອບຄົວດັ່ງກ່າວຍັງໄດ້ທົດລອງລ້ຽງໄກ່ 3 ພັນໂຕ ແລະ ເຮັດສວນປູກພືດຜັກຂາຍນໍາອີກ.

 

About admins14