ທ່ານ ຮອງເຈົ້າແຂວງລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ຈຸດຫຼໍ່ແຫຼມຂອງເມືອງວຽງທອງ

     ໃນວັນທີ 13 ກໍລະກົດ 2020 ຢູ່ຫ້ອງການບ້ານນາໂທ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄໍາໄຊ ຫົວໜ້າຄະນະຊິ້ນໍາວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ-ຂັ້ນເມືອງ ໄດ້ລົງຊຸກຍູ, ຕິດຕາມການປະຕິບັດວຽກງານກໍ່ສ້າງຮາກຖານການເມືອງປະຈໍາຈຸດຫລໍ່ແຫຼມບ້ານນາໂທ ແລະ ບ້ານ ຜາບໍ່, ມີພະນັກງານຮາກຖານປະຈໍາຈຸດ, ນາຍບ້ານ ແລະ ປະຊາຊົນເຂົ້າ ເຂົ້າຮ່ວມ.

 


ທ່ານ ບຸນມາ ບຸຈະເລີນ ໄດ້ມີຄຳເຫັນໂອ້ລົມ ເຊີ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດວຽກງານໄລຍະຜ່ານມາ ພ້ອມທັງຊີ້ນໍາໃຫ້ພະນັກງານຮາກຖານປະຈໍາຈຸດບ້ານຫລໍ່ແຫຼມ ໂດຍສະເພາະແມ່ນໃຫ້ມີສະຕິຄວາມຕື່ນຕົວ ໃນການໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ເຂົ້າໃຈ, ສືບຕໍ່ຕິດຕາມກວດກາ, ເກັບກໍາຂໍ້ມູນບັນດາເປົ້າໝາຍ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ໝົດໄປຕາມຄາດໝາຍຈຸດສຸມທີ່ວາງໄວ້.
ໂອກາດນີ້ ທ່ານຮອງເຈົ້າແຂວງ ທ່ານ ເຈົ້າເມືອງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ພະນັກງານປະຈໍາຈຸດບ້ານຫລໍ່ແຫຼມອີກດ້ວຍ.

About admin11