ຄະນະກຳມະການງແຫ່ງຊາດແກ້ໄຂບັນຫາລະເບີດບໍໍທັນແຕກ ລົງຊຸກຍູ້ກ່ຽວກັບວຽກງານຢູ່ເມືອງ ວຽງທອງ


ໃນວັນທີ 24 ມີຖຸນາຜ່ານມາທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຄະນະຫ້ອງການ, ຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍວິຊາການ ໄດ້ລົງຊຸກຍູ້ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດວງໃຈ ພົມມີໄຊ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ດວງສີ ທຳມະວົງ ຮອງຫົວໜ້າຫ້ອງການ, ຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍໍທັນແຕກທີ່ຕົກຄ້າງຢູ່ ສປປ ລາວ , ມີ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ລະເບີດຕົກຄ້າງ ພາຍໃນເມືອງ ວຽງທອງ ສາມາດສັງລວມໄດ້ 3 ເຂດ ຄື: ເຂດ ນາຊວງ, ເຂດຈອມທອງ ແລະ ເຂດນາເມືອງ ທີ່ເປັນດີນທໍາການຜະລິດຂອງປະຊາຊົນຈຳນວນ 51 ເຮັກຕາ ພາຍໃນ 5 ບ້ານ ຄື: ບ້ານ ນາດີ, ບ້ານ ໂພນເມືອງ, ບ້ານ ມີໄຊ, ບ້ານ ໄຊຈະເລີນ ແລະ ບ້ານ ວັງແປ້ນ

   ຈຸດປະສົງຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍໍທັນແຕກທີ່ລົງມາຄັ້ງນີ້ ກໍ່ແມ່ນລົງມາເພື່ອເກັບກຳຂໍ້ມູນເບື້ອງຕົ້ນ ແລະ ປືກສາຫາລືກັບຄະນະກຳມະການຂັ້ນເມືອງ ເພື່ອເປັນເອກະພາບກັນຂຶ້ນແຜນຄວາມເປັນໄປໄດ້ ໃນການລົງມາເກັບກູ້ ແລະ ທຳລາຍລະເບີດທີ່ຍັງຄົກຄ້າງ ເພື່ອເຮັດໃຫ້ພໍ່, ແມ່ປະຊາຊົນຢູ່ໃນເຂດດັ່ງກ່າວ ມີຄວາມສະດວກສະບາຍໃຈໃນການທຳການຜະລິດປຸກຝັງ – ລ້ຽງສັດ ແລະ ທຳການຜະລິດ.

About admin11