ເມືອງປາກຊັນ ຕັ້ງເປົ້າ ສ້າງບ້ານສີສະອາດ ໃຫ້ເປັນບ້ານແບບຢ່າງດ້ານວຽກງານປ້ອງກັນຄວາມສະຫງົບດີ


ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນການສ້າງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານ ສີສະອາດ ເມືອງ ປາກຊັນ ໃນຕອນເຊົ້າວັນທີ 06 ກໍລະກົດ 2020 ໂດຍການເປັນປະທານຂອງທ່ານ ພັນໂທ ທົນທະວີ ໂພຄໍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີທ່ານ ພັນຕີ ວິໄລສັກ ປະເສີດ ຫົວໜ້າໜ່ວຍງານການທະຫານທ້ອງຖິ່ນ ກອງບັນຊາການ ທະຫານເມືອງ ປາກຊັນ, ມີຫົວໜ້າ ປກສ ບໍລິການປະຊາຊົນ 04 ກຸ່ມບ້ານ, ເລຂາພັກບ້ານ- ນາຍບ້ານ, ກໍາລັງ ປກສ ບ້ານ 11 ບ້ານ ຕະຫຼອດຮອດປະຊາຊົນ ບ້ານ ສີສະອາດ ເຂົ້າຮ່ວມ.


ທີ່ປະຊຸມ ໄດ້ຜ່ານຂໍ້ຕົກລົງດ້ວຍການແຕ່ງຕັ້ງຫົວໜ້າໝວດ, ຮອງໝວດ, ຫົວໜ້າໝູ່ ແລະ ຮອງໝູ່ກອງຫຼອນບ້ານສີສະອາດ ແລະ ຂໍ້ຕົກລົງແຕ່ງຕັ້ງກໍາລັງ ປກສ ບ້ານ, ມາດຖານເງື່ອນໄຂ, ໜ້າທີ່ ແລະ ຂອບເຂດ, ສິດ ຂອງ ປກສ ບ້ານ, ແຜນການສ້າງຄອບຄົວປ້ອງກັນຄວາມສະຫງົບດີ ທີ່ບ້ານສີສະອາດ ເມືອງ ປາກຊັນ, ເຊິ່ງໄດ້ກໍານົດບາດກ້າວ, ຂັ້ນຕອນ, ໃນການດໍາເນີນເຊັ່ນ: ລົງເກັບກໍາສະຖິຕິຄອບຄົວປ້ອງກັນຄວາມສະຫງົບດີ, ການປະເມີນຄອບຄົວປ້ອງກັນຄວາມສະຫົງບດີ ຂອງໜ່ວຍ, ຂອງບ້ານ, ຕົວແບບບົດບັນທຶກສັນຍາ ຮັກສາຄວາມສະຫົງບຂອງກຸ່ມບ້ານ, ລົງສົມທົບກັບອໍານາດການປົກຄອງບ້ານທຸກຕໍາແໜ່ງງານ ເພື່ອທາບທາມຫາງສຽງຄວາມພ້ອມ, ສົມທົບກັບຄະນະພັກບ້ານ, ປກຊ, ປກສ ບ້ານ ລົງຈັດຕັ້ງກວດກາ, ເກັບກໍາຂໍ້ມູນການເໜັງຕິງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວຂອງແຕ່ລະຄອບຄົວພາຍໃນບ້ານໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ, ກວດກາເກັບກໍາບັນດາເປົ້າໝາຍ ແລະ ການເຄື່ອນໄຫວກະທໍາຜິດຂອງພວກຕ້ອງໂທດ, ເຮັດວຽກງານສຶກສາອົບຮົມ, ຕ້ານ, ສະກັດກັ້ນຕໍ່ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ໂດຍສ້າງແຜນການແກ້ໄຂ ຫຼື ຕອບໂຕ້ຄືນຢ່າງທັນການ, ສະຫຼຸບສັງລວມເອົາແຕ່ລະຄອບຄົວພາຍໃນໜ່ວຍທີ່ໄດ້ຄົບຕາມ 05 ມາດຖານ, ເງື່ອນໄຂ ແລະ ຄອບຄົວທີ່ບໍ່ໄດ້ຕາມມາດຖານເງື່ອນໄຂ ຂອງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີຂັ້ນບ້ານ ມາປະເມີນຄິດໄລ່ເປັນສ່ວນຮ້ອຍເພື່ອປະເມີນຜົນ ແລະ ເປັນເອກະພາບກັບອໍານາດການປົກຄອງບ້ານຢ່າງພາວະວິໄສ ແລະ ຖືກຕ້ອງຕາມລະບຽບຫຼັກການ ຈາກນັ້ນ ຈຶ່ງສະຫຼຸບລາຍງານໃຫ້ກອງບັນຊາການ ປກສ ເມືອງ ເພື່ອສະເໜີອອກໃບຢັ້ງຢືນໃຫ້ແກ່ຄອບຄົວຕົວແບບດ້ານປ້ອງກັນຄວາມສະຫົງບດີ, ບັ້ນດໍາເນີນການສ້າງຄອບຄົວຕົວແບບດ້ານປ້ອງກັນຄວາມສະຫງົບດີຢູ່ ບ້ານ ສີສະອາດ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 06 ເດືອນ ຈຶ່ງຈະສໍາເລັດ.

About admin11