ເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ສົກຮຽນ 2019-2020 ທົ່ວເມືອງປາກຊັນ

      ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສາຍສາມັນ ສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2020 ຢູ່ໂຮງຮຽນປະຖົມສົມບູນໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ຄຳແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ມີຄະນະກຳມະການສອບເສັງ, ຄູອາຈານ, ນັກສອບເສັງ ແລະ ຜູ້ປົກຄອງເຂົ້າຮ່ວມ.

ພາຍໃນເມືອງປາກຊັນ ມີໂຮງຮຽນປະຖົມສົມບູນທັງໝົດ 43 ແຫ່ງ ໃນນັ້ນ ເອກະຊົນ 3 ແຫ່ງ, ມີນັກຮຽນທີ່ສອບເສັງຈົບຊັ້ນທັງໝົດໃນປີນີ້ 835 ຄົນ, ຍິງ 419 ຄົນ, ແບ່ງອອກເປັນ 5 ສູນສອບເສັງ, ມີ 37 ຫ້ອງສອບເສັງ ໂດຍສະເລ່ຍແລ້ວ 21-22 ຄົນຕໍ່ຫ້ອງ. ສູນສອບເສັງ ປະຖົມສົມບູນ ໄຊມຸງຄຸນ ປະກອບມີ 9 ໂຮງຮຽນຄື: ປະຖົມສົມບູນ ປາກຊັນໃຕ້, ໄຊມຸງຄຸນ, ສີວິໄລ, ສວນສະຫວັນ, ສີສະອາດ, ໂພນສະອາດ, ປາກຊັນໃໝ່ ແລະ ປະຖົມສົມບູນ ຮຸ່ງອາລຸນ, ມີນັກສອບເສັງ 182 ຄົນ ຍິງ 103 ຄົນ, ແບ່ງອອກເປັນ 8 ຫ້ອງສອບເສັງ, ສູນສອບເສັງໂຮງຮຽນປະຖົມສົມບູນ ໂພນໄຊເໜືອ ປະກອບມີ 9 ໂຮງຮຽນ: ປະຖົມສົມບູນ ຫາງຊິງ, ບ້ານກ້ວຍ, ແສນອຸດົມ, ໂພນສີ, ຊະນະໄຊ, ໄຊສົມບຸນ, ໂພນໄຊເໜືອ, ຫ້ວຍສຽດ ແລະ ໂຮງຮຽນປະຖົມສົມບູນ ແຕ່ງທອງ, ມີນັກສອບເສັງທັງໝົດ 274 ຄົນ, ຍິງ 123 ຄົນ, ແບ່ງອອກເປັນ 12 ຫ້ອງສອບເສັງ, ສູນສອບເສັງປະຖົມສົມບູນ ໜອງບົວ ປະກອບມີ 7 ໂຮງຮຽນ: ປະຖົມສົມບູນປັດຊຸມ, ທ່າບໍ່, ສອງຄອນ, ໜອງບົວ, ໜອງແວງ, ນາຫົວພູ ແລະ ປະຖົມສົມບູນໂນນອຸດົມ, ມີນັກສອບເສັງທັງໝົດ 134 ຄົນ, ຍິງ 58 ຄົນ, ແບ່ງອອກເປັນ 6 ຫ້ອງສອບເສັງ, ສູນສອບເສັງປະຖົມສົມບູນ ນາເຂົ້າລົມ ປະກອບມີ 5 ໂຮງຮຽນ: ປະຖົມສົມບູນນາຂາມ, ນາອ້ອຍໜູ, ນາເຂົ້າລົ້ມ, ຄຳບອນ ແລະ ປະຖົມສົມບູນນາໄໝ, ມີນັກສອບເສັງ 67 ຄົນ ຍິງ 42 ຄົນ, ແບ່ງອອກເປັນ 3 ຫ້ອງສອບເສັງ ແລະ ສູນສອບເສັງປະຖົມສົມບູນ ໂພນໄຊໃຕ້ ປະກອບມີ 13 ໂຮງຮຽນ: ໂຮງຮຽນປະຖົມສົມບູນ ນາສົ້ມມໍ, ໂພນສະຫວ່າງ, ສິນໄຊ, ທ່ານາ, ຫາດຊາຍຄູນ, ແກ້ງສະດອກ, ໂພນໄຊໃຕ້, ບ້ານໂດນ, ໜອງສາມານ, ທົ່ງຫວ້ານ, ໂພນໂຮມ, ນາມ່ວງ ແລະ ປະຖົມສົມບູນ ບ້ານບົງ, ມີນັກສອບເສັງ 178 ຄົນ ຍິງ 93 ຄົນ, ແບ່ງອອກເປັນ 8 ຫ້ອງສອບເສັງ.

ສຳລັບວິຊາສອບເສັງມີ 3 ວິຊາຫຼັກຄື: ວິຊາຄະນິດສາດ, ວິຊາໂລກອ້ອມຕົວ ແລະ ວິຊາພາສາລາວ ແບ່ງອອກເປັນ 2 ພາກ ໃນນັ້ນພາກຫັດແຕ່ງ, ພາກຂຽນທວາຍ + ຄຳຖາມ ໂດຍຈະໃຊ້ເວລາ 2 ວັນ ຄືວັນທີ 16-17 ກໍລະກົດ 2020, ການກວດກາ ແລະ ສະຫຼຸບຜົນຂອງການສອບເສັງ ແມ່ນວັນທີ 31 ກໍລະກົດ ຈຶ່ງຈະສຳເລັດ ແລະ ຄາດວ່າວັນທີ 5 ສິງຫາ 2020 ຈະໄດ້ປະກາດຜົນສອບເສັງຢ່າງເປັນທາງການ.

About admins14