ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເຄື່ອນໄຫວຕິດຕາມວຽກງານໂຄສະນາ ແລະ ຂະບວນການຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຮອງຫົວໜ້າໜ່ວຍງານ ຂະບວນການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວຕິດຕາມວຽກງານໂຄສະນາ ແລະ ຂະບວນການຢູ່ແຂວງບໍລິຄຳໄຊ, ມີບັນດາອະນຸກຳມະານໂຄສະນາ-ຂະບວນການຂັ້ນແຂວງ, ເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ຂັ້ນແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານໂຄສະນາ-ຂະບວນການ ວ່າ: ຄະນະພັກແຕ່ລະຂັ້ນໄດ້ຖືເອົາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ການປະຕິບັດໜ້າທີ່ການເມືອງ ວິຊາສະເພາະ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງແບບລົງປະຈຳ ແລະ ລົງຕາມສາຍຕັ້ງ, ຕາມຈຸດຫຼໍ່ແຫຼມ ນຳພາຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ອົງຄະນະພັກແຂວງວາງອອກ ເຮັດເປັນຈຸດສຸມແຕ່ລະໜ້າວຽກ ເຊິ່ງສະແດງອອກ ຄື: ເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂັ້ນແຂວງ-ເມືອງ ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວແຂວງໄດ້ 155 ຄັ້ງ, ຕິດຕາມ ຊຸກຍູ້ການດຳເນີນຊີວິດການເມືອງ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ 7 ເມືອງ ແລະ ບັນດາຮາກຖານຢູ່ອ້ອມຂ້າງແຂວງ ສຳເລັດ 100%, ປະກາດຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ເມືອງປາກຊັນ ໄດ້ 23 ບ້ານ, ມີຄອບຄົວສາມັກຄີປອງດອງ 44.264 ຄອບຄົວ, ເມືອງສາມັກຄີປອງດອງໄດ້ 1 ເມືອງ ແລະ ສຳເລັດກອງປະຊຸມໃຫຍ່ແນວລາວສ້າງຊາດຂັ້ນເມືອງ, ຂະບວນການຜະລິດເຂົ້ານາແຊງ ແມ່ນມີຂະບວນຟົດຟື້ນ ທຽບໃສ່ແຜນການແມ່ນລື່ນຄາດໝາຍ, ການປູກພືດລະດູແລ້ງປະຕິບັດໄດ້ 10.559 ຮຕ ເທົ່າກັບ 94,84%, ເດັ່ນກ່ວາໝູ່ແມ່ນປູກມັນຕົ້ນ, ສາລີ, ໝາກນັດ ແລະ ການປູກຜັກສະອາດ, ຈັດກິດຈະກຳບໍລິຈາກເລືອດ 24 ຄັ້ງ ໄດ້ເລືອດ 123 ຖົງ ແລະ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ຈຳນວນ 3 ຄອບຄົວ ຢູ່ເມືອງວຽງທອງ ແລະ ຄຳເກີດ ມູນຄ່າ 5.414.800 ກີບ, ຕັ້ງໜ້າແກ້ໄຂບັນຫາ 4 ເຖື່ອນ ແລະ ຜັນຂະຫຍາຍ 9 ຫົວຂໍ້ສຳມະນາວິທະຍາສາດໃຫ້ປະກົດຜົນເປັນຈິງ ແລະ ສ້າງຂະບວນການແຂ່ງຂັນກິລາປະເພດຕ່າງໆໄດ້ 54 ຄັ້ງ. ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນຈາກກະຊວງ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບການໂຄສະນາຜ່ານສື່ຕ່າງໆ.

ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ປ້ານ ນ້ອຍມະນີ ເຊິ່ງທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ນັ້ນ ແລະ ທ່ານກໍ່ໄດ້ເນັ້ນໃຫ້ແຂວງບໍລິຄຳໄຊ ຕ້ອງໄດ້ສືບຕໍ່ຂະບວນການຕ້ານສະກັດກັ້ນພະຍາດໂຄວິດ-19 ຕາມມະຕິຕ່າງໆ ທີ່ລັດຖະບານ, ສຳນັກງານນາຍົກ ໄດ້ວາງອອກຢ່າງເຂັ້ມງວດ, ວຽກງານສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສ້າງເງື່ອນໄຂ ໃນການແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

About admins16