ຮາກຖານແມ່ຍິງ 642 ຫວນຄືນມູນເຊື້ອວັນແມ່ຍິງລາວ ຄົບຮອບ 65 ປີ

 

      ໃນວັນທີ 17 ກໍລະກົດ 2020 ຮາກຖານສະຫະພັນແມ່ຍິງ ກອງພັນໃຫຍ່ 642 ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2020 ) ຂຶ້ນ ທີ່ຫ້ອງປະຊຸມກອງພັນໃຫຍ່ 642 ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພັນໂທ ສຸວັນ ນະຄີລີ ຄະນະພັກ ຫົວໜ້າພະແນກການເມືອງ ແລະ ທ່ານ ພັນໂທ ນາງ ດາວວີ ໂຄດໂຍທາ ຫົວໜ້າຂະແໜງແມ່ຍິງ, ມີຄະນະພັກຮາກຖານ, ອົງການຈັດຕັ້ງຊາວໜຸ່ມ, ມີເມຍພະນັກງານອາວຸໂສບໍານານ ພ້ອມດ້ວຍເອື້ອຍນ້ອງແມ່ຍິງທົ່ວຮາກຖານ ເຂົ້າຮ່ວມ.


ທ່ານ ພັນໂທ ນາງ ດາວວີ ໂຄດໂຍທາ ໄດ້ບັນຍາຍເອກະສານມູນເຊື້ອກ່ຽວກັບວັນແມ່ຍິງລາວວ່າ ຕະລອດໄລຍະ 65 ປີຜ່ານມາແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວເຮົາ ທີ່ໄດ້ສ້າງມູນເຊື້ອວິລະກໍາໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮານ ພວກສັກດີນາ, ຕ້ານພວກລ່າເມືອງຂື້ນແບບເກົ່າ ແລະ ໃໝ່, ເຊີ່ງເອື້ອຍນ້ອງແມ່ຍິງພວກເຮົາແມ່ນໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍຕໍ່ສູ້ກູ້ຊາດໃນພາລະກິດປົດປ່ອຍຊາດຢ່າງພິລະອາດຫານ, ອັນລະອິດລະອ້ຽວຍືດເຍື້ອຍາວນານບໍ່ຍອມຈຳນົນ ແມ່ຍິງລາວໄດ້ສ້າງວິລະກຳອັນຍິງໃຫຍ່ປະດັບໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດ, ເປັນກຳລັງແຮງ ແລະ ມີບົດບາດທາງການເມືອງ – ເສດຖະກິດ, ວັດທະນະທຳ – ສັງຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ປະຕິບັດສິດສະເໝີພາບຍິງ – ຊາຍໃນຄອບຄົວກໍ່ຄືສັງຄົມ, ແມ່ຍິງລາວຍາມໃດກໍ່ປະກອບສ່ວນຢ່າງຕັ້ງໜ້າໃສ່ວຽກງານສອງໜ້າທີ່ຍຸດທະສາດຂອງຊາດ.

      ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວໃນຄັ້ງນີ້ ກໍເພື່ອແນ່ໃສ່ເອື້ອຍນ້ອງແມ່ຍິງທົ່ວກອງພັນໃຫຍ່ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່, ບົດບາດຂອງແມ່ຍິງລາວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນການພັດທະນາແມ່ຍິງ ກໍ່ຄືຕົນເອງໃນແຕ່ລະໄລຍະ, ການປະຕິບັດຂໍ້ແຂ່ງຂັນຂອງສູນກາງສະຫະພັນແມ່ຍິງວາງອອກ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

      ໃນພິທີຍັງໄດ້ການຂັບລໍາ, ຮ້ອງເພງ ເພື່ອເຊີດຊູຈິດ ແລະ ຜົນງານໄຊຊະນະຂອງບັນພະບຸລຸດແມ່ຍິງລາວດ້ວຍບັນຍາກາດເບີກບານມ່ວນຊື່ນ.


ໃນຕອນທ້າຍຂອງພິທີ ກໍໄດ້ມີກິດຈະກໍາປະກວດອາຫານຂອງ 7 ໜ່ວຍ ແລະ 1 ຈຸ ແມ່ຍິງທີ່ສັງກັດຢ, ຜ່ານການກວດ ແລະ ຊີມອາຫານຂອງແຕ່ລະໜ່ວຍ ຄະນະກໍາມະການກໍ່ໄດ້ຍ້ອງຍໍຊົມເຊີຍເອື້ອຍນ້ອງແມ່ຍິງທີ່ສາມາດແຕ່ງອາຫານພື້ນບ້ານໄດ້ຢ່າງແຊບຊ້ອຍ ແລະ ພ້ອມດຽວກັນນັ້ນກໍໄດ້ມອບລາງວັນໃຫ້ແຕ່ລະໜ່ວຍ.

About admin11