ຜົນສຳເລັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI

 

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI ໄດ້ໄຂໃນຕອນເຊົ້າຂອງວັນທີ 09 ກໍລະກົດ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 10 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການອ້ອມຂ້າງ, ລັດວິສາຫະກິດ ແລະ ບັນດາຫົວໜ່ວຍວິສາຫະກິດພາກເອກະຊົນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຮອງເອົາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 15, ຮັບຮອງເອົາຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງໃນໄລຍະ 6 ເດືອນຕົ້ນປີ 2020, ໄດ້ເປັນເອກະພາບຕີລາຄາການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີຜ່ານມາ ເຫັນວ່າສະພາບການລົງທຶນຂອງລັດ ໂດຍລວມເປັນໄປຕາມສະພາຮັບຮອງ ແຕ່ມີບາງຂະແໜງການມີທ່າອຽງຫຼຸດລົງ ໂດຍສະເພາະຂະແໜງບໍລິການ, ສະພາບການປະຕິບັດແຜນງົບປະມານແຫ່ງລັດ ບໍ່ໄດ້ຕາມແຜນການ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ມີຫລາຍກິດຈະການຢຸດເຊົາ ແລະ ປິດດ່ານ, ພ້ອມນີ້ ກອງປະຊຸມໄດ້ເປັນເອກະພາບກັນກຳນົດວຽກງານຈຸດສຸມສຳລັບການນຳພາ-ຊີ້ນຳໃນຕໍ່ໜ້າ ເປັນຕົ້ນວຽກງານ ປກຊ-ປກສ ສືບຕໍ່ສຸມໃສ່ປັບປຸງກໍ່ສ້າງ ແລະ ປັບປຸງກຳລັງທຸກຂັ້ນ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ແຕ່ລະພາກສ່ວນຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງຄັ້ງທີ 16 ນີ້ ໃຫ້ເປັນອັນລະອຽດ ແລະ ເຂົ້າວຽກງານຕົວຈິງໂດຍໄວ, ໃຫ້ເລຂາພັກເມືອງນຳພາ-ຊີ້ນຳຄະນະບໍລິຫານງານພັກເມືອງ ເອົາໃຈໃສ່ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ປະຕິບັດຕາມແຜນງານທີ່ກຳນົດໄວ້ ໃຫ້ສຳເລັດຕາມຄາດໝາຍ 6 ເດືອນທ້າຍປີ, ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປີດກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງ, ມອບໃຫ້ຄະນະຮັບຜິດຊອບຕ້ານໄພພິບັດນ້ຳຖ້ວມຊ່ວງລະດູຝົນນີ້ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ກະກຽມຮັບມື ກັບໄພທຳມະຊາດທີ່ອາດຈະເກີດຂຶ້ນໃຫ້ທ່ວງທັນກັບສະພາບການ.

ຕໍ່ກັບວຽກງານສ້ອມແປງເສັ້ນທາງທີ່ເປ່ເພໃນຊ່ວງລະດູຝົນ ໃຫ້ສືບຕໍ່ປະຕິບັດ ເພື່ອໃຫ້ມີຄວາມສະດວກໃນການໄປມາຫາສູ່ ແລະ ຂົນສົ່ງສິນຄ້າຕ່າງໆ, ມອບໃຫ້ພະແນກສາທາລະນະສຸກແຂວງເອົາໃຈໃສ່ນຳພາ-ຊີ້ນຳ ວາງມາດຕະການ ເພື່ອຮັບມື ແລະ ແກ້ໄຂ ໃນການລະບາດຂອງພະຍາດໄຂ້ຍຸງລາຍ, ມອບໃຫ້ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ເອົາໃຈໃສ່ວຽກງານຈັດຫາວຽກເຮັດງານທຳໃຫ້ແຮງງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ໃນຊ່ວງໂຄວິດ-19, ໃຫ້ພະແນກ ຖວທ ແຂວງ ຈັດສຳມະນາ ການດຳລົງຊີວິດປົກກະຕິແບບໃໝ່ ພາຍຫຼັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຜ່ອນຄາຍລົງ ເພື່ອໃຫ້ສັງຄົມຂອງພວກເຮົາ ໄດ້ກາຍເປັນສັງຄົມດຳລົງຊີວິດດ້ວຍການປະຢັດມັດທະຍັດ, ເອົາໃຈໃສ່ວຽກງານອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງ, ເພີ່ມທະວີເອົາໃຈໃສ່ປະຕິບັດສິດ, ໜ້າທີ່, ພາລະບົດບາດຂອງຕົນ ແລະ ເຂັ້ມງວດໃນການປະຕິບັດດຳລັດ 184/ລບ ວ່າດ້ວຍຈັນຍາບັນພະນັກງານ-ລັດຖະກອນ ແລະ ຮຽກຮ້ອງມາຍັງຄະນະພັກ ອົງການປົກຄອງແຕ່ລະຂັ້ນ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເຊີດຊູນ້ຳໃຈຮັກຊາດ ແລະ ເປັນເຈົ້າການເຂົ້າຮ່ວມການເຊື່ອມຊຶມ ເພື່ອກຳແໜ້ນ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝທີ 10 ຂອງພັກ, ມະຕິກອງປະຊຸມເປີດກວ້າງຄະນະບໍລິຫານງານພັກແຂວງ ຄັ້ງທີ 16 ນີ້ ກໍ່ຄືຍູ້ຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງ ໄລຍະທ້າຍສະໄໝ ໃຫ້ເປັນຂະບວນຟົດຟື້ນ ມີຜົນສຳເລັດຕົວຈິງ ເຮັດໃຫ້ແຂວງບໍລິຄຳໄຊ ຂະຫຍາຍຕົວດ້ວຍບາດກ້າວທີ່ໜັກແໜ້ນ.

About admins16