ແຂວງບໍລິຄຳໄຊ ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ່ 06/ນຍ

ອົງການປົກຄອງແຂວງໄດ້ເອົາໃຈໃສ່ຄົ້ນຄວ້ານະໂຍບາຍ ເພື່ອຊຸກຍູ້ເສດຖະກິດ ແລະ ຊ່ວຍເຫຼືອສັງຄົມຢ່າງແຂງແຮງ ໃນຊ່ວງປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020.

ແຂວງບໍລິຄຳໄຊ ໄດ້ເລີ່ມຕົ້ນປ້ອງກັນ ແລະ ສະກັດກັ້ນ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ແຕາວັນທີ 23 ມີນາ 2020 ໂດຍໄໄດ້ນຳໃຊ້ 5 ມາດຕະການຕົ້ນຕໍ່ຄື: ການສຶກສາອົບຮົມ, ສ້າງຄວາມເຂົ້າໃຈ, ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ, ເກັບກຳຂໍ້ມູນການເຄື່ອນຍ້າຍເຂົ້າມາ, ຕິດຕາມປະຫວັດການພົວພັນໃກ້ຊິດກັບເປົ້າໝາຍທີ່ມີຄວາມສ່ຽງຕ່າງໆ, ກຳນົດບຸກຄົນເພື່ອກັກກັນແຍກປ່ຽວ, ຕິດຕາມ, ກວດກາຕາມຫຼັກການແພດ ຜູ້ກັກກັນແຍກປ່ຽວ ເປັນຕົ້ນແມ່ນໃຊ້ຜ້າປິດປາກ, ຢູ່ຫ່າງບໍ່ສຳພັດຜູ້ອື່ນ, ວັດແທກອຸນຫະພູມຮ່າງກາຍວັນລະ 2 ຄັງ ແລະ ອື່ນໆ ຖ້າມີອາການສົງໃສໃຫ້ໂທຫາແພດດ່ວນ ບໍ່ໃຫ້ເຄື່ອນຍາຍ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຜູ້ບໍລິໂພກ ແລະ ປິດສະຖານບັນເທີງ, ຈັດງານລ້ຽງ, ງານດອງ, ການຊຸມນຸມຂອງຄົນຈຳນວນຫຼາຍ ແລະ ອື່ນໆ, ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ສື່ອອນລາຍ ມອບໃຫ້ກຳລັງ ປກຊ ແຕ່ງຕັ້ງໃຫ້ຄະນະສະເພາະກິດຄວບຄຸມ ຕິດຕາມ ແລະ ກວດກາ ຢ່າງເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດເຫັນວ່າຫຼາຍວຽກງານ ສາມາດຍາດໄດ້ຜົນສຳເລັດເປັນຢ່າງດີ ແລະ ທົ່ວແຂວງບໍ່ມີຜູ່ຕິດເຊື້ອພະຍາດລະບາດດັ່ງກ່າວ.

ພ້ອມດຽວກັນຍັງໄດ້ເອົາໃຈໃສ່ ປະຕິບັດນະໂຍບາຍທີ່ພົ້ນເດັ່ນໃນການຊຸກຍູ້, ຊ່ວຍເຫຼືອສັງຄົມ ໃນໄລຍະຈັດຕັ້ງປະຕິບັດຄໍາສັ່ງເລກືີ 06/ນຍ ໂດ້ຍໄດ້ເລັ່ງໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໄດ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນ ຂອງຜູ້ອອກແຮງງານທັງໝົດ ທັງພາກລັດ ແລະ ເອກະຊົນ ທີ່ມີລາຍຮັບ 5 ລ້ານກີບລົງມາ ໄລຍະເດືອນ 4-5-6/ 2020 ລວມມູນຄ່າອາກອນທັງໝົດ 5,7 ຕື້ກີບ, ຍົກເວັ້ນອາກອນລາຍໄດ້ຈຸນລັດວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບເລກືີ 67/ສພຊ, ເປັນໄລຍະ 3 ເດືອນ ( 4-5-6/2020) ລວມທັງໝົດ 3.839 ຫົວໜ່ວຍ, ເປັນເງິນອາກອນ ຈໍານວນ 1,39 ຕື້ກວ່າກີບ, ຍົກເວັ້ນພາສີ ແລະ ຄ່າທໍານຽມຕ່າງໆ ໃນການນໍາເຂົ້າທຸກປະເພດສິນຄ້າທີ່ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການລະບາດ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ການນໍາເຂົ້າຍົກເວັ້ນພາສີ-ອາກອນ ມູນຄ່າ 4.561 ໂດລາ, ຄ່າພາສີ-ອາກອນ 108.846.600 ກີບ, ການນໍາເຂົ້າຄໍ້າປະກັນ ມູນຄ່າ 639.876 ໂດລາ, ຄ່າພາສີ-ອາກອນ 1.883.954.800 ກີບ, ການເລື່ອນຊໍາລະອາກອນຂອງຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວໄລຍະ 3 ເດືອນ, ໃຫ້ຕໍ່ເວລາການສົ່ງເອກະສານລາຍງານການເງິນ ແລະ ຜົນການເຄື່ອນໄຫວວຽກງານປະຈໍາປີ 2019 ຂອງວິສາຫະກິດ ແລະ ໃຫ້ຕໍ່ເວລາຊໍາລະຄ່າທໍານຽມທາງ ຈາກວັນທີ 31 ມີນາ 2020 ມາເປັນ 30 ມິຖຸນາ 2020.

About admins14