ກອງທຶນໜຶ່ງດວງໃຈ ຜະລິດດອກໄມ້ ເພື່ອປະດັບປະດາກອງປະຊຸມໃຫຍ່ອົງຄະນະພັກແຂວງ

ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ທີ່ໃກ້ຈະມາເຖິງນີ້ ສະມາຊິກກອງທຶນໜຶ່ງດວງໃຈ ໄດ້ສຸມໃສ່ປະດິດດອກໄມ້ຢາງ ຫຼາຍກວ່າ 10 ພັນດອກ ເພື່ອປະດັບສະຖານທີ່ສຳຄັນຕ່າງໆ ພາຍໃນເທດສະບານເມືອງປາກຊັນ ທ່ານນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໄດ້ໃຫ້ສຳພາດໃນວັນທີ 31 ກໍລະກົດ 2020.

ການປະດິດດອກໄມ້ຢາງເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ບໍລິຄຳໄຊ ຄັ້ງທີ VII ແມ່ນໄດ້ເລີ່ມແຕ່ກາງເດືອນມິຖຸນາເປັນຕົ້ນມາ ໂດຍແມ່ນການປະກອບສ່ວນຊ່ວຍເຫຼືອຕຸກນ້ຳດື່ມນ້ອຍ ຈາກພາກສ່ວນຕ່າງໆໃນສັງຄົມ ຫຼັງຈາກນັ້ນ ສະມາຊິກກໍ່ໄດ້ລົງມືຈັດຕັ້ງປະຕິບັດ ການປະດິດແມ່ນເຮັດດ້ວຍມືທັງໝົດ ມາຮອດປະຈຸບັນສາມາດປະດິດສຳເລັດແລ້ວ 12.000 ດອກ ຄາດວ່າການຕົບແຕ່ງໃນຄັ້ງນີ້ຈະໃຊ້ດອກໄມ້ທັງໝົດ 15.000 ດອກ ໃນນັ້ນ ສ້າງເປັນຕົວໜັງສື: ຊົມເຊີຍກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ຈຳນວນ 7000 ດອກ, ຮູບທຸງຊາດ ທຸງພັກ 5000 ດອກ ໃນເນື້ອທີ 6 x 4 ແມັດ ແລະ ປະດັບປະດາສະຖານທີ່ຕ່າງໆ 3000 ດອກ ຢູ່ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ຄາດວ່າຈະໃຫ້ສຳເລັດ ແລະ ລົງມືຕົບແຕ່ງພາຍໃນກາງເດືອນສິງຫານີ້.

About admins16